ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ່ມີການປະທ້ວງໃນເມືອງແຄນຊັສ ທີ່ຂຶ້ນກັບລັດແຄນຊັສ ແຕ່ມີການ ສະໜັບສະໜູນ ຂະບວນ “ຊີວິດຄົນຜິວດໍາສໍາຄັນ” ຢ່າງງຽບໆ


ການຂຽນຄໍາວ່າ “Black Lives Matter” ຫລື “ຊີວິດຄົນຜິວດໍາສໍາຄັນ” ມີຢູ່ໃນຕົວເມືອງໃຫຍ່ບາງແຫ່ງໃນສະຫະລັດ ເພື່ອຮຽກຮ້ອງຄວາມເປັນທໍາ, ຄວາມສະເໝີພາບທາງດ້ານຊົນຊາດຊົນເຜົ່າ ຕະຫຼອດທັງຂໍໃຫ້ຍຸຕິການກະທໍາຮຸນແຮງຂອງ ຕໍາຫລວດຕໍ່ຄົນຜິວດໍາ
ການຂຽນຄໍາວ່າ “Black Lives Matter” ຫລື “ຊີວິດຄົນຜິວດໍາສໍາຄັນ” ມີຢູ່ໃນຕົວເມືອງໃຫຍ່ບາງແຫ່ງໃນສະຫະລັດ ເພື່ອຮຽກຮ້ອງຄວາມເປັນທໍາ, ຄວາມສະເໝີພາບທາງດ້ານຊົນຊາດຊົນເຜົ່າ ຕະຫຼອດທັງຂໍໃຫ້ຍຸຕິການກະທໍາຮຸນແຮງຂອງ ຕໍາຫລວດຕໍ່ຄົນຜິວດໍາ

ເມືອງແຄນຊັສ ຫລື ແຄນຊັສຊີຕີ ເປັນເມືອງໃຫຍ່ແຫ່ງນຶ່ງຂອງສະຫະລັດ ທີ່ມີ ເນື້ອທີ່ກວາມເອົາສອງລັດ ຄືລັດແຄນຊັສ ແລະລັດມິສຊູຣີ ຢູ່ພາກຕາເວັນຕົກ ຕອນກາງຂອງປະເທດ. ພາກສ່ວນທີ່ຂຶ້ນກັບລັດມິສຊູຣີນັ້ນ ຫຼັງຈາກການເສຍຊີວິດຂອງທ້າວຈອຣ໌ຈ ຟລອຍດ໌ ທີ່ນະຄອນເມນິນອາໂປລິສ, ລັດເມນີໂຊຕາ ໃນທ້າຍເດືອນພຶດສະພາຜ່ານມາ ຍັງສືບຕໍ່ມີການປະທ້ວງຢູ່ເລື້ອຍມາຈົນເທົ້່າ ທຸກວັນນີ້. ພວກປະທ້ວງຫລາຍຮ້ອຍຄົນ ໄດ້ໄປເຕົ້າໂຮມກັນຢູ່ສໍານັກງານໃຫຍ່ ຂອງຕໍາຫລວດໃນເມືອງແຄນຊັສ ຫລື Kansas City ຢູ່ໃນຟາກທີ່ຂຶ້ນກັບລັດ ດັ່ງກ່າວ ໃນແລງວັນສຸກຜ່ານມາ ເພື່ອຮຽກຮ້ອງໃຫ້ຕັດງົບປະມານໃຊ້ຈ່າຍເຂົ້າໃນຂະແໜງຕໍາຫລວດ ແລະຍຸຕິການປະຕິບັດງານລີເຈັນ ຫລື Operation Legend, ຊຶ່ງເປັນໂຄງການລິເລີ້ມຂອງລັດຖະບານກາງທີ່ ຈະສົ່ງເຈົ້າໜ້າທີ່ຮັກ ສາຄວາມສະຫງົບຂອງລັດຖະບານກາງ 225 ຄົນໄປປະຈໍາຢູ່ເມືອງດັ່ງກ່າວນັ້ນ, ອີງຕາມໜັງສືພິມທ້ອງຖິ່ນສະບັບນຶ່ງ.

ແຕ່ກົງກັນຂ້າມ ຢູ່ໃນເມືອງແຄນຊັສ ທີ່ຢູ່ຝັ່ງຂອງລັດແຄນຊັສ ກໍໄດ້ຈັດໃຫ້ ມີການປະທ້ວງຢູ່ຕາມຖະໜົນຫົນທາງຢູ່ ແຕ່ວ່າສ່ວນໃຫຍ່ແມ່ນພາກັນໄປໂຮມຊຸມນຸມກັນຢູ່ໃຈກາງເມືອງແຄນຊັສ ທີ່ຂຶ້ນກັບລັດມິສຊູຣີພຸ້ນ ເພື່ອທໍາການປະທ້ວງຮຽກຮ້ອງຄວາມເປັນທໍາໃຫ້ແກ່ການເສຍຊີວິດຂອງທ້າວ ຟລອຍດ໌, ຄວາມສະເໝີພາບທາງດ້ານຊົນຊາດຊົນເຜົ່າ ຕະຫຼອດທັງຂໍໃຫ້ຍຸຕິການກະທໍາຮຸນແຮງຂອງ ຕໍາຫລວດຕໍ່ຄົນທີ່ບໍ່ແມ່ນຜິວຂາວ, ອີງຕາມການບອກເລົ່າຂອງຍາເອື້ອຍ ສະໝອນທີ່ອາໄສຢູ່ໃນຈອນຊັນ (Johnson) ຄາວ ຕີ ຊຶ່ງມີຊາຍແດນຕິດກັບ ລັດມິສຊູຣີມານັ້ນໄດ້ 20 ປີແລ້ວ. ທັງນີ້ກໍເພາະວ່າ ຢູ່ເຂດທີ່ຍາເອື້ອຍຢູ່ນັ້ນ ບໍ່ມີຄົນ ຜິວດຳຫລືຊົນຊາດສ່ວນນ້ອຍອາໄສຢູ່ຫລາຍ ແລະ ຄົນສ່ວນໃຫຍ່ກໍເປັນສະມາຊິກຂອງພັກຣີພັບລິກັນ ຊຶ່ງຍາເອື້ອຍເລົ່າສູ່ຟັງດັ່ງນີ້:

ແຕ່ຍາເອື້ອຍກໍສັງເກດເຫັນວ່າ ຢູ່ເຂດຄຸ້ມຂອງຍາເອື້ອຍກໍມີການປ່ຽນໄປຫລາຍ ໃນເລື້ອງຮຽກຮ້ອງ ໃຫ້ມີຄວາມສະເໝີພາບຂອງຊົນກຸ່ມນ້ອຍ ຫລັງຈາກມີການ ປະທ້ວງສອງອາທິດ ທີ່ມີການເສຍຊີວິດຂອງທ້າວ ຟລອຍດ໌ລແລ້ວນັ້ນ. ພວກຢູ່ ໃນເຂດທີ່ຍາເອື້ອຍຢູ່ມີຄົນຕິດປ້າຍ “Black Lives Matter” ຫລື “ຊີວິດຄົນຜິວ ດໍາສໍາຄັນ” ຢູ່ທົ່ວໄປຊຶ່ງເປັນສິ່ງບົ່ງບອກໃຫ້ເຫັນວ່າ ພວກເຂົາເຈົ້າໃຫ້ການສະ ໜັບສະໜູນຂະບວນການນີ້ຢູ່ ແຕ່ວ່າກໍເຮັດແບບສະຫງົບ, ຊຶ່ງຍາເອື້ອຍເລົ່າສູ່ຟັ່ງດັ່ງນີ້:

ສ່ວນຄົນເຊື້ອສາຍລາວນັ້ນ ກໍມີຈໍານວນນຶ່ງຊຶ່ງເປັນພວກຊາວໜຸ່ມ ແລະພວກທີ່ ແຕ່ງງານກັບຄົນຜິວດໍາ ເຂົ້າຮ່ວມໃນການເດີນຂະບວນປະທ້ວງ ເພື່ອຮຽກ ຮ້ອງ ໃຫ້ມີຄວາມສະເໝີພາບທາງດ້ານຊົນຊາດຊົນເຜົ່າທີ່ຈັດຂຶ້ນຢູ່ໃຈກາງເມືອງ ແຄນຊັສ ເບື້ອງຂອງລັດມິສຊູຣີພຸ້ນ ເປັນເວລາສອງອາທິດທໍາອິດນັ້ນ ຊຶ່ງກໍ ເປັນການປະທ້ວງແບບສັນຕິ ໂດຍທີ່ຕໍາຫຼວດຢືນຍາມຮັກສາຄວາມປອດໄພເທົ່າ ນັ້ນ ໃນຂະນະທີ່ພວກປະທ້ວງກໍໃຫ້ຄວາມເຄົາລົບແກ່ຕໍາຫຼວດໂດຍບໍ່ໄດ້ກໍ່ຄວາມ ຮຸນແຮງໃດໆ.

XS
SM
MD
LG