ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວອາເມຣິກັນ ອົບພະຍົບ ກັບຄືນເມືອລາວ ເພື່ອລົງທຶນເຮັດທຸລະກິດ ບ້ານພັກຣີສອດ ຢູ່ນອກນະຄອນຫຼວງວຽງຈັນ


ວີດີໂອ ສະຖານທີ່ບ້ານພັກຣີສອດ American All-Star, AAS Resort

ຊາວລາວອົບພະຍົບຫຼາຍໆຄົນ ມີໂອກາດໄດ້ກັບຄືນໄປຢ້ຽມຢາມບ້ານເກີດເມືອງນອນ ແລະຫຼາຍໆຄົນ ຄົງມີຄວາມໄຝ່ຝັນຢາກຈະກັບຄືນໄປລົງທຶນ ໃນທຸລະກິດໃດນຶ່ງກໍເປັນໄດ້ ແຕ່ສຳລັບ ຍານາງ ສະເພັດ ຈຸນລະມະນີ ຜູ້ທີ່ໄດ້ວາງແຜນຢ່າງຕັ້ງອົກຕັ້ງໃຈແຕ່ຕົ້ນໆ ແລະໃນທີ່ສຸດຄອບຄົວເພິ່ນ ກໍສາມາດປະກອບທຸລະກິດບ້ານພັກ ທີ່ເອີ້ນວ່າ American All-star ຫຼື AAS Resort ມາໄດ້ສອງ ປີແລ້ວ ຊຶ່ງໄຊຈະເລີນສຸກ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຍານາງສະເພັດ ຈຸນລະມະນີ ຜູ້ບໍລິຫານບ້ານພັກຣີສອດ American All-Star AAS Resort, ບ້ານຄົກເມືອດ ເມືອງໝື່ນ ແຂວງວຽງຈັນ
ຍານາງສະເພັດ ຈຸນລະມະນີ ຜູ້ບໍລິຫານບ້ານພັກຣີສອດ American All-Star AAS Resort, ບ້ານຄົກເມືອດ ເມືອງໝື່ນ ແຂວງວຽງຈັນ

ຍານາງສະເພັດ ຈຸນລະມະນີ ເກີດຢູ່ບ້ານຈອມທອງ ເມືອງທ່າແຂກ ແຂວງຄຳມ່ວນ ເມື່ອມີອາຍຸໄດ້ປະມານ 30 ກວ່າປີ ໃນວັນທີ 27 ເດືອນເມສາ ປີ 1992 ຄອບຄົວຂອງເພິ່ນໂດຍມີສາມີພ້ອມດ້ວຍລູກເຕົ້າຫ້າຄົນຊຶ່ງລູກຊາຍຫຼ້າມີອາຍຸ 3 ປີ ກໍໄດ້ພາກັນເດີນທາງອອກຈາກເມືອງລາວ ໂດຍໄດ້ຮັບການອຸປະຖຳຈາກອົງ ການສາສະໜາຂອງສະຫະລັດ ຊຶ່ງໃນຊ່ວງເວລານີ້ ສູນອົບພະຍົບໃນໄທ ກໍໄດ້ເລີ້ມປິດລົງ. ຍານາງເລົ່າໃຫ້ຟັງວ່າ ເພິ່ນບໍ່ໄດ້ເຂົ້າສູນອົບພະຍົບເລີຍ ພຽງແຕ່ໄດ້ໄປຍື່ນເອກະສານຢູ່ໃນສູນ ແລ້ວໄປພັກຢູ່ບາງກອກເປັນເວລາສິບວັນ ເພື່ອການກວດສຸຂະພາບ ພ້ອມທັງຮັບການສັກຢາຢ່າງໜ້ອຍສາມເຂັມ ກ່ອນໜ້າວັນອອກເດີນທາງມາສະຫະລັດ. ຍານາງສະເພັດ ອະທິບາຍເຖິງການເດີນທາງອອກຈາກລາວໃຫ້ຟັງວ່າ:

ເນື່ອງຈາກວ່າຍານາງມີລູກຫຼາຍຄົນ ຈຶ່ງໄດ້ປຶກສາຫາລືກັບສາມີ ແລ້ວກໍໄດ້ຕັດ ສິນໃຈນຳເອົາຄອບຄົວເດີນທາງມາສະຫະລັດ ເພື່ອຢາກໃຫ້ພວກລູກເຕົ້າໄດ້ຮັບການສຶກສາ ດ້ວຍເຫດຜົນອັນນີ້ເພິ່ນກໍໄດ້ດຳເນີນການຍື່ນເອກະສານຜ່ານອົງການສະຫະປະຊາຊາດ ເພື່ອຂໍລີ້ໄພ ຕາມກາແນະນຳຂອງພີ່ນ້ອງ ທີ່ຢູ່ໃນສະຫະລັດ ແລະກໍໄດ້ຮັບການອຸປະຖຳຂອງໂບດຄຣິສຕຽນ ຢູ່ໃນເມືອງສະຕອກຕັນ ລັດຄາລີຟໍເນຍ ຊຶ່ງຍານາກ່າວໃຫ້ຟັງວ່າ:

ຕັ້ງແຕ່ນັ້ນມາພວກລູກເຕົ້າຂອງຍານາງສະເພັດ ກໍໄດ້ເຂົ້າໂຮງຮຽນຕາມອາຍຸຂອງແຕ່ລະຄົນ ຊຶ່ງລູກສາວກົກຂອງເພິ່ນກໍໄດ້ຮ່ຳຮຽນຕັ້ງແຕ່ຊັ້ນປະຖົມຈົນຈົບມັດທະຍົມ ສ່ວນສາມີຂອງຍານາງກໍໄດ້ໄປຮ່ຳຮຽນຕໍ່ເຊັ່ນກັນ ໃນໄລຍະແປດປີທີ່ອາໄສຢູ່ໃນເມືອງດັ່ງກ່າວ ຍານາງກໍໄດ້ເລີ້ມຫາວຽກເຮັດໂດຍຜ່ານການຊ່ອຍເຫຼືອຈາກທາງໂບດຄຣິສຕຽນດັ່ງທີ່ເພິ່ນເລົ່າໃຫ້ຟັງອີກວ່າ:

ຍານາງບອກວີໂອເອລາວວ່າ ພວກຕຸກກະຕາ ຕ້ອງໃຊ້ກາວຕິດແຕ່ລະຊິ້ນສ່ວນທີ່ທາງບໍລິສັດສົ່ງມາໃຫ້ພ້ອມກັບແບບຢ່າງຂອງແຕ່ລະໂຕ ແລ້ວກໍພາກັນຕິດໃຫ້ຄືກັບໂຕແບບຫັ້ນ ຊຶ່ງໝົດທຸກຄົນໃນຄອບຄົວກໍຊ່ອຍກັນຄົນລະໄມ້ຄົນລະມື ຍານາງກ່າວວ່າ “ເຮັດໄດ້ມື້ນຶ່ງ 1000 ໂຕ ແລະກໍຈະໄດ້ຮັບຄ່າຈ້າງ 100 ໂດລາ ໂດຍເຮັດຈົນຫລັບຄາທີ່ກໍມີ ຖ້າເຮົາເຮັດຫຼາຍຊ່ຳໃດກໍຈະໄດ້ເງິນຫຼາຍຊ່ຳນັ້ນ ເມື່ອສຳເລັດແລ້ວ ກໍສົ່ງກັບຄືນໄປໃຫ້ບໍລິສັດ ສ່ວນທາງໂບດເພິ່ນກະຊ່ອຍທາງດ້ານລົດລາມືສອງ ແລະທີ່ຢູ່ອາໄສນຳດ້ວຍ.”

ແຕ່ເຖິງຢ່າງນັ້ນກໍຕາມ ເມື່ອລູກສາວກົກຂອງຍານາງຮຽນຈົບຊັ້ນມັດທະຍົມແລ້ວ ພວກເພິ່ນກໍໄດ້ພາກັນຍົກຍ້າຍໄປຢູ່ເມືອງຮໍແລນ ລັດມິຊິແກັນ ດັ່ງທີ່ຍານາງກ່າວໃຫ້ຟັງດັ່ງນີ້:

ໃນຊ່ວງທີ່ອາໄສຢູ່ໃນເມືອງຮໍແລນ ພວກລູກໆຂອງເພິ່ນ ກໍພາກັນຮຽນຈົບຊັ້ນມັດທະຍົມເກືອບທັງໝົດ ແລະກໍໄດ້ຮ່ຳຮຽນຕໍ່ທີ່ວິທະຍາໄລ ແລະມະຫາວິທະ ຍາໄລ ສ່ວນສາມີຂອງເພິ່ນກໍໄດ້ຮັບປະລິນຍາ ສາຂາວິສະວະກອນອີເລັກໂທຣນິກ ພ້ອມທັງລູກສາວກົກ ຊຶ່ງທັງສອງກໍໄດ້ໄປເຮັດວຽກຢູ່ທີ່ບໍລິສັດເຈັນທຣອນ ນຳກັນ ແລະຍານາງເອງກໍໄດ້ໄປເຮັດວຽກຫຍິບໜັງຫຸ້ມເບາະລົດຢູ່ໂຮງງານ ມາໄດ້ໄລຍະນຶ່ງຕາມແຜນການທີ່ຕົນໄດ້ຄິດໄວ້ເພື່ອຫາເງິນກັບຄືນໄປຢູ່ລາວ ທີ່ເພິ່ນເວົ້າວ່າ:

ໃນປີ 2007 ເມື່ອພໍ່ຂອງຍານາງໄດ້ລົ້ມປ່ວຍໜັກເພິ່ນຈຶ່ງເດີນທາງກັບຄືນໄປລາວ ເພື່ອເບິ່ງແຍງພໍ່ ແລ້ວກໍໄດ້ທຽວມາຢ້ຽມຢາມພໍ່ໃນແຕ່ລະປີ ຈົນຕົກມາເຖິງປີ 2016 ເພິ່ນໄດ້ກໍເລີ້ມຕົ້ນແຜນການເປີດທຸລະກິດຮ້ານອາຫານຮ່ວມກັບລູກຊາຍ ທີ່ມີຊື່ວ່າ American All-Star ຢູ່ໃນເມືອງສີໂຄດຕະບອງມາໄດ້ສີ່ປີ ແລ້ວໄດ້ຍົກຍ້້າຍຮ້ານດັ່ງກ່າວ ມາຕັ້ງຢູ່ໃນບ້ານພັກໃນເມືອງໝື່ນ ແຂວງວຽງຈັນ ໃນປີ 2020 ຊຶ່ງຍານາງໄດ້ເລີ້ມຊື້ດິນໃນນາມຂອງລູກໄພ້ ດັ່ງທີ່ເພິ່ນກ່າວໃຫ້ຟັງວ່າ:

ໃນປັດຈຸບັນນີ້ ບ້ານພັກກໍໄດ້ຕ້ອນຮັບທັງແຂກຕ່າງປະເທດແລະພາຍໃນປະເທດມາໄດ້ສອງປີແລ້ວ. ຍານາງກ່າວມ້ວນທ້າຍວ່າ ຍ້ອນໄດ້ຮັບການອຳນວຍຄວາມສະດວກຈາກທຸກພາກສ່ວນທີ່ກ່ຽວຂ້ອງຂອງທາງການລາວ ສະນັ້ນການດຳເນີນທຸລະກິດຈຶ່ງເດີນໄປໄດ້ດ້ວຍດີ.

ຍານາງສະເພັດ ຈຸນລະມະນີ ແລະລູກສາວ ຜູ້ລິເລີ້ມໂຄງການນຳເອົາສິລປິນ ຊັ້ນນຳຂອງລາວ ມາສະແດງຄອນເສີດ ເພື່ອເຜີຍແຜ່ວັດທະນະທຳ ຢູ່ທີ່ເມືອງເອີວິງ ລັດເທັກຊັສ.

ຍານາງສະເພັດ ຈຸນລະມະນີ ແລະເຄືອຍາດ ຜູ້ລິເລີ້ມໂຄງການນຳເອົາສິລປິນ ຊັ້ນນຳຂອງລາວ ມາສະແດງຄອນເສີດ ເພື່ອເຜີຍແຜ່ວັດທະນະທຳ ຢູ່ທີ່ເມືອງເອີວິງ ລັດເທັກຊັສ.
ຍານາງສະເພັດ ຈຸນລະມະນີ ແລະເຄືອຍາດ ຜູ້ລິເລີ້ມໂຄງການນຳເອົາສິລປິນ ຊັ້ນນຳຂອງລາວ ມາສະແດງຄອນເສີດ ເພື່ອເຜີຍແຜ່ວັດທະນະທຳ ຢູ່ທີ່ເມືອງເອີວິງ ລັດເທັກຊັສ.
XS
SM
MD
LG