ທ່ານນາງແກ້ວດວງສີ ບຸນຊູວົງ ອາຍຸ 65 ປີ ອາໄສຢູ່ໃນເມືອງອັບເປີ ດາຣບີ ໃກ້ກັບນະຄອນຟີລາແດລເຟຍ ມາໄດ້ 16 ປີ ຜູ້ທີ່ມັກໄປວັດໄປວາເຮັດບຸນສິນກິນທານ ຢູ່ເລື້ອຍມາບໍ່ຂາດຕາມຮີດຄອງປະເພນີຂອງຊາວລາວ-ອາເມຣິກັນທົ່ວໄປ ຊຶ່ງຕົກມາໃນຊ່ວງເກີດການຣະບາດຂອງພະຍາດໂຄວິດ-19 ທີ່ກຳລັງເພີ້ມສູງຂຶ້ນຢ່າງຕໍ່ເນື່ອງຢູ່ນີ້ ເພິ່ນກໍໄດ້ງົດການໄປວັດລົງແລະລະມັດລະວັງຫຼາຍຂຶ້ນ ຫຼັງຈາກທີ່ມີຄົນໃກ້ຕົວ ຕິດໂຄວິດ-19 ດັ່ງທີ່ເພິ່ນກ່າວຕໍ່ວີໂອເອລາວວ່າ:
ໃນສັງຄົມລາວໂດຍສ່ວນໃຫຍ່ແລ້ວ ຖ້າຫາກຜູ້ໃດຕິດເຊື້ອໂຄວິດ ກໍບໍ່ຢາກໃຫ້ໃຜຮູ້ຈັກເພາະຢ້ານສັງຄົມຈະລັງກຽດ ແຕ່ພະຍາດໂຄວິດທີ່ສາມາດຕິດແປດກັນໄດ້ງ່າຍແລະອັນຕະລາຍນີ້ ຕ້ອງໄດ້ເອົາໃຈໃສ່ຢ່າງເອົາຈິງເອົາຈັງຊຶ່ງທ່ານນາງແກ້ວດວງສີ ໃຫ້ຂໍ້ສັງເກດວ່າ:
ໃນຂະນະທີ່ຢາວັກຊີນປ້ອງກັນພະຍາດໂຄວິດ-19 ໄກ້ຈະມີໃຫ້ສັກແລ້ວ ທ່ານນາງແກ້ວດວງສີ ກ່າວວ່າ ເປັນສິ່ງທີ່ໝົດທຸກຄົນຄ່ອງຄອຍມາດົນແລ້ວ ແລະເພິ່ນເອງກໍເປັນຄົນນຶ່ງ ຈະອາສາສະໝັກສັກຢາວັກຊີນປ້ອງກັນພະຍາດດັ່ງກ່າວນີ້.