ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ.ນ. ທີ​ນາ ຊຸກ​ຍູ້​ ໃຫ້​ຮັບຜ່ານ​ຮ່າງ​ກົດ​ໝາຍ​ ທີ່​ຮຽກ​ຮ້ອງ​ໃຫ້​ສອນ​ປະ​ຫວັດ​ສາດຄົນ ​ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ເອ​ເຊຍ ​ໃນ​ໂຮງ​ຮຽນ​ລັດ​ໂອ​ຮາຍ​ໂອ


ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ເອ​ເຊຍຖື​ປ້າຍ​ປະ​ທ້ວງ​ຢູ່​ນອກສານ​ສູງ​ສຸດ​ຂອງ ສ​ຫລ ຂະ​ນະ​ທີ່​ມີ​ການ​ຮັບ​ຟັງ​ຄະ​ດີກ່ຽວ​ກັບ​ການ​ຈຳ​ແນກ​ເຊື້ອ​ຊາດໃນ​ການ​ຮັບ​ເອົາ​ນັກ​ສຶກ​ສາ​ເຂົ້າ​ຮຽນ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ, ວັນ​ທີ 9 ທັນ​ວາ, 2015.
ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ເອ​ເຊຍຖື​ປ້າຍ​ປະ​ທ້ວງ​ຢູ່​ນອກສານ​ສູງ​ສຸດ​ຂອງ ສ​ຫລ ຂະ​ນະ​ທີ່​ມີ​ການ​ຮັບ​ຟັງ​ຄະ​ດີກ່ຽວ​ກັບ​ການ​ຈຳ​ແນກ​ເຊື້ອ​ຊາດໃນ​ການ​ຮັບ​ເອົາ​ນັກ​ສຶກ​ສາ​ເຂົ້າ​ຮຽນ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ, ວັນ​ທີ 9 ທັນ​ວາ, 2015.

ສະ​ມາ​ຊິກ​ສະ​ພາ​ສູງເຊື້ອ​ສາຍ​ລາວຈາກ​ລັດ​ໂອ​ຮາຍ​ໂອ​ພະ​ຍາ​ຍາມ​ຊຸກ​ຍູ້ໃຫ້​ມີການ​ສອນ​ວິ​ຊາ​ປະ​ຫວັດ​ສາດ​ຂອງ​ຄົນ​ເຊື້ອ​ສາຍ​ເອ​ເຊຍ-ປາ​ຊີ​ຟິກ ຊຶ່ງຈະ​ເຮັດ​ໃຫ້ລັດ​ໂອ​ຮາຍ​ໂອ​ທີ່​ປະ​ຊາ​ຊົນ​ສ່ວນ​ໃຫຍ່ຖືກ​ຄອບ​ງຳໂດຍແນວ​ຄິດ​ອະນຸ​ລັກ​ນິ​ຍົມນັ້ນ​ກາຍ​ເປັນລັດ​ທີ 3 ຂອງ​ປະ​ເທດທີ່​ມີ​ການ​ຮຽກ​ຮ້ອງ​ໃຫ້​ສອນວິ​ຊາ​ດັ່ງ​ກ່າວ ໃນ​ລ​ະ​ບົບ​ສາ​ມັນ​ສຶກ​ສາ​. ບົວ​ສະ​ຫວັນ ​ມີ​ລາຍ​ລະ​ອຽດ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ສັງ​ຄົມ​ທີ່​ດີ​ທີ່​ສຸດ​ກໍ​ຄື​ສັງ​ຄົມ​ທີ່​ຮັບ​ຮູ້​ວ່າ​ຄົນ​ເຮົາ​ເກີດ​ມາມີ​ຄວາມ​ແຕກ​ຕ່າງກັນ​ຫລາຍ​ດ້ານ ອາດ​ຈະ​ເປັນ​ທາງ​ດ້ານ​ຜິວ​ພັ​ນ, ວັດ​ທະ​ນະ​ທຳ, ເຊື້ອ​ຊາດ ແລະ​ສາ​ສະ​ໜາ​ ແຕ່ວ່າ​ກໍ​ຍັງ​ຕ້ອງ​ໃຫ້​ກຽດ ແລະ​ມີ​ຄວາມ​ປອງດອງ​ກັນ. ແຕ່ການທີ່ຈະ​ກ້າວ​ໄປຫາ​ຈຸດ​ໝາຍທາງ​ສັງຄົມ​ອັນ​ເລີດ​ລ້ຳ​ນັ້ນ​ໄດ້ ມັນ​ເປັນ​ການ​ຍາກ​ຫລາຍ​ສຳ​ລັບ​ທຸກ​ປະ​ເທດ ແມ່ນ​ແຕ່​ສະ​ຫະ​ລັດເອງທີ່​ຖືກ​ສ້າງ​ຕັ້ງ​ຂຶ້ນ​ບົນ​ຫລັກການ​ທີ່​ຈາກ​ລຶກ​ໄວ້​ໃນ​ໜັງ​ສື ປະ​ກາດ​ເອກ​ກ​ະ​ລາດໃນ​ວັນ​ທີ 4 ກໍ​ລະ​ກົດ ປີ 1776 ວ່າ ທຸກ​ຄົນ​ແມ່ນ​ຖືກ​ສ້າງ​ຂຶ້ນ​ມາ​ໃຫ້​ເທົ່າ​ທຽມ​ກັນ ຫລື ​ All mankind were created equal ​ກໍ​ຕາມ. ສະ​ນັ້ນ ການ​ສິດ​ສອນ​ປະ​ຫວັດ​ສາດ​ກ່ຽວ​ກັບຄົນ​ເຊື້ອ​ຊາດ​ໃດ​ນຶ່ງຈຶ່ງ​ເປັນ​ເລື້ອງ​ສຳ​ຄັນ​ຫລາຍ ເພາະ​ມັນ​ຈະ​ຊ່ວຍ​ໃຫ້​ຄົນ​ເຮົາ​ເຂົ້າ​ໃຈ​ກ່ຽວ​ກັບຕົວ​ເຮົາ​ເອງ ແລະ​ຄົນ​ອື່ນໆ​ທີ່​ຢູ່​ຮ່ວມ​ກັນ​ກັບ​ເຮົາ.

​ໃນ​ລັດ​ໂອ​ຮາຍ​ໂອ​ທີ່​ຢູ່​ພາກ​ຕາ​ເວັນ​ອອກ​ຕອນ​ກາງ​ຂອງ​ສະ​ຫະ​ລັດ ບ່ອນ​ທີ່​ຊາວ​ຜິວ​ຂາວກວມ​ເອົາຫລາຍ​ກວ່າ 81 ເປີ​ເຊັນຂອງ​ພົນ​ລະ​ເມືອງນັ້ນ ທ່ານ​ນາງ​ທີ​ນາ ມະ​ຫາ​ລາດ ທີ່​ເປັນສະ​ມາ​ຊິກ​ສະ​ພາ​ສູງຍິງເຊື້ອ​ສາຍ​ເອ​ເຊຍຄົນ​ທຳ​ອິດ​ ຈາກລັດດັ່ງ​ກ່າວເວົ້າວ່າ ​ຄົນ​ສ່ວນ​ໃຫຍ່ຢູ່​ໃນ​ລັດນັ້ນແມ່ນ​ຂາດ​ຄວາມ​ຮູ້ ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ເປັນ​ມາຂອງ​ຄົນ​ເຊື້ອ​ສາຍເອ​ເຊຍ ຊຶ່ງ​ທ່ານ​ນາງ​ຊີ້​ໃຫ້​ເຫັນ​ຈຸດນີ້​ວ່າ:

“ຂ້າ​ພະ​ເຈົ້າ​ຄິດ​ວ່າ​ຢູ່​ໜີ້ ໃນໂອ​ຮາຍ​ໂອ ພວກ​ເຮົາ​ບໍ່ມີ​ຄວາມ​ຮູ້ ຄວາມ​ເຂົ້າ​ໃຈ ຫຍັງ​ກ່ຽວ​ກັບ​ປະ​ຫວັດ​ສາດ​ຊາວອາ​ເມຣິ​ກັນ​ເຊື້ອ​ສາຍ​ເອ​ເຊຍ. ພວກ​ເຮົາ​ຖືກ ມອງເບິ່ງຄືວ່າ ເປັນ​ຄົນ​ຕ່າງ​ປະ​ເທດ​ຢູ່ໃນ​ລັດ​ຂອງ​ເຮົາ​ເອງເຖິງ​ແມ່ນ​ວ່າ ຂ້າ​ພະ​ເຈົ້າເກີດ ແລະເຕີບໃຫຍ່ຢູ່ໜີ້. ສະນັ້ນ ເມື່ອຂ້າ​ພະ​ເຈົ້າຖືກຖາມວ່າຂ້າ​ພະ​ເຈົ້າມາ​ແຕ່ໃສ? ຂ້າ​ພະ​ເຈົ້າກໍ​ເວົ້າ​ວ່າ​ໂອ​ຮາຍ​ໂອ. ແລະຫຼັງຈາກນັ້ນເຂົາກໍ່ເວົ້າ​ວ່າ ແທ້ໆ​ແລ້ວແມ່ນ​ເຈົ້າ​ມາ​ຈາກ​ໃສ ແລະ​ຂ້າ​ພະ​ເຈົ້າ​ກໍ​ຕອບ​ວ່າ ບໍ່​ໄດ້​ມາ​ຈາກ​ໃສ. ແທ້ໆ ແລ້ວຂ້ອຍກໍ​ມາ​ແຕ່​ໂອ​ຮາຍ​ໂອ​ອີ່​ຫລີ.”

ເພື່ອ​ຍົກ​ສູງ​ຄວາມ​ຮູ້ໃນດ້ານນີ້​ ໃນເດືອນສິງ​ຫາ 2021 ຜ່ານ​ມາ, ທ່ານ​ນາງ​ຈຶ່ງ​ໄດ້​ຂຽນ ແລະ​ນຳ​ສະ​ເໜີ​ຮ່າງ​ກົດ​ໝາຍເລກ​ທີ S. B. No. 214, ຮຽກ​ຮ້ອງ​ໃຫ້​ສອນວິ​ຊາ​ປະ​ຫວັດ​ສາດຂອງຄົນອາ​ເມ​ຣິ​ກັນເຊື້ອ​ສາຍເອ​ເຊຍຢູ່​ໃນຫ້ອງ​ຮຽນ​ ນັບ​ແຕ່​ຫ້ອງອະ​ນຸ​ບານ​ຈົນ​ຮອດ​ຊັ້ນ 12 ຫລື ປີ​ສຸດ​ທ້າຍ​ຂອງ​ມັດ​ທະ​ຍົມ​ປາຍໃນ​ທົ່ວ​ລັດ​ດັ່ງ​ກ່າວ. ທ່ານ​ນາງ​ເລົ່າ​ເຖິງສິ່ງທີ່​ພາ​ໃຫ້​ທ່ານ​ນາງ​ຕັດ​ສິນ​ໃຈ​ສະ​ເໜີ​ຮ່າງ​ກົດ​ໝາຍນີ້​ອີກວ່າ:

“ຂ້າພະເຈົ້າໄດ້ຮັບແຮງບັນດານໃຈໃນການສ້າງ​ຮ່າງ​ກົດ​ໝາຍນີ້ຂຶ້ນ​ມາ ກໍເພາະ ວ່າຂ້າພະເຈົ້າມີຄວາມມຸ້ງ​ຫ​ວັງຢ່າງ​ແຮງ​ກ້າ​ຢາກໃຫ້ຫົວຂໍ້ກ່ຽວ​ກັບການລວມ ເອົາຊາວເອ​ເຊຍ - ອາເມຣິກັນ​ຢູ່ໜີ້ເຂົ້າໃນປະຫວັດສາດຂອງ​ລັດ​ໂອ​ຮາຍ​ໂອ​. ຊາວ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ເອ​ເຊຍ​ໄດ້​ມີ​ສ່ວນ​ກ່ຽວ​ພັນ​ກັບປະ​ຫວັດ​ສາດຂອງ​ໂອ​ຮາຍ​ໂອ​ມາເປັນ​ເວ​ລາ​ຫຼາຍ​ຮ້ອຍ​ປີ ​ແລະ​ຂ້າ​ພະ​ເຈົ້າບໍ່​ຄິດດອກ​ວ່າ ​ຄົນ​ຈະ​ຮູ້​ກ່ຽວ​ກັບ​ເລື້ອງນີ້​. ສະນັ້ນ ຕາມປົກ​ກະ​ຕິ​ແລ້ວຂ້າ​ພະ​ເຈົ້າມີຮ່າງ​ກົດ​ໝາຍ​ອັນອື່ນໆ ທີ່ກ່ຽວຂ້ອງກັບຊາວເອເຊຍ-ອາເມຣິ​ກັນ ແຕ່ສິ່ງທີ່ຂ້າ​ພະ​ເຈົ້າບໍ່ຮູ້ຈັກ ​ກໍ​ແມ່ນວ່າ ເພື່ອນຮ່ວມງານຂອງຂ້າ​ພະ​ເຈົ້າ ແລະຄົນສ່ວນ​ຫລາຍຢູ່ທີ່ນີ້ ໃນໂອ​ຮາຍ​ໂອ​ໜີ້ ບໍ່ຮູ້ປະ ຫວັດສາດຂອງ​ຄົນເອ​ເຊຍ - ອາເມຣິກັນໃນໂອ​ຮາຍ​ໂອເລີຍ.”

ສະ​ມາ​ຊິກ​ສະ​ພາ​ສູງ​ທີ່​ມາ​ຈາກ​ຄອບ​ຄົວ​ອົບ​ພະ​ຍົບລາວ​ຜູ້ນີ້ ໃຫ້​ຄຳ​ເຫັນ​ອີກວ່າ ການ​ຮຽ​ນ​ຮູ້ປະ​ຫວັດ​ສາດເຊັ່ນ​ການ​ແຊກ​ແຊງ​ທາງ​ທະ​ຫານ​ສະ​ຫະ​ລັດເຂົ້າ​ໃນ​ຂົງ​ເຂດ​ເອ​ເຊຍຕາ​ເວັນ​ອອກ​ສຽງ​ໃຕ້ ແລະ​ສາ​ເຫດ​ທີ່​ລາວຖືກ​ດຶງ​ເຂົ້າ​ໄປກ່ຽວພັນກັບ​ສົງ​ຄາມ​ຫວຽດ​ນາມ ຈະ​ຊ່ວຍ​ໃຫ້​ບັນ​ດາ​ນັກ​ຮຽນ​ທີ່​ຄື​ກັນ​ກັບ​ທ່ານ​ນາງໃນ​ເມື່ອ​ກ່ອນນັ້ນ​ເຂົ້າ​ໃຈຫລາຍ​ຂຶ້ນ​ເຖິງ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງການ​ຍົກ​ຍ້າຍ​ຖິ່ນ​ຖານຂອງ​ເຂົາ​ເຈົ້າ ຫລື​ພໍ່​ແມ່​ຂອງ​ເຂົາ​ເຈົ້າມາຢູ່​ໃນ​ສະ​ຫະ​ລັດ.

ທ່ານ​ນາງທີ​ນາຍອມ​ຮັບ​ວ່າຮ່າງ​ກົດ​ໝາຍ​ນີ້ ຍັງຕ້ອງ​ໄດ້​ຜ່ານ​ຂັ້ນ​ຕອນ​ນິ​ຕິ​ບັນ​ຍັດອີກຫລາຍ​ຂັ້ນ​ຢູ່ ຈຶ່ງຈະ​ກາຍ​ເປັນ​ກົດ​ໝາຍ​ອັນນຶ່ງໃນ​ລັດໂອ​ຮາຍ​ໂອໄດ້ ແຕ່ ແນວ​ໃດກໍ​ຕາມ ທ່ານ​ນາງ​ກໍ​ຖື​ວ່າ​ມັນ​ໄດ້ຮັບໄຊ​ຊະ​ນະແລ້ວ ຊຶ່ງ​ທ່ານ​ນາງຊີ້​ແຈງດັ່ງ​ນີ້:

“ແມ່ນແລ້ວ, ມັນເປັນຮ່າງກົດໝາຍທີ່ຈະຕ້ອງໄດ້​ເຮັດວຽກທາງນິຕິບັນຍັດຫຼາຍຢູ່, ສະນັ້ນ, ສໍາລັບປີນີ້, ມັນອາດຈະບໍ່ໄດ້​ຖືກ​ຮັບ​ຮອງ​ເທື່ອ, ແຕ່ພວກເຮົາອາດ ຈະ ຕ້ອງໄດ້ມີ​ການ​ຮັບ​ຟັງກ່ຽວ​ກັບ​ມັນຕື່ມອີກ, ຊຶ່ງກໍຍັງຖືເປັນໄຊຊະນະອັນໃຫຍ່ ຫລວງແລ້ວ. ນັ້ນແມ່ນຄວາມຄືບຫນ້າເພື່ອ​ໃຫ້​ຜູ້​ຄົນຈະໄດ້ຮັບຟັງເພີ່ມເຕີມ ກ່ຽວກັບຮ່າງ​ກົດ​ໝາຍນີ້ ນອກເໜືອ​ຈາກ​ການ​ຮັບ​ຟັງ​ຈາກຜູ້ສະຫນັບສະຫນູນ​ຂອງມັນ​.”

ຖ້າ​ຫາ​ກ​ຮ່າງ​ກົດ​ໝາຍນີ້ໄດ້​ຖືກ​ຮັບ​ຮອງ​ເອົາມັນ​ກໍ​ຈະ​ເຮັດ​ໃຫ້​ລັດ​ໂອ​ຮາຍ​ໂອ​ທີ່​ປະ​ຊາ​ຊົນ​ສ່ວນ​ໃຫຍ່ຖືກ​ຄອບ​ງຳໂດຍແນວ​ຄິດ​ອາ​ນຸ​ລັກ​ນິ​ຍົມນັ້ນ​ກາຍ​ເປັນລັດ​ທີ 3 ​ໃນ​ປະ​ເທດທີ່​ມີ​ການ​ບັງ​ຄັບ​ໃຫ້​ສອນວິ​ຊາ​ດັ່ງ​ກ່າວໃນ​ລະ​ບົບ​ການ​ສຶກ​ສາ​ສາ​ມັນ​ຂອງ​ລັດ. ໃນ​ປີ​ກາຍນີ້ມີ​ລັດ​ອີ​ລິ​ນອຍ​ ແລະ​ນີ​ວເຈີ​ຊີ ທີ່ໄດ້​ຮັບຮອງ​ເອົາ​ຮ່າງ​ກົດ​ໝາຍແບບນີ້ແລ້ວ.

ເບິ່ງວີ​ດິ​ໂອ​ການ​ສຳ​ພາດທ່ານ​ນາງ​ທີ​ນາ ມະ​ຫາ​ລາດ, ສະ​ມາ​ຊິກ​ສະ​ພາ​ສູງ​ປະ​ຈຳລັດ​ໂອ​ຮາຍ​ໂອ

XS
SM
MD
LG