ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອ ສຳພາດທ່ານ ຄິມທອງ ແລະ ຍານາງ ນົງເຍົາ ສຳລັບລາຍການຊຸມຊົນຊາວລາວໃນທະວີບ ອາເມຣິກາ


ຍານາງ ນົງເຍົາ ແລະ ທ່ານ ຄິມທອງ ເຈົ້າຂອງຮ້ານອາຫານ Thai 5 ຢູ່ລັດຟລໍຣິດາ.
ຍານາງ ນົງເຍົາ ແລະ ທ່ານ ຄິມທອງ ເຈົ້າຂອງຮ້ານອາຫານ Thai 5 ຢູ່ລັດຟລໍຣິດາ.

ລາຍ​ການຊຸມຊົນລາວໃນທະວີບອາເມຣິກາຂອງວີ​ໂອ​ເອພາກພາສາລາວ ສຳລັບ ແລງວັນອາທິດມື້ນີ້ ພວກເຮົາມີການສຳພາດກັບທ່ານ ຄິມທອງ ຄຸນທະວິໄລ ແລະ ຍານາງ ນົງເຍົາ ພົມມະທາ, ຄູ່ຮັກຊາວລາວທີ່ອາໄສຢູ່ ພີແນລລາ ພາກ (Pinella Park), ເມືອງ ແທມປາ, ລັດ ຟລໍຣິດາ. ພວກເຮົາໄດ້ສຳພາດກັບທັງສອງຄົນ ກ່ຽວກັບ ການດຳລົງຊີວິດໃນລັດດັ່ງກ່າວ ແລະ ຮ້ານອາຫານຂອງເຂົາເຈົ້າ. ເຊີນທ່ານຟັງການສໍາພາດກັບ ພຸດທະສອນ ໃນອັນດັບຕໍ່ໄປ.

ຍາ​ນາງ ນົງ​ເຍົາ ແລະ ຄູ່​ໝັ້ນ​ທ່ານ ຄິມ​ທອງ ຄຸນ​ທະ​ວິ​ໄລ ເປັນລູກຂອງອົບພະຍົບລາວ. ຍານາງ ນົງເຍົາ ເກີດຢູ່ສູນອົບພະຍົບ ແລະ ທ່ານ ຄິມທອງ ເກີດຢູ່ວຽງຈັນ ແລ້ວກໍໄດ້ຍົກຍ້າຍຖິ່ນຖານ ແລະ ເຕີບໃຫຍ່ໃນ ສະຫະລັດ ເຊິ່ງລາວໄດ້ກ່າວຕໍ່ພວກເຮົາວ່າ.

ທຳອິດຄອບຄົວຂອງຍານາງ ນົງເຍົາ ໄດ້ມາຕົກຢູ່ເມືອງ ໂມເດັສໂຕ ລັດຄາລິຟໍເນຍ ແລະ ຄອບຄົວຂອງທ່ານ ຄິມທອງ ແມ່ນຢູ່ນະຄອນຫຼວງວໍຊິງຕັນ.

ເມືອງ​ແທ​ມ​ປາ, ລັດ​ຟ​ລໍ​ຣິ​ດາ ແມ່ນ​ຕັ້ງຢູ່​ທາງ​ພາກ​ໃຕ້​ຂອງ ສະ​ຫະ​ລັດ. ເມືອງ​ດັ່ງ​ກ່າວ​ມີທັງ​ສະ​ຖາ​ປັດ​ຕະ​ຍາ​ກຳ​ໃນ​ປະ​ຫວັດສາດ ແລະ ຍຸກ​ໃໝ່, ມີ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ຄິວ​ບາ ແລະ ຄົນ​ທີ່​ປາກ​ພາ​ສາ ສ​ເປນ ແຊກ​ຊຶມ​ໄປ​ທົ່ວ, ເປັນ​ເມືອງ​ທີ່​ມີ​ທຸ​ລະ​ກິດຫຼາຍ​ຮູບ​ແບບ ແລະ ມີ​ເສັ້ນ​ທາງ​ນ້ຳ​ທີ່​ສວຍ​ງາມ.

ລົດອາຫານ Thai 5.
ລົດອາຫານ Thai 5.

ໃນ​ຕົວ​ເມືອງແທມ​ປາ ແມ່​ນ​ມີ​ຊີ​ວິດ​ຊີ​ວາ​ໄປ​ດ້ວຍ​ຖະ​ໜົນ​ຫົນ​ທາງ​ທີ່​ສວຍ​ງາມ, ມີ​ຮ້ານ​ກິນ​ດື່ມ ແລະ ສະ​ຖານ​ທີ່​ບັນ​ເທີງ​ໃຫ້​ພັກ​ຜ່ອນ​ຢ່ອນ​ໃຈ​ຢ່າງຫຼວງຫຼາຍ. ນອກ​ຈາກ​ນັ້ນ​ເມືອງ​ດັ່ງ​ກ່າວ​ຢູ່​ໃກ້​ກັບ​ຫາດ​ຊາຍ​ທະ​ເລ​ອີກ​ດ້ວຍ.

ເມືອງແທມປາ ເປັນເມືອງທີ່ມີິເກືອບໝົດທຸກຢ່າງ, ສຳລັບຂອງກິນລາວນັ້ນແມ່ນສາມາດຊື້ໄດ້ຢູ່ຕາມຮ້ານຊຸບເປີມາເກັດ, ເຊິ່ງຍານາງ ນົງເຍົາ ເວົ້າວ່າມີທັງຮ້ານຊຸບເປີມາເກັນທີ່ຄົນລາວເປັນເຈົ້າຂອງ, ນອກນັ້ນກໍມີຮ້ານຊຸບເປີມາເກັດເອເຊຍອື່ນໆທີ່ສາມາດຊອກຊື້ເຄື່ອງກິນມາແຕ່ງກິນໄດ້ສະບາຍ.

ທ່ານ ຄິມທອງ ກຳລັງຕຽມເຮັດອາຫານ.
ທ່ານ ຄິມທອງ ກຳລັງຕຽມເຮັດອາຫານ.

ສຳລັບສະພາບຄວາມປອດໄພໃນເມືອງດັ່ງກ່າວນັ້ນແມ່ນມີທັງເຂດທີ່ປອດໄພ ແລະ ບໍ່ປອດໄພ. ປະຊາຊົນມີນິໄສຫຼາຍປະເພດ ເຊິ່ງພວກເຮົາຕ້ອງໄດ້ລະວັງຕົນເອງເວລາໄປໃສມາໃສ.

ທ່ານ ຄິມທອງ ແລະ ຍານາງ ນົງເຍົາ ເປັນນັກສູ້ຊີວິດ, ທັງສອງຄົນໄດ້ຮ່ວມກັນທຳມາຫາກິນ ດ້ວຍການເປີດຮ້ານອາຫານນຳກັນ. ແຕ່ການເປີດຮ້ານອາຫານນັ້ນ, ຍານາງ ນົງເຍົາ ເວົ້າວ່າມັນເປັນຄວາມມັກຮັກຂອງທ່ານ ຄິມທອງ, ເຊິ່ງລາວໄດ້ມີຄວາມຜູກພັນກັບການເຮັດອາຫານມາຕັ້ງແຕ່ຍັງນ້ອຍ.

ທ່ານ ຄິມທອງ ແລະ ຍານາງ ນົງເຍົາ ເຮັດທຸລະກິດແບບຄ່ອຍເປັນຄ່ອຍໄປ, ຄ່ອຍໆລົງທຶນໃນການພັດທະນາຮ້ານອາຫານຂອງເຂົາເຈົ້າຈາກການໄດ້ກຳໄລເທື່ອລະເລັກລະນ້ອຍ, ເຂົາເຈົ້າບໍ່ໄດ້ກູ້ຢືມເງິນຈາກທະນາຄານ. ການເຮັດທຸລະກິດແບບນີ້ຖືວ່າຂ້ອນຂ້າງປອດໄພຕໍ່ຕົນເອງ ເພາະວ່າບໍ່ສ່ຽງເປັນໜີ້ສູງເວລາທີ່ທຸລະກິດມີບັນຫາ.

ປັດຈຸບັນນີ້ທັງສອງຄົນມີຮ້ານອາຫານສອງແຫ່ງ, ແຫ່ງທຳອິດແມ່ນຢູ່ເມືອງ ພີແນລລາສ ພາກ ແລະ ອີກແຫ່ງນຶ່ງຢູ່ເມືອງ ລາໂກ ລັດຟລໍຣິດາ, ນອກຈາກນັ້ນເຂົາເຈົ້າກໍມີລົດອາຫານ.

ອາຫານຢູ່ຮ້ານ Thai 5.
ອາຫານຢູ່ຮ້ານ Thai 5.

ຢູ່ໃນໜ້າເຟສບຸກຂອງຍານາງ ນົງເຍົາ, ລາວມັກຈະເອົາຮູບອາຫານທີ່ເປັນຕາແຊບຈາກຮ້ານຂອງລາວເອົາລົງໃຫ້ຄົນເບິ່ງ. ເວລາທີ່ເຫັນແລ້ວມັນຈະເຮັດໃຫ້ທ່ານຢາກໄປກິນຢ່າງແນ່ນອນ ແລະ ເມື່ອບໍ່ດົນມານີ້ ຍານາງ ນົງເຍົາ ກໍໄດ້ເອົາວິດີໂອ ການເຮັດເສັ້ນເຂົ້າປຽນທີ່ສົ່ງຂາຍໃຫ້ລູກຄ້າສົດໆຮ້ອນໆ. ການເຮັດເຂົ້າປຽນຂອງລາວນັ້ນແມ່ນເຮັດດ້ວຍມືລ້ວນໆບໍ່ມີເຄື່ອງຈັກ, ການນວດແປ້ງແມ່ນທ່ານ ຄິມທອງ ເປັນຜູ້ນວດ ພ້ອມກັບຕັດເສັ້ນເຂົ້າໃສ່ກ່ອງ.

ບັນຍາກາດພາຍໃນຮ້ານອາຫານ Thai 5.
ບັນຍາກາດພາຍໃນຮ້ານອາຫານ Thai 5.

ຢູ່ຮ້ານໃໝ່ຂອງທ່ານ ຄິມທອງ ມີສະຖານທີ່ກວ້າງຂວາງ, ສາມາດຮັບຮັບແຂກໄດ້ຫຼາຍກວ່າ 200 ບ່ອນນັ່ງ. ຮ້ານຂອງລາວຍັງມີບ່ອນເສບດົນຕີສົດ, ເຊິ່ງກໍແມ່ນວົງດົນຕີຂອງຄົນລາວທີ່ໄດ້ຈ້າງມາເສບໃຫ້. ແລະ ພິເສດຫຼາຍແມ່ນຮ້ານຂອງລາວຮັບຈັດງານລ້ຽງວັນເກີດຕ່າງໆໂດຍບໍ່ເສຍຄ່າຈອງພື້ນທີ່ ເຊິ່ງລາວໄດ້ກ່າວຕໍ່ພວກເຮົາຟັງວ່າ

ທ່ານ ຄິມທອງ ແລະ ຍານາງ ນົງເຍົາ ເວົ້າວ່າໃນອະນາຄົດຢາກຈະພັກຜ່ອນໄປທ່ຽວຢູ່ເມືອງລາວ, ເພາະວ່າໄດ້ເຮັດວຽກຢູ່ຮ້ານອາຫານຢ່າງບໍ່ຢຸດບໍ່ເຊົາ, ບາງມື້ກໍໄດ້ນອນພຽງສອງຊົ່ວໂມງ, ພ້ອມກັນນັ້ນທັງສອງຄົນກໍຍັງບໍ່ເຄີຍກັບເມືອຢາມປະເທດລາວຈັກເທື່ອ. ພວກເຮົາຫວັງວ່າທັງສອງຄົນຈະໄດ້ເມືອຢາມລາວໃນໄວໆນີ້ ແລະ ມ່ວນຊື່ນກັບການທ່ອງທ່ຽວໃຫ້ເຕັມອີ່ມ.

ທີ່ທ່ານໄດ້ຟັງໄປນັ້ນ ແມ່ນການສຳພາດ ກັບທ່ານ ຄິມທອງ ຄຸນທະວິໄລ ແລະ ຍານາງ ນົງເຍົາ ພົມມະທາ, ຄົນລາວອາເມຣິກັນ ທີ່ປະກອບທຸລະກິດຮ້ານອາຫານ Thai 5 Fast Food ໃນເມືອງ ແທມປາ ລັດ ຟລໍຣິດາ. ເຊີນທ່ານຕິດຕາມການສຳພາດເລື່ອງໃໝ່ ຂອງພວກເຮົາໄດ້ອີກ ໃນລາຍການຊຸມຊົນຊາວລາວ ໃນອາເມຣິກາ ເວລາດຽວກັນນີ້.

XS
SM
MD
LG