ເດືອນມີນາເປັນເດືອນທີ່ມີຂີດໝາຍສຳຄັນ ຕໍ່ພາລະກິດອັນຍິ່ງໃຫຍ່ ໃນການຕໍ່ສູ້ເພື່ອຫລຸດຜ່ອນຊ່ອງຫວ່າງຂອງຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍໃນທົ່ວໂລກກໍຄືຢູ່ໃນລາວ. ໃນມື້ນີ້ພວກເຮົາຈະນຳເອົາການສຳພາດກັບແມ່ຍິງລາວ-ອາເມຣິກັນສອງຄົນ ທີ່ຢູ່ໃນແຖວໜ້ານຳພາການສູ້ຊົນໃຫ້ມີຄວາມຍຸຕິທຳ, ມະນຸດສະທຳ ແລະຄວາມສະເໝີພາບລະຫວ່າງເພດຍິງແລະຊາຍຫລາຍຂຶ້ນຢູ່ໃນລາວ ກໍຄືໃນໂລກ. ບົວສະຫວັນຈະນຳເອົາລາຍລະອຽດເລື້ອງນີ້ ມາສະໜີທ່ານໃນອັນດັບຕໍ່ໄປ.
ເດືອນມີນາແມ່ນເຕັມໄປດ້ວຍວັນທີ່ມີຄວາມໝາຍສຳຄັນໃນປະຫວັດສາດຂອງການຕໍ່ສູ້ເພື່ອຫລຸດຜ່ອນຄວາມບໍ່ສະເໝີພາບລະຫວ່າງຍິງ-ຜູ້ຊາຍໃນທົ່ວໂລກ ລວມທັງລາວ ແລະສະຫະລັດ. ວັນທີ 8 ແລະວັນທີ 14 ມີນາຜ່ານມານັ້ນກໍ ເປັນວັນແມ່ຍິງສາກົນ ແລະເປັນວັນແຫ່ງຄວາມສະເໝີພາບໃນດ້ານຄ່າຈ້າງຢູ່ໃນສະຫະລັດຕາມລຳດັບ. ຊ່ອງຫວ່າງຄວາມແຕກໂຕນກັນລະຫວ່າງເພດຢູ່ໃນໂລກແມ່ນຍັງມີຢ່າງຫລວງຫລາຍກໍຄືກວາມເອົາ 32.3 ເປີເຊັນ ແລະຈະໃຊ້ເວລາ 132 ປີ ຈຶ່ງຈະສາມາດລົບລ້າງມັນໄດ້, ອີງຕາມບົດລາຍງານດັດຊະນີຄວາມບໍ່ສະເໝີພາບລະຫວ່າງເພດທົ່ວໂລກປີ 2022 ຂອງເວທີສົນທະນາເສດຖະກິດໂລກ ຫລື World Economic Forum (WEF). ຄວາມແຕກໂຕນກັນດ້ານເພດນີ້ສະແດງໃຫ້ເຫັນຢູ່ໃນ 4 ດ້ານທີ່ສຳຄັນຄື: 1) ການໄດ້ຮັບໂອກາດ ແລະເຂົ້າຮ່ວມການເຄື່ອນໄຫວທາງເສດຖະກິດ, 2) ການສຶກສາ, 3) ການດູແລສຸຂະພາບ ແລະຄວາມຢູ່ລອດ, ແລະ 4) ການສົ່ງເສີມທາງດ້ານການເມືອງ.
ທ່ານນາງກາ ຢິງ ຢາງ, ຊຶ່ງເປັນຜູ້ນຶ່ງໃນຄະນະກຳມາທິການທີ່ປຶກສາປະທານາທິບໍດີໄບເດັນໃນເລື້ອງທີ່ກ່ຽວຂ້ອງກັບຊາວອາເມຣິກັນເຊື້ອສາຍເອເຊຍ, ຊາວພື້ນເມືອງລັດຮາວາຍ ແລະເກາະປາຊີຟິກຢູ່ໃນສະຫະລັດບອກວ່າ ບັນຫານີ້ໜ້າເປັນຫວ່ງເພາະວ່າໂລກຍິ່ງທັນສະໄໝຂຶ້ນຄົນຈະແລ່ນຕາມວັດຖຸນິຍົມແລ້ວລືມຄິດເຖິງເລື້ອງຄຸນຄ່າດ້ານຄວາມຍຸຕິທຳສຳລັບແມ່ຍິງ ແລະກາຍເປັນການສ້າງອຸປະສັກຕໍ່ຄວາມພະຍາຍາມໃນດ້ານນີ້ໄປໂດຍບໍ່ຮູ້ຕົວ. ທ່ານນາງໃຫ້ຄຳເຫັນດັ່ງນີ້:
“ຫຼາຍຄັ້ງທີ່ປະເທດຂອງພວກເຮົາພັດທະນາໄປໄວຫຼາຍ ພວກເຮົາ ມັກຈະເບິ່ງ ຂ້າມສະຖານະພາບຂອງແມ່ຍິງ. ໂດຍທີ່ພວກເຮົາອາໄສຢູ່ໃນ ສັງຄົມທຶນນິຍົມ, ພວກເຮົາບໍ່ເຫັນຄວາມຕ້ອງການໃນຊຸມຊົນຂອງພວກເຮົາ ເພາະວ່າມັນມັກຈະ ຖືກບົດບັງດ້ວຍວັດຖຸນິຍົມທີ່ເຫຼື້ອມເງົາງາມທີ່ພວກເຮົາມີ, ເຊັ່ນ iPhone ຫຼືໂທ ລະທັດ ຫຼືລົດງາມໆ. ແຕ່ພວກເຮົາປະສົບກັບຄວາມຮັ່ງມີ ຮັ່ງມີຢ່າງແທ້ຈິງບໍ? ແລະກໍກຳລັງກໍ່ສ້າງກໍາແພງກັ້ນຢູ່ພາຍໃນຊຸມຊົນຂອງພວກເຮົາບໍ?”
ເພື່ອປະກອບສ່ວນເຂົ້າໃນຂະບວນການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ດ້ວຍການຊ່ວຍໃຫ້ເຂົາເຈົ້າມີວຽກເຮັດງານທຳ ແລະສົ່ງເສີມສີມືໃນການ ຕ່ຳຫູກ ແລະປັກແຊ່ວແຜ່ນແພຂອງເຂົາເຈົ້ານັ້ນ ຫລັງຈາກໄປເຮັດໜ້າທີ່ວຽກງານຢູ່ໃນໄທ ແລະລາວເປັນເວລາ 10 ປີແລ້ວ ທ່ານນາງພ້ອມດ້ວຍເອື້ອຍນ້ອງຍິງອາເມຣິກັນທີ່ເປັນຊາວລາວເຜົ່າມົ້ງອີກສອງຄົນກໍໄດ້ສ້າງຕັ້ງວິສະຫະກິດເພື່ອສັງຄົມທີ່ຊື່ວ່າ ແມ່ນ້ຳແດງ, ນ້ຳຂຽວ Red Green River ຂຶ້ນຢູ່ໃນລັດມິນເນໂຊຕາໃນປີ 2014 ທີ່ສົ່ງເສີມການຜະລິດເຄື່ອງຫັດຖະກຳຖັກແສ່ວ ແລະຕໍ່າແຜ່ນແພຂອງແມ່ຍິງຈາກຫລາຍຊົນເຜົ່າຢູ່ໃນລາວ, ໄທ ແລະຫວຽດນາມເພື່ອການສົ່ງອອກ ແລະຂາຍພາຍໃນປະເທດ. ໃນອາທິດແລ້ວນີ້ທ່ານນາງກໍໄດ້ເປີດງານວາງສະແດງສິນຄ້າປະເພດນີ້ຂຶ້ນຢູ່ທີ່ເມືອງເຊນທ໌ພອລ, ລັດເມັນເນໂຊຕາທີ່ຈະດຳເນີນໄປຈົນໝົດເດືອນມີນານີ້ ຊຶ່ງໃນນັ້ນລວມມີກະໂປ່ງແລະຜ້າແພຊົນເຜົ່າມົ້ງ ແລະຜ້າໄໝລາວເປັນສ່ວນໃຫຍ່ຊຶ່ງມີຄົນເຂົ້າໄປຊົມໄປຊື້ເຕັມຫ້ອງໃນແຕ່ລະມື້.
ອີກອົງການນຶ່ງທີ່ສ້າງຕັ້ງຂຶ້ນໂດຍແມ່ຍິງລາວ-ອາເມຣິກັນເພື່ອມະນຸດສະທຳ ແລະເປັນການສົ່ງເສີມບົດບາດຂອງແມ່ຍິງໃນເວທີສາກົນ ກໍຄືອົງການມູນເຊື້ອ ຫລົງເຫລືອຈາກສົງຄາມ ຫລື Legacies of War ຢູ່ໃນນະຄອນຫລວງວໍຊິງຕັນດີຊີ. ອົງການນີ້ຕັ້ງຂຶ້ນເພື່ອລະດົມທຶນຈາກສະຫະລັດເພື່ອໄປຊ່ວຍເກັບກູ້ລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຈາກປາງສົງຄາມຢູ່ໃນລາວ. ໂດຍທີ່ມີພະນັກງານ ທັງສາມຄົນເປັນແມ່ຍິງລາວ-ອາເມຣິກັນ ແລະນຳພາໂດຍທ່ານນາງເຊຣາ ກຸຫລາບດາຣາ, ອົງການດັ່ງກ່າວໄດ້ມີຄວາມກ້າວໜ້າໃນການລະດົມທຶນເກັບກູ້ ລະເບີດເພີ້ມຂຶ້ນມາເລື້ອຍໆ ຈາກປີລະ 30 ລ້ານໂດລາ ໃນເມື່ອກ່ອນຂຶ້ນມາເປັນ 40 ລ້ານໂດລາໃນປີ 2021 ແລະ 45 ລ້ານໂດລາໃນປີກາຍນີ້.
ການທີ່ແມ່ຍິງນຳພາເຮັດເຊັ່ນນີ້ໄດ້ກໍແມ່ນການຍົກສູງບົດບາດແມ່ຍິງໃນວຽກງານຫລຸດຜ່ອນຜົນກະທົບຈາກສິ່ງຕົກທອດຈາກສົງຄາມ ແລະພັດທະນາປະເທດ. ຈາກຜົນງານນີ້ແມ່ນເຮັດໃຫ້ມີແມ່ຍິງຫລາຍຄົນສາມາດມີສ່ວນຮ່ວມໃນພາລະກິດສຳຄັນທີ່ວ່ານີ້ດັ່ງທີ່ນາງອາລີນາ ອິນທະລີ, ຫົວໜ້າຫ້ອງການຂອງອົງການດັ່ງກ່າວເລົ່າເຖິງຄວາມສາມາດຂອງແມ່ຍິງລາວຜູ້ນຶ່ງຊື່ນາງນຸດ ຢູ່ງອົງການເຮໂລທຣັສ ທີ່ມີຄວາມຊ່ຽວຊານດ້ານການເກັບກູ້ລະເບີດບໍ່ທັນແຕກຢູ່ໃນລາວສູ່ຟັງວ່າ:
ໂດຍການໃຊ້ຄວາມພະຍາຍາມພາຍໃຕ້ການນຳພາຂອງແມ່ຍິງອາເມຣິກັນເຊື້ອສາຍລາວຊຶ່ງທຳອິດແມ່ນທ່ານນາງຈັນພະນາ ຄຳວົງສາຜູ້ກໍ່ຕັ້ງອົງການບໍ່ຫວັງຜົນກຳໄລທີ່ນີ້ ແລະທ່ານນາງເຊຣາຫົວໜ້າອົງການຄົນປັດຈຸບັນໄດ້ພະຍາຍາມ ສົ່ງເສີມບົດບາດຂອງແມ່ນຍິງໃນການເຂົາຮ່ວມໃນວຽກງານເກັບກູ້ລະເບີດ ເຖິງແມ່ນວ່າ ມັນຈະເປັນຂະແໜງການທີ່ກ່ຽວພັນກັບອາວຸດທຳລາຍ ຊຶ່ງສ່ວນໃຫຍ່ສັງຄົມຄິດວ່າຜູ້ຊາຍຈະມີຄວາມຊຳນານກວ່າກໍຕາມ. ປັດຈຸບັນແມ່ຍິງໄດ້ກວດເອົາ 30 ເປີເຊັນຂອງກຳລັງແຮງງານໃນຂະແໜງເກັບກູ້ລະເບີດບໍ່ທັນແຕກ ຫລື ຢູ່ໃນລາວ, ອີງຕາມລາຍງານໃນທ້າຍປີນີ້ຂອງອົງການສະຫະປະຊາຊາດຢູ່ໃນລາວ.
ຢ່າງໃດກໍຕາມ ປະເທດລາວທີ່ໄດ້ຮັບຜົນກະທົບຈາກສົງຄາມທີ່ຮູ້ກັນຢູ່ໃນສະຫະລັດວ່າ ສົງຄາມຫວຽດນາມນັ້ນເຖິງແມ່ນວ່າໄດ້ມີການຫລຸດຜ່ອນຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍໄດ້ຫລາຍກວ່າລະດັບສະເລ່ຍ 68.6 ເປີເຊັນຂອງໂລກນັ້ນກໍຕາມແຕ່ດັດຊະນີຂອງຊ່ອງຫວ່ານີ້ໄດ້ເພີ້ມຂຶ້ນໃນປີ 2022 ຄືຈາກ 25 ເປີເຊັນໃນປີ 2021 ມາເປັນ 26.7 ເປີເຊັນ ຫລື ຈາກອັນດັບທີ 36 ມາເປັນອັນດັບທີ 53 ໃນເລື້ອງຄວາມສະເໝີພາບດ້ານນີ້, ອີງຕາມ WEF. ວຽກງານນີ້ ຍັງຕ້ອງໄດ້ມີການສືບຕໍ່ບຸກບືນອີກຫລາຍ, ອາດຮອດ 100 ກວ່າປີ ດັ່ງເວທີສົນທະນາເສດຖະກິດໂລກລາຍງານໄປຢູ່ຂ້າງເທິງນັ້ນ ຈຶ່ງຈະໃຫ້ມີຄວາມສະເໝີພາບໄດ້.
ເບິ່ງວີດິໂອກ່ຽວກັບບົດບາດແມ່ຍິງ ເລົ່າໂດຍອາລີນາ: