ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ດຣ.ອາເລັກສ໌ເວົ້າວ່າ ຄົນລາວ 1 ຄົນເສຍຊີວິດ ແລະມີຄົນອະນາຖາໄປປົວນໍາເພິ່ນຫລາຍຂຶ້ນ ຍ້ອນໂຄວິດ-19 ໃນລັດເທັກຊັສ


ດຣ. ອາເລັກສ໌ ວິໄລທອງ, ຜູ້ສ້າງຕັ້ງ ແລະອໍານວຍການຂອງຄລີນິກສໍາລັບປິ່ນປົວຄົນອະນາຖາແຫ່ງນຶ່ງ ຢູ່ໃນເມືອງຝອດເວີດ, ລັດເທັກຊັສ ຢູ່ທາງພາກໃຕ້ຂອງສະຫະລັດ
ດຣ. ອາເລັກສ໌ ວິໄລທອງ, ຜູ້ສ້າງຕັ້ງ ແລະອໍານວຍການຂອງຄລີນິກສໍາລັບປິ່ນປົວຄົນອະນາຖາແຫ່ງນຶ່ງ ຢູ່ໃນເມືອງຝອດເວີດ, ລັດເທັກຊັສ ຢູ່ທາງພາກໃຕ້ຂອງສະຫະລັດ

ດຣ. ອາເລັກສ໌ ວິໄລທອງ, ທ່ານໝໍໜຸ່ມລາວ-ອາເມຣິກັນຄົນນຶ່ງ, ທີ່ເປັນ ຜູ້ສ້າງຕັ້ງ ແລະອໍານວຍການຂອງຄລີນິກສໍາລັບປິ່ນປົວຄົນອະນາຖາ ທີ່ຊື່ວ່າ ການປິ່ນປົວປະຊາຄົມ ເບເລີສກັອດ ແລະ ໄວທ໌ (Baylor Scott and White Community Care) ຢູ່ໃນເມືອງຝອດເວີດ, ລັດເທັກຊັສ ເວົ້າວ່າ ໂດຍ ສະເລ່ຍ ແລ້ວມີຄົນເປັນພະຍາດນີ້ລາຍໃໝ່ຢູ່ໃນລັດຂອງທ່ານປະມານ 5 ພັນຄົນຕໍ່ມື້ ຊຶ່ງເຮັດໃຫ້ລັດເທັກຊັສ ກາຍ ເປັນ 1 ໃນ 4 ລັດ ທີ່ມີການເພີ້ມຂຶ້ນຂອງກໍລະນີ ຄົນເປັນພະຍາດໂຄວິດ ຢ່າງວ່ອງ ໄວທີ່ສຸດຂອງສະຫະລັດໃນປະມານ ສາມອາທິດຜ່ານມານີ້.

ທ້າມກາງການລະບາດທີ່ຮ້າຍແຮງຂຶ້ນຂອງພະຍາດໂຄວິດ-19 ຢູ່ນີ້ ຄລີນິກຂອງເພິ່ນ ທີ່ໄດ້ຮັບທຶນຊ່ວຍ ເຫລືອຈາກລັດຖະບານຂອງລັດເທັກຊັສເພື່ອສະໜອງການປິ່ນປົວຟຣີ ໃຫ້ແກ່ຄົນມີລາຍໄດ້ຕໍ່າແມ່ນມີຄົນເຈັບເພີ້ມຂຶ້ນຫລາຍເປັນພິເສດ ຊຶ່ງແຕກຕ່າງໄປຈາກຄລີນິກທີ່ສະໜອງການປິ່ນປົວຄົນທົ່ວໄປ ທີ່ມີຄົນເຂົ້າໄປກວດ ແລະປິ່ນ ປົວພະຍາດໂດຍມີປະກັນໄພນັ້ນຫລຸດລົງນັ້ນ. ທັງນີ້ ກໍຍ້ອນມາສອງປັດໄຈ. ອັນທີນຶ່ງກໍຄື ມີຈໍານວນຄົນທີ່ເສຍປະກັນໄພສຸຂະພາບຍ້ອນການຕົກງານ ແລະ ອັນທີສອງ ໃນຈໍານວນກຸ່ມຄົນນີ້ ຄົນປ່ວຍທີ່ເປັນພະຍາດໂຄ ວິດ-19 ກໍບໍ່ສາມາດ ໄປຫາຄລີນິກທົ່ວໄປອີກດ້ວຍ. ສະນັ້ນ ຂະນະທີ່ຄົນປ່ວຍທີ່ເຂົ້າ ໄປຫາຄລີນິກ ຂອງເພິ່ນນັ້ນສ່ວນໃຫຍ່ ແມ່ນຄົນເປັນພະຍາດອື່ນ ທີ່ເປັນຄົນທຸກຈົນທີ່ອີງຕາມ ການກໍານົດຄວາມທຸກຈົນຂອງລັດຖະບານຊຶ່ງກໍຄືມີລາຍຮັບແຕ່ 12 ພັນໂດລາ ຕໍ່ປີລົງມາ. ແຕ່ວ່າ ເມື່ອມໍ່ໆ ມານີ້ ແມ່ນມີຄົນທີ່ຕິດພະຍາດໂຄວິດ-19 ນີ້ ທີ່ນອນ ໃນຄົນກຸ່ມນີ້ເຂົ້າໄປຂໍຄວາມຊ່ວຍເຫລືອຈາກຄລີນິກຂອງເພິ່ນດັ່ງທີ່ດຣ. ອາເລັກສ໌ ເລົ່າສູ່ຟັງວ່າ:

ລິງໂດຍກົງ

“Most patients are….”

ລິງໂດຍກົງ

“ຄົນປ່ວຍສ່ວນໃຫຍ່ແລ້ວແມ່ນເປັນພະຍາດເບົາຫວານ, ພະຍາດຄວາມດັນ ເລືອດສູງ ແຕ່ວ່າພວກເຮົາກໍໄດ້ເຫັນຄົນປ່ວຍທີ່ເປັນພະຍາດໂຄວິດ-19 ປະມານ 4 ຄົນ ເຂົ້າມາຫາພວກເຮົາໃນແຕ່ລະມື້. ສະນັ້ນ ຖ້າຈະເວົ້າແລ້ວກໍແມ່ນ 20 ຄົນ ຫາ 25 ຄົນຕໍ່ອາທິດ. ແລ້ວ ຫລັງຈາກນັ້ນ ພວກເຮົາຕ້ອງປິ່ນປົວເຂົາເຈົົົ້າ ຢູ່ໃນອາ ທິດທໍາອິດ ທີ່ເຂົາເຈົ້າຖືກແຈ້ງໃຫ້ຊາບວ່າເຂົາເຈົ້າມີຜົນກວດພະຍາດໂຄວິດ-19 ເປັນບວກ. ຈາກນັ້ນພວກເຮົາກໍກວດຕິດຕາມເຂົາເຈົ້າໃນ 2 ອາທິດຕໍ່ຈາກນັ້ນ ແລະ ຫລັງຈາກນັ້ນພວກເຮົາກໍກວດຕິດຕາມເຂົາເຈົ້າອີກໃນນຶ່ງເດືອນຕໍ່ໄປ. ສະ ຫລຸບແລ້ວ ພວກເຮົາ ມີການກວດ ແລະປິ່ນປົວພະຍາດ 3 ເທື່ອສໍາລັບແຕ່ລະຄົນ ທີ່ເປັນພະຍາດໂຄວິດ-19.”

ພ້ອມກັນນັ້ນ ທ່ານຍັງຄິດວ່າ ການຮັບເອົາຄົນປ່ວຍທີ່ຕິດພະຍາດໂຄວິດທີ່ມີ ເງື່ອນໄຂໄດ້ຮັບການຊ່ວຍເຫລືອທີ່ເຂົ້າມາຫາຄລີນິກຂອງທ່ານຍັງຈະສືບຕໍ່ ເພີ້ມຂຶ້ນເລື້ອຍໆ ໃນເວລາອັນໃກ້ໆນີ້ ຊຶ່ງທ່ານ ກ່າວດັ່ງນີ້:

ລິງໂດຍກົງ

“It’s probably going up since the number of infections in TX jumps very fast……”
“ມັນອາດຈະເພີ້ມຂຶ້ນເພາະວ່າ ຈໍານວນຄົນຕິດພະຍາດດັ່ງກ່າວນັ້ນເພີ້ມຂຶ້ນໄວ ຫລາຍຢູ່ລັດເທັກຊັສ. ເຈົ້າຮູ້ບໍ່, ໃນ 3 ອາທິດກ່ອນນັ້ນ ຂ້ອຍຄິດວ່າ ຄືຈະແມ່ນ ວັນທີ 1 ມີຖຸນາໜີ້ລະ ຂ້ອຍເຫັນສະຖິຕິບອກວ່າມີຄົນຕິດພະຍາດນີ້ຫລາຍກວ່າ 7 ພັນຄົນພຽງໜ້ອຍດຽວເທົ່ານັ້ນ. ແລະສອງມື້ມານີ້ ມື້ນຶ່ງໆ ແມ່ນເພີ້ມຂຶ້ນປະມານ 5 ພັນຄົນ. ສະນັ້ນຫລະຍ້ອນມັນພຸ້ງສູງຂຶ້ນໄວຫລາຍ ຂ້າພະເຈົ້າຕ້ອງໄດ້ເພີ້ມຊົ່ວ ໂມງເຮັດວຽກຂອງຄລີນິ ເພື່ອເປີດຮັບເອົາຄົນເຈັບ.”

ສໍາລັບຄົນລາວນັ້ນ ດຣ. ອາເລັກສ໌ ບອກວ່າເພິ່ນບໍ່ຮູ້ຈໍານວນຕົວຈິງໄດ້ເພາະວ່າ ລັດເທັກຊັສ ບໍ່ໄດ້ບອກ ຊົນເຜົ່າຂອງຄົນປ່ວຍພະຍາດໂຄວິດ-19 ມີ ແຕ່ບອກວ່າ ໃນຈໍານວນທັງໝົດ 2,300 ກວ່າຄົນນັ້ນມີຄົນເຊື້ອສາຍເອເຊຍຢູ່ປະມານ 4 ເປີ ເຊັນ ແລະທ່ານກໍບອກວ່າ ມີຜູ້ຊາຍລາວຄົນນຶ່ງອາຍຸປະມານ 60 ປີ ທີ່ ເຮັດການ ຢູ່ໂຮງງານປຸງແຕ່ງ ຊີ້ນໃນເມືອງ ອາມາຣີລໂລ (Amarillo) ທີ່ຢູ່ທາງ ພາກເໜືອ ຂອງລັດດັ່ງກ່າວເສຍຊີວິດໄປ, ອີງຕາມຂ່າວອອກທາງໜັງສືພິມ ທ້ອງຖິ່ນໃນ ເດືອນກຸມພາຜ່ານມາວ່າ.

ຜູ້ປົກຄອງລັດ ເທັກຊັສ ທ່ານ ເກຣກ ແອບບັອດ ເວົ້າວ່າ “ໂຄວິດ-19 ໄດ້ຮ້າຍແຮງຂຶ້ນກວ່າເກົ່າ, ມັນໄວຫຼາຍ ແລະ ອັນຕະລາຍຫຼາຍໃນເທັກຊັສ ໃນພຽງສອງສາມອາທິດທີ່ຜ່ານມາ.” ທັງນີ້ກໍເພາະວ່າ ຜູ້ຄົນຂາດຄວາມລະມັດລະວັງ ບໍ່ປະຕິດ ບັດຕາມຄໍາແນະນໍາຂອງພະນັກງານແພດໝໍໃນການຮັກສາໄລຍະຫ່າງກັນ 8 ຟຸດ ແລະໃສ່ໜ້າກາກປິດປາກເວລາອອກເຮືອນໄປ ພາຍຫລັງຈາກ ລັດດັ່ງ ກ່າວໄດ້ ເລີ້ມເປີດເມືອງໃນລະດັບໃດນຶ່ງ ແຕ່ຕົ້ນເດືອນພຶດສະພາເປັນຕົ້ນມາ.

XS
SM
MD
LG