ໃນຂະນະທີ່ມີເຫດການກໍ່ອາຊະຍາກຳຕໍ່ຊາວອາເມຣິກັນເຊື້ອສາຍເອເຊຍ ຫຼາຍຂຶ້ນນັບມື້ຢູ່ທົ່ວສະຫະລັດ ແລະເຖິງແມ່ນວ່າ ລັດຖະສະພາສະຫະລັດ ໄດ້ຮັບຜ່ານກົດໝາຍທີ່ອະນຸຍາດໃຫ້ກະຊວງຍຸຕິທຳຈັດຕັ້ງຕຳແໜ່ງໃໝ່ຂຶ້ນເພື່ອເລັ່ງທົບທວນຄືນການກໍ່ອາຊະຍາກຳທີ່ກ່ຽວຂ້ອງກັບຄວາມກຽດຊັງ ພົວພັນກັບພະຍາດໂຄວິດ-19 ແລະໃຫ້ການຊ່ອຍເຫຼືອແກ່ກົມຕຳຫຼວດຂອງທ້ອງຖິ່ນ ໃນການຮັບມື ກັບການກໍ່ຄວາມຮຸນແຮງໃດໆຕໍ່ຊາວອາເມຣິກັນເຊື້ອສາຍເອເຊຍ ເຊິ່ງປະທານາ ທິບໍດີ ໂຈ ໄບເດັນ ກໍໄດ້ລົງນາມໃນຮ່າງກົດໝາຍດັ່ງກ່າວ ໃຫ້ມີຜົນບັງຄັບໃຊ້ໄດ້ຢ່າງຄົບຖ້ວນແລ້ວກໍຕາມ.
ແຕ່ເຫດການຂອງຄວາມກຽດຊັງຕໍ່ຊາວອາເມຣິກັນເຊື້ອສາຍເອເຊຍ ກໍຍັງສືບຕໍ່ເກີດຂຶ້ນເປັນປະຈຳ ດັ່ງທີ່ ທ້າວຮານ ສິງສົງຄາມ ຜູ້ທີ່ອາໄສຢູ່ໃນເຂດບຸກຄລິນ ລັດນິວຢອກ ໃນປັດຈຸບັນນີ້ ເລົ່າສູ່ວີໂອເອ ລາວ ຟັງວ່າ:
ທ້າວຮານ ເວົ້າວ່າ “ຄົນຂາວແກວ່ງຈອກແກ້ວໃສ່ລາວແລະໝູ່ ພວກເຂົາເລີຍອອກໄປຂ້າງນອກ ແລ້ວຄົນຂາວກໍແລ່ນເຂົ້າມາສິຕີ” ລາວຈຶ່ງຕ້ອງໄດ້ປ້ອງກັນຕົວ ແລ້ວຊົກໜ້າຄົນຂາວ ເຫດການເກີດຂຶ້ນຢ່າງວ່ອງໄວ ເຈົ້າຂອງຮ້ານໄດ້ໂທລະສັບຫາຕຳຫຼວດ. ທ້າວຮານກ່າວວ່າ ເປັນຈັ່ງໂຊກກົມຕຳຫຼວດຢູ່ໃກ້ໆ ໃນບໍ່ດົນພວກເຂົາກໍມາຮອດແລ້ວຈັບເອົາຄົນຂາວໄປ ເຫດການກໍຈົບລົງພຽງເທົ່ານັ້ນ.
ຊາວອາເມຣິກັນເຊື້ອສາຍເອເຊຍຫຼາຍຄົນ ຖືກທຳຮ້າຍຮ່າງກາຍຈົນເປັນຂ່າວດັງຖ່າຍທອດໃຫ້ເຫັນຢູ່ເລື້ອຍໆ ນອກນັ້ນຢັງຖືກດ່າ ຖືກຮ້ອງຊື່ຕ່າງໆນາໆ ຫຼືບອກວ່າ “ໃຫ້ກັບຄືນໄປປະເທດຂອງພວກເຈົ້າ” ແລະເຫດການທັງຫຼາຍເຫຼົ່ານີ້ ສ່ວນໃຫຍ່ແລ້ວ ຈະບໍ່ໄດ້ຖືກແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດ ເພາະວ່າ ຄົນເອເຊຍໂດຍທົ່ວໄປ ບໍ່ຢາກມີເລື້ອງມີລາວ ທີ່ຕ້ອງໄດ້ຂຶ້ນໄປຫາກົມຕຳຫຼວດແລະສານ.