ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄູ່ສາມີພັນລະຍາ ສູງອາຍຸ ໃນລັດວິສຄອນຊິນ ເປີດເຜີຍປະສົບການ ການຕໍ່ສູ້ກັບໂຄວິດ-19


ທ. ບົວລຽນ ແລະຍາປ້າກົງແສງ ຣາຊພູມີ, ທີ່ລອດຊີວິດມາ ພາຍຫລັງປິ່ນປົວພະຍາດໂຄວິດ-19 ຢູ່ໂຮງໝໍແຊນທ໌ລູກສ໌ ໃນເມືອງມີລວອກກີ, ລັດວິສຄອນຊິນ, ໃນກາງເດືອນເມສາ ຫາຕົ້ນເດືອນພຶດສະພາ, 2020
ທ. ບົວລຽນ ແລະຍາປ້າກົງແສງ ຣາຊພູມີ, ທີ່ລອດຊີວິດມາ ພາຍຫລັງປິ່ນປົວພະຍາດໂຄວິດ-19 ຢູ່ໂຮງໝໍແຊນທ໌ລູກສ໌ ໃນເມືອງມີລວອກກີ, ລັດວິສຄອນຊິນ, ໃນກາງເດືອນເມສາ ຫາຕົ້ນເດືອນພຶດສະພາ, 2020

ຄູ່ສາມີພັນລະຍາ ທ່ານບົວລຽນແລະຍາປ້າກົງແສງ ຣາຊພູມີ, ທີ່ເມືອງມີລວອກກີ, ລັດວິສຄອນຊິນ ກໍເປັນຜູ້ອາວຸໂສສອງຄົນ ທີ່ນອນຢູ່ໃນຈໍານວນຜູ້ສູງອາຍຸທີ່ຫາຍາກທີ່ຈະລອດຊີວິດມາໄດ້ຈາກການເປັນພະຍາດໂຄວິດ-19 ທີ່ກໍາລັງຄຸກຄາມປະຊາຄົມ ຢູ່ທຸກມຸມໂລກຢູ່ນີ້. ລາຍລະອຽດ ໃນການປະສົບກັບການຕິດເຊື້ອໄວຣັສອັນຕະລາຍຮ້າຍແຮງອັນນີ້ ຈະເປັນແນວໃດນັ້ນ ຂໍເຊີນທ່ານຮັບຟັງ ຈາກລາຍງານຂອງບົວສະຫວັນ ໄດ້ໃນອັນດັບຕໍ່ໄປ.

ບັນດາທ່ານຄົງໄດ້ຮູ້ຈາກນັກຊ່ຽວຊານ ແລະແຫລ່ງຂ່າວຫລາຍໆແຫລ່ງແລ້ວ ເນາະວ່າ ຜູ້ສູງອາຍຸຢູ່ທົ່ວໂລກແມ່ນມີຄວາມສ່ຽງສູງທີ່ສຸດ ໃນການຕິດເຊື້ອພະຍາດ ໂຄວິດ-19 ທີ່ເປັນອັນຕະລາຍຮ້າຍແຮງ ແລະຄຸກຄາມປະຊາຄົມຢູ່ທົ່ວໂລກໃນເວລານີ້ ແລະໂຄວິດ-19 ກໍເອົາຊີວິດ ຄົນໄປຫລາຍກວ່າ 90 ພັນຄົນແລ້ວ ຢູ່ໃນສະຫະລັດ . ແຕ່ວ່າທ່ານບົວລຽນ ແລະພັນລະຍາຂອງເພິ່ນ, ຍາປ້າກົງແສງເປັນຜູ້ສູງອາຍຸ ທີ່ລອດມາຈາກການເປັນພະຍາດນີ້ໄດ້ພາຍຫລັງ ທີ່ໄດ້ໄປປິ່ນປົວພະຍາດດັ່ງກ່າວ ເກືອບຮອດ 20 ວັນ ເລີ້ມແຕ່ກາງເດືອນເມສາທີ່ຜ່ານມານີ້. ໃນການປິ່ນປົວຢູ່ໃນໂຮງໝໍນັ້ນ ທັງສອງຄົນແມ່ນໄດ້ນອນຢູ່ຫ້ອງມໍລະສຸມ ເປັນເວລາຫລາຍວັນ ດັ່ງຍາປ້າກົງແສງເລົ່າສູ່ຟັງວ່າ:

ຍາເອື້ອຍ ພິໄລພອນ ອິນສີຊຽງໃໝ່ (ຂວາ) ປະທານສະມາຄົມສະຕີລາວລັດວິສຄອນຊິນ ແລະຍາປ້າກົງແສງ (ຊ້າຍ)
ຍາເອື້ອຍ ພິໄລພອນ ອິນສີຊຽງໃໝ່ (ຂວາ) ປະທານສະມາຄົມສະຕີລາວລັດວິສຄອນຊິນ ແລະຍາປ້າກົງແສງ (ຊ້າຍ)

ຍາປ້າກົງແສງເລົ່າເຖິງອາການຂອງເພິ່ນກ່ອນຈະໄປໂຮງໝໍນັ້ນສູ່ຟັງວ່າ:

ຍາປ້າກົງແສງຜູ້ທີ່ເປັນພະຍາດນີ້ກ່ອນ ແລະເປັນໜັກກວ່າຍາລຸງບົວລຽນຜູ້ເປັນສາມີນັ້ນ ເລົ່າເຖິງການປິ່ນປົວ ທີ່ເພິ່ນໄດ້ຮັບຢູ່ໃນໂຮງໝໍແຊນທ໌ ລູກສ໌ ໃນເມືອງ ມີລວອກກີນັ້ນສູ່ຟັງວ່າ:

ພ້ອມກັນນັ້ນ ຍາເອື້ອຍພິໄລພອນ ອິນສີຊຽງໃໝ່, ປະທານາະມາຄົມສະຕີລາວ ປະຈໍາລັດວິສຄອນຊິນ ເລົ່າເຖິງຄວາມຮູ້ສຶກເປັນຫ່ວງໃນຕອນທີ່ຍາປ້າກົງແສງ ຍັງນອນປິ່ນປົວພະຍາດໂຄວິດ-19 ນີ້ ຢູ່ໃນໂຮງໝໍສູ່ຟັງວ່າ:

ຍາປ້າກົງແສງທີ່ລອດຊີວິດມາຈາກການເປັນພະຍາດໂຄວິດ-19 ແລະລູກຫລານ ໃນເມືອງມີລວອກກີ, ລັດວິສຄອນຊິນ
ຍາປ້າກົງແສງທີ່ລອດຊີວິດມາຈາກການເປັນພະຍາດໂຄວິດ-19 ແລະລູກຫລານ ໃນເມືອງມີລວອກກີ, ລັດວິສຄອນຊິນ

ສ່ວນສາເຫດຂອງການຕິດພະຍາດນີ້ ແມ່ນມາຈາກຄົນໃນຄອບຄົວ ທີ່ລູກຊາຍ ຂອງເພິ່ນທີ່ຍັງໄປເຮັດການໃນຊ່ວງທີ່ມີການລະບາດຂອງພະຍາດນີ້ ຢ່າງຮ້າຍ ແຮງໃນເມືອງດັ່ງກ່າວ ນັບແຕ່ເດືອນມີນາ ເປັນຕົ້ນມານັ້ນ ຊຶ່ງຍາປ້າເລົ່າສູ່ຟັງ ວ່າ:

ໄວຣັສໂຄໂຣນທີ່ລູກຊາຍຕິດນີ້ມາຈາກໝູ່ຢູ່ໂຮງງານນີ້ ນອກຈາກຈະຕິດໃສ່ພໍ່ ກັບແມ່ແລ້ວ
ຍັງຕິດໃສ່ພັນລະຍາຂອງຜູ້ກ່ຽວອີກ ແຕ່ໂຊກດີຍ້ອນວ່າທັງສອງຄົນນັ້ນ ຍັງໜຸ່ມ ແລະແຂງ
ແຮງ ຈຶ່ງບໍ່ໄດ້ນອນປິ່ນປົວຢູ່ໂຮງໝໍ ພຽງແຕ່ໄປໂຮງໝໍເພື່ອກວດ ແລະເອົາຢາມາປິ່ນປົວ
ແລະຮັກສາສຸຂະພາບຢູ່ເຮືອນເທົ່ານັ້ນ. ຍາປ້າກົງແສງກໍເວົ້າວ່າ ໂຊກດີທີ່ພະຍາດນີ້ ບໍ່ໄດ້
ຕິດໃສ່ຫລານຫລາຍຄົນທີ່ຢູ່ໃນເຮືອນດຽວກັນນັ້ນ.

XS
SM
MD
LG