ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວລາວອາເມຣິກັນ ຫຼາຍໆກຸ່ມ ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ເປັນການພິເສດ


ປະຊາຄົມເຜົາກືມມຸຢູ່ເຂດເບເອເຣຍ ລັດຄາລິຟໍເນຍ.
ປະຊາຄົມເຜົາກືມມຸຢູ່ເຂດເບເອເຣຍ ລັດຄາລິຟໍເນຍ.

ການສັກຢາວັກຊີນປ້ອງກັນໂຄວິດ-19 ກຳລັງດຳເນີນຢູ່ທົ່ວສະຫະລັດ ໂດຍທົ່ວໄປແລ້ວ
ມີຂອບເຂດຈຳກັດໃຫ້ແກ່ຜູ້ມີອາຍຸ 65 ປີ ຂຶ້ນໄປ ແລະຫຼາຍໆແຫ່ງຕ້ອງໄດ້ລ່ຽນແຖວກັນ
ຢ່າງຍາວຢຽດ. ເຖິງຢ່າງໃດກໍດີ ບາງເຂດເມືອງທ້ອງຖິ່ນ ໄດ້ປະຕິບັດບໍ່ຄືກັນ ແລະບາງ
ຄັ້ງເປັນສິ່ງທີ່ຕື່ນຕົກໃຈຢ່າງບໍ່ຄາດຄິດທີ່ຊາວລາວ ກຶມມຸອາເມຣິກັນ ຢູ່ເມືອງກົງຕຣາ
ກົສຣາ (Contra Costa County) ເຂດເບ ເອເຣຍ ຂອງລັດຄາລີຟໍເນຍ ໄດ້ຮັບຮັບອະ
ນຸຍາດພິເສດ. ຢູ່ເມືອງນີ້ມີບັນດາ ເຜົ່າລາວເຊັ່ນວ່າ ລາວລຸ່ມ ກຶມມຸ ມ້ຽນ ລື້ ໄທດຳ ປະ
ປົນກັນຢູ່ທີ່ໄດ້ຮັບອະນຸຍາດຮ້ອງໄປສັກວັກຊີນປ້ອງກັນໂຄວິດ-19 ແບບກະທັນຫັນພາຍ
ໃນສາມຊົ່ວໂມງເທົ່ານັ້ນ ຈາກ 12:00 ໂມງທ່ຽງວັນຫາ 3:00 ໂມງແລງ ວັນຈັນອາທິດ
ແລ້ວນີ້.

ທ່ານໝັ້ນ ພົມບຸບຜາ ສະມາຊິກສັງຄົມ ທີ່ປຶກສາ ແລະນັກເຂື່ອນໄຫວສັງຄົມ ກືມມຸ ຢູ່ໃນຂົງ
ເຂດນີ້ກ່າວຕໍ່ ວີໂອເອ ວ່າ:


ທ່ານໝັ້ນກໍແມ່ນຜູ້ນຶ່ງ ທີ່ໄດ້ເສຍສະມາຊິກຄອບຄົວຍ້ອນໂຄວິດ-19. ໃນເດືອນ ທັນວາ
ປີກາຍນີ້ພໍ່ເຖົ້າອາຍຸ 97 ປີ ແລະແມ່ເຖົ້າ ອາຍຸ 74 ໄດ້ເສຍຊີວິດສອງ ມື້ຕິດຕໍ່ກັນ. ການ
ປະກາດໃຫ້ໄປສັກວັກຊິນໄດ້ບອກຢ່າງກະທັນຫັນ ແລະກຳນົດ ເວລາຊັກຢາກໍສັ້ນພຽງ
ແຕ່ສາມຊົ່ວໂມງ ເພາະສະນັ້ນຍັງມີປະຊາຊົນຢ່າງຫຼວງ ຫຼາຍທີ່ໄດ້ພາດໂອກາດດັ່ງກ່າວ.

XS
SM
MD
LG