ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ​ສະ​ພາ​ສູງລາວ-ອາ​ເມ​ຣິ​ກັນ ​ໃນ​ລັດ​ໂອ​ຮາຍ​ໂອຊຸກ​ຍູ້​ໃຫ້​ສອນປະຫວັດ​ສາດ ​ຄົນ​ເອ​ເຊຍ-ອາ​ເມ​ຣິ​ກັນ ເພື່ອ​ຕ້ານ​ການ​ຈຳ​ແນກ​ເຊື້ອ​ຊາດ   


​ເຊີນ​ຟັງ​ການ​ສຳ​ພາດ​ກັບ​ສະ​ມາ​ຊິກ​ສະ​ພາ​ສູງ​ທີ​ນາ ມະ​ຫາ​ລາດ, ຈາກ​ລັດ​ໂອ​ຮາຍ​ໂອ​ກ່ຽວ​ກັບ​ການ​ສອນ​ປະ​ຫວັດ​ສາດ​ຄົນ​ເອ​ເຊຍ-ອາ​ເມ​ຣິ​ກັນ​

ຂະ​ນະທີ່​ມີ​ຄຳ​ຖາມ​ວ່າ​ ຈະ​ເຮັດ​ແນວ​ໃດຈຶ່ງຈະ​ສະ​ກັດ​ກັ້ນການກໍ່ອາຊະຍາກຳຍ້ອນຄວາມກຽດຊັງ ແລະເຫດການຈຳ​ແນກ​ເຊື້ອ​ຊາດຕໍ່ຊາວອາເມຣິກັນເຊື້ອສາຍເອເຊຍທີ່​ກຳ​ລັງເພີ້ມ​ຂຶ້ນ​ຢູ່ໃນ​ສະ​ຫະ​ລັດໜີ້ໄດ້, ທ່ານ​ນາງ​ທີ​ນາ ມະ​ຫາ​ລາດ, ສະ​ມາ​ຊິກ​ສະ​ພາ​ສູງ​ປະ​ຈຳ​ລັດ​ໂອ​ຮາຍ​ໂອ ກໍ​ໄດ້​ຂຽນແລະ​ນຳ​ສະ​ເໜີ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ສອນ​ປະຫວັດ​ສາດຄົນອາ​ເມ​ຣິ​ກັນເຊື້ອ​ສາຍເອ​ເຊຍ ຢູ່​ໃນຫ້ອງ​ຮຽນ​ນັບ​ແຕ່​ຫ້ອງອະ​ນຸ​ບານ ​ຈົນ​ຮອດ​ຊັ້ນ 12 ຫລື ປີ​ສຸດ​ທ້າຍ​ຂອງ​ມັດ​ທະ​ຍົມ​ປາຍ. ທ່ານ​ນາງບອກວ່າ ​ຄົນ​ສ່ວນ​ໃຫຍ່ຢູ່​ໃນ​ລັດຂອງ​ທ່ານ​ນາງ ທີ່​ມີ​ຊາວ​ອາ​ເມ​ຣິ​ກັນ​ຜິວ​ຂາວກວມ​ເອົາຫລາຍ​ກວ່າ 81 ເປີ​ເຊັນຂອງ​ພົນ​ລະ​ເມືອງນັ້ນ​ຂາດ​ຄວາມ​ຮູ້ ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ຫວັດ​ສາດ​ ຄວາມ​ເປັນ​ມາຂອງ​ຄົນ​ເຊື້ອ​ສາຍເອ​ເຊຍ ຊຶ່ງ​ທ່ານ​ນາງ​ຊີ້​ໃຫ້​ເຫັນ​ຈຸດນີ້​ວ່າ:

“ຂ້າ​ພະ​ເຈົ້າ​ຄິດ​ວ່າ​ຢູ່​ໜີ້ ໃນໂອ​ຮາຍ​ໂອ ພວກ​ເຮົາ​ບໍ່ມີ​ຄວາມ​ຮູ້ ຄວາມ​ເຂົ້າ​ໃຈ ຫຍັງ​ກ່ຽວ​ກັບ​ປະ​ຫວັດ​ສາດ​ຊາວອາ​ເມຣິ​ກັນ​ເຊື້ອ​ສາຍ​ເອ​ເຊຍ. ເວົ້າ​ໂດຍ​ສະ​ເພາະ ຢູ່​ໃນ​ລັດໂອ​ຮາຍ​ໂອ, ພວກເຮົາມັກຖືກຖາມ​ວ່າ ພວກ​ເຮົາ​ມາ​ແຕ່​ໃສ? ຊຶ່ງ​ເປັນ​ສິ່ງ​ໃດ​ສິ່ງ​ນຶ່ງບົ່ງບ​ອກວ່າ ພວກ​ເຮົາ​ບໍ່​ໄດ້​ມ​າ​ຈາກ​ໂອ​ຮາຍ​ໂອ. ພວກ​ເຮົາ​ຖືກ ມອງເບິ່ງຄືວ່າ ເປັນ​ຄົນ​ຕ່າງ​ປະ​ເທດ​ຢູ່ໃນ​ລັດ​ຂອງ​ເຮົາ​ເອງເຖິງ​ແມ່ນ​ວ່າ ຂ້າ​ພະ​ເຈົ້າເກີດ ແລະເຕີບໃຫຍ່ຢູ່ໜີ້. ສະນັ້ນ ເມື່ອຂ້າ​ພະ​ເຈົ້າຖືກຖາມວ່າຂ້າ​ພະ​ເຈົ້າມາ​ແຕ່ ໃສ? ຂ້າ​ພະ​ເຈົ້າກໍ​ເວົ້າ​ວ່າ​ໂອ​ຮາຍ​ໂອ. ແລະຫຼັງຈາກນັ້ນເຂົາເຈົ້າກໍ່ເວົ້າ​ວ່າ ແທ້ໆ​ແລ້ວ ແມ່ນ​ເຈົ້າ​ມາ​ຈາກ​ໃສ ແລະ​ຂ້າ​ພະ​ເຈົ້າ​ກໍ​ຕອບ​ວ່າ ບໍ່​ໄດ້​ມາ​ຈາກ​ໃສ ແທ້ໆ ແລ້ວແມ່ນຂ້ອຍ​ມາ​ແຕ່​ໂອ​ຮາຍ​ໂອ​ອີ່​ຫລີ.”

ເພື່ອ​ຫລຸດ​ຜ່ອນປາ​ກົດ​ການ​ຫຍໍ້​ທໍ້ເຊັ່ນ​ນີ້ ​ທ່ານ​ນາງຄິດ​ວ່າ ການ​ສອນຄວາມ​ຮູ້ ທາງ​ປະ​ຫວັດ​ສາດ​ຂອງ​ຄົນ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ເອ​ເຊຍ​ຕັ້ງ​ແຕ່​ເຍົາ​ໄວແມ່​ນ​ສຳ​ຄັນ​ຫລາຍ. ຮ່າງ​ກົດ​ໝາຍ​ທີ່​ທ່ານ​ນາງໄດ້ນຳ​ສະ​ເໜີໃນ​ເດືອນ​ສິງ​ຫາ ປີ 2021 ​ໃຫ້​ບັນ​ດາ​ຜູ້​ແທນ​ສະ​ພາຂອງ​ລັດ​ໂອ​ຮາຍ​ໂອຮັບ​ຮອງ​ເອົານັ້ນ ຈະຮຽກ​ຮ້ອງ​ໃຫ້​ໂຮງ​ຮຽນ​ຕ່າງ​ທົ່ວ​ລັດເອົາ​ວໍ​ຊານີ້​ເຂົ້າ​ໃນ​ຫລັກ​ສູດ​ການ​ສອນ. ​ປັດ​ຈຸ​ບັນເຖິງແມ່ນ​ວ່າ ​ມັນ​ຍັງ​ບໍ່​ທັນ​ໄດ້​ຖືກ​ຮັບ​ຮອງ​ເອົາ​ເທື່ອກໍ​ຕາມ ​ແຕ່​ກໍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ທັງ​ສອງ​ພັກ​ພໍ​ສົມ​ຄວນ​ຢູ່.

XS
SM
MD
LG