“I have a dream that one day this nation will rise up, live out the true meaning of its creed, we hold these truths to be self-evident, that all men are created equal.”
ນັ້ນຄືຄຳເຫັນຕອນນຶ່ງຂອງ ດຣ. ມາຕິນ ລູເທີ ຄິງ, ຊາວອາເມຣິກາເຊື້ອສາຍອາຟຣິກາທີ່ກ່າວຢູ່ໃນຄຳປາໄສຂອງທ່ານ ທີ່ເອີ້ນວ່າ “I have a dream” ຢູ່ເທິງເວທີຕໍ່ໜ້າຝູງຊົນຫລາຍພັນຄົນທີ່ເດີນຂະບວນເຂົ້າມາເຕົ້າໂຮມກັນຢູ່ທີ່ນະຄອນຫລວງວໍຊິງຕັນໃນວັນທີ 28 ສິງຫາ, 1963 ຊຶ່ງແປວ່າ: “ຂ້ອຍມີຄວາມຝັນວ່າມື້ນຶ່ງ ປະເທດຊາດນີ້ຈະກ້າວຂຶ້ນ ຈະເຮັດໃຫ້ໄດ້ຕາມຄວາມໝາຍອັນແທ້ຈິງຂອງຄວາມເຊື່ອທາງສາດສະໜາຂອງຕົນ, ພວກເຮົາຍຶດຖືເອົາຄວາມຈິງເຫຼົ່ານີ້ໃຫ້ເປັນຫລັກຖານທີ່ວ່າມະນຸດທຸກຄົນຖືກສ້າງຂຶ້ນມາໃຫ້ເທົ່າທຽມກັນ.”
ເພື່ອລະນຶກເຖິງຜົນງານອັນສຳຄັນຂອງທ່ານຄິງຜູ້ສ້າງປະຫວັດສາດຂອງອາເມຣິກາໃນດ້ານຄວາມສະເໝີພາບທາງດ້ານຊົນຜິວພັນ ກໍຄືວັນທີ 15 ມັງກອນພວກເຮົາໄດ້ສຳພາດທ່ານເສລີ ເທບພະພອນ, ຜູ້ນຳທ່ານນຶ່ງຂອງປະຊາຄົມລາວຢູ່ໃນເມືອງຊັກຄຣາແມນໂຕຂອງລັດຄາລິຟໍເນຍ. ໃນນາມທີ່ເປັນສະມາຊິກຂອງປະຊາຄົມຄົນເຊື້ອສາຍເອເຊຍ ທີ່ຫາກໍ່ເຂົ້າມາຕັ້ງຖິ່ນຖານໃນສະຫະລັດໃນບໍ່ເທົ່າໃດທົດສະວັດມານີ້ທ່ານກໍໄດ້ຮຽນຮູ້ບົດຮຽນໃນການຕໍ່ສູ້ເພື່ອຄວາມສະເໝີພາບດ້ານຊົນຊາດຊົນເຜົ່າຂອງ ດຣ. ຄິງນີ້ ຫລາຍຊຶ່ງທ່ານກ່າວດັ່ງນີ້:
ທ່ານກ່າວອີກວ່າຄຳເວົ້າຂອງ ດຣ. ຄິງຍັງມີຄວາມໝາຍແລະແທດເໝາະກັບຊີວິດຂອງຄົນທີ່ຢູ່ໃນສະພາບທີ່ຫຍໍ້ທໍ້ ຫລືບໍ່ເທົ່າທຽມຄົນອື່ນແລະຢາກປົດປ່ອຍໂຕເອງອອກຈາກສະພາບນັ້ນ ຊຶ່ງທ່ານກ່າວວ່າ:
ດຣ. ຄິງເກີດເມື່ອວັນທີ 15 ມັງກອນ, ປີ 1929 ແລະເສຍຊີວິດໄປໃນປີ 1968 ຍ້ອນຖືກລອບສັງຫານ. ສະນັ້ນວັນທີ 15 ມັງກອນກໍຖືກຕັ້ງໃຫ້ເປັນວັນພັກທາງການຂອງສະຫະລັດທີ່ເອີ້ນວ່າວັນ Martin Luther King Jr. ນັບແຕ່ປີ 1971 ເປັນຕົ້ນມາ.
ເບິ່ງວີດິໂອ ວີດິໂອກ່ຽວກັບຂ່າວນີ້: