ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວອາເມຣິກັນ ແລະປະຊາຊົນທົ່ວໄປ ປະເຊີນກັບລາຄານໍ້າມັນ ທີ່ແພງຂຶ້ນ ໃນລັດຄາລິຟໍເນຍ


ລູກ​ຄ້າ​ຄົນ​ນຶ່ງ ພວມ​ຕື່ມ​ນ້ຳ​ມັນ​ລົດຂອງ​ລາວ ທີ່​ນະ​ຄອນ​ລອ​ສ​ແອນ​ເຈີ​ລິ​ສ ລັດ​ແຄ​ລີ​ຟໍ​ເນຍ.
ລູກ​ຄ້າ​ຄົນ​ນຶ່ງ ພວມ​ຕື່ມ​ນ້ຳ​ມັນ​ລົດຂອງ​ລາວ ທີ່​ນະ​ຄອນ​ລອ​ສ​ແອນ​ເຈີ​ລິ​ສ ລັດ​ແຄ​ລີ​ຟໍ​ເນຍ.

​ໃນ​ລະ​ຫວ່າງການສະຫຼອງບຸນວັນຂອງຄຸນພະເຈົ້າ ຫຼື Thanksgiving ທີ່ຜ່ານໄປໃນອາ
ທິດແລ້ວນີ້ ມີຊາວອາເມຣິກັນຫຼາຍລ້ານຄົນໄດ້ພາກັນເດີນທາງ ໂດຍ ທາງລົດ ທາງລົດ
ໄຟ ທາງເຮືອບິນ ແລະບັດນີ້ ກຳລັງກັບຄືນບ້ານ. ໃນຂະນະ ດຽວກັນນີ້ ເຂົາເຈົ້າປະເຊີນ
ໜ້າກັບລາຄານໍ້າມັນທີ່ສູງຂຶ້ນຢ່າງໜ້າວິຕົກໃນຮອບ ເຈັດປີທີ່ຜ່ານມາ. ການຂຶ້ນລາຄາ
ນໍ້າມັນຢູ່ໃນແຕ່ລະລັດມີລາຄາບໍ່ເທົ່າກັນ ໂດຍສະເພາະຢູ່ລັດຄາລິຟໍເນຍ ທີ່ຕັ້ງຢູ່ທາງ
ພາກຕາເວັນຕົກສຸດ ແຄມມະຫາສະໝຸດ ປາຊິຟິກ ລາຄານໍ້າມັນແມ່ນສູງກວ່່າລັດອື່ນໆ
ໃນສະຫະລັດອາເມຣິກາ ຄືເກືອບເຖິງ 5 ໂດລາ ຕໍ່ນຶ່ງກາລອນ.

ທ່ານພັນມະນີ ປະທຸມພອນ ຢູ່ເມືອງລອງບິຈ (Long Beach) ລັດຄາລິຟໍເນຍ ໄດ້ກ່າວ
ສູ່ ວີໂອເອ ເຖິງລາຄານໍ້ມັນສູ່ຟັງດັ່ງນີ້:

ລາຄານໍ້າມັນຂຶ້ນ ຢູ່ໃນສະຫະລັດ ໄດ້ເປັນຜົນກະທົບ ຕໍ່ລາຄາສິນຄ້າຕ່າງໆໄປ ໂດຍສະ
ເພາະເຄື່ອງອຸບປະໂພກບໍລິໂພກ. ນອກຈາກນັ້ນຜົນກະທົບ ຍັງເກີດມາຈາກ ການຂົນສົ່ງ
ສິນຄ້າທາງກຳປັ່ນ ຊຶ່ງເຮັດໃຫ້ມີການຊັກຊ້າເນື່ອງຈາກການແຜ່ລະບາດໂຄວິດ19 ທີ່ເຮັດ
ໃຫ້ມີການຂາດແຄນແຮງງານ ໂດຍສະ ເພາະ ຄົນຂັບລົດຂົນສົ່ງສິນຄ້າຈາກທ່າເຮືອ ໄປ
ຫາບັນດາຮ້ານຄ້າ ຢູ່ຕາມຈຸດຕ່າງໆໃນສະຫະລັດ.

XS
SM
MD
LG