ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

“ການຈໍາແນກຜິວພັນ ໃນ ສຫລ ແມ່ນມີຈິງ” ນັ້ນຄືຄໍາເວົ້າ ຂອງແມ່ຍິງລາວ-ອາເມຣິກັນ ທີ່ມີສາມີ ເປັນຄົນຜິວດໍາ


ລູກຊາຍຂອງ ທ.ນ. ລີນາ ເຣດ (ຂວາສຸດ) ຖືປ້າຍປະທ້ວງທີ່ຂຽນວ່າ “ຂ້ອຍເປັນຄົນຜິວດໍາ ແລະຄົນລາວ” ໃນເວລາໄປປະທ້ວງກັບ ທຸກຄົນໃນຄອບຄົວທີ່ເມືອງສປຣິງຟຽວ, ລັດແມັຊຊາຈູແຊັສ, ໃນວັນພຸດ ວັນທີ 10 ມີຖຸນາຜ່ານມາ.

ທ່ານນາງລີນາ ເຣດ, ແມ່ຍິງລາວຄົນນຶ່ງທີ່ອາໄສຢູ່ໃນລັດແມັສຊາຈູແຊສ, ຢູ່ທາງພາກເໜືອຂອງສະຫະລັດນັ້ນ ບອກວ່າການຈໍາແນກຜິວພັນຂອງຄົນຫຼາຍ ຄົນໂດຍສະເພາະຄົນຜິວຂາວຕໍ່ຊາວຜິວດໍາຢູ່ໃນສະຫະລັດນັ້ນ ແມ່ນມີຈິງ, ໂດຍອີງໃສ່ປະສົບການໃນການດໍາລົງຊີວິດຂອງທ່ານນາງເອງຢູ່ກັບສາມີທີ່ເປັນຊາຍ ອາເມຣິກັນເຊື້ອສາຍອາຟຣິກາ.

ທ່ານນາງອະທິບາຍເຖິງສະພາບການ ທີ່ເຮັດໃຫ້ມີຂະບວນການຕໍ່ສູ້ທີ່ເອີ້ນວ່າ Black Lives Matter ຊຶ່ງແປວ່າຊີ ວິດຄົນຜິວດໍາສໍາຄັນ ທີ່ມີຢູ່ໃນເວລານີ້ສູ່ຟັງວ່າ:

ທ່ານນາງ ລີນາ ຍັງເລົ່າສູ່ຟັງອີກວ່າການສົງໄສຂອງຕໍາຫລວດ ໂດຍສະເພາະ ແມ່ນຕໍາຫລວດຄົນຜິວຂາວວ່າຊາວຜິວດໍາອາດຈະເປັນຄົນທີ່ບໍ່ດີ ແບບໃດ ແບບ ນຶ່ງນັ້ນແມ່ນມີຈິງ ໂດຍອີງຕາມປະສົບການຂອງທ່ານນາງຂີ່ລົດໄປກັບສາມີ ທີ່ ບາງຄັ້ງກໍຖືກຕໍາຫລວດສັ່ງໃຫ້ຢຸດລົດ ແລະກວດເບິ່ງເອກະສານ ໂດຍບໍ່ມີເຫດ ຜົນຫຍັງອີ່ຫລີ.

ລູກຊາຍຂອງ ທ.ນ. ລີນາ ເຣດ ຖືປ້າຍປະທ້ວງທີ່ຂຽນເອົາເອງແລະດ້ວຍຄວາມຄິດຂອງຕົນເອງ
ລູກຊາຍຂອງ ທ.ນ. ລີນາ ເຣດ ຖືປ້າຍປະທ້ວງທີ່ຂຽນເອົາເອງແລະດ້ວຍຄວາມຄິດຂອງຕົນເອງ

ແມ່ຍິງລາວ-ອາເມຣິກັນຄົນນີ້ ມີລູກຊາຍຄົນນຶ່ງທີ່ມີຜິວຄ້າຍຄືສາມີຂອງທ່ານນາງ ແລະກໍມີຫລານໆ ເກືອບວ່າໝົດທຸກຄົນ ເປັນລູກຊອດມີຜິວດໍາ ແລະຜິວສີອື່ນທີ່ ບໍ່ແມ່ນສີຂາວ ຫລືເປັນຄົນເອເຊຍແບບເຕັມຮ້ອຍເປີເຊັນທັງໝົດເລີຍ. ສະນັ້ນ ໃນນາມ ທີ່ເປັນແມ່ແລະເປັນປ້າ, ທ່ານນາງກໍຕ້ອງໄດ້ເຮັດຄືກັນກັບພໍ່ແມ່ ແລະປ້າ ລຸງຂອງສາມີທ່ານນາງໃນການສັ່ງສອນລູກຫລານວ່າ ທີ່ການເກີດມາມີຜິວດໍານັ້ນ ຄວນມີໄຫວພິບຮອບຕົວ ແລະ ປ້ອງກັນຕົວເອງແນວໃດເພື່ອຈະດໍາລົງຊີວິດຢູ່ໃນ ສັງຄົມອາເມຣິກັນໄດ້ນີ້ແບບບໍ່ມີບັນຫາແກ່ຕົນໂດຍບໍ່ມີເຫດຜົນຫຍັງ ຊຶ່ງນາງ ເວົ້າສູ່ຟັງດັ່ງນີ້:

ເພື່ອຕໍ່ສູ້ເພື່ອຄວາມສະເໝີພາບທາງຜິວພັນນີ້ ທ່ານນາງລີນາ ພ້ອມດ້ວຍຄອບ ຄົວ, ອ້າຍນ້ອງ, ລູກຊາຍ ແລະຫລານໆ ພ້ອມກັບໝູ່ເພື່ອນໃນຄຸ້ມບ້ານດຽວກັນ ໄດ້ພາກັນໄປຮ່ວມ ການເດີນຂະບວນປະທ້ວງຢ່າງສັນຕິຢູ່ໃນເມືອງສປຣິງຟຽວ, ໃນລັດທີ່ທ່ານນາງອາໄສຢູ່ນັ້ນ ໂດຍພາກັນເດີນໄປຫາກົມຕໍາຫລວດ ແລະຍົກ ປ້າຍສະໜັບສະໜູນຂະບວນການ Black Lives Matter ໃນວັນພຸດຜ່ານມາ ແລະລູກຊາຍຂອງທ່ານນາງອາຍຸ 7 ປີ ກໍຂຽນປ້າຍ ໂດຍໃຊ້ຄວາມຄິດ ຂອງຕົນເອງວ່າ “ມີຕໍາຫລວດບາງຄົນກໍບໍ່ມັກຄົນຜິວດໍາ.

XS
SM
MD
LG