ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວ ຮ່ວມສະ​ຫຼອງ​ ວັນ​ຂອບ​ຄຸນ​ພະ​ເຈົ້​າ ຫຼື "Thanksgiving."


ອາ​ຫ​າ​ນ​ການ​ກິນ ວັນ​ຂອບ​ຄຸນ​ພະ​ເຈົ້າ.
ອາ​ຫ​າ​ນ​ການ​ກິນ ວັນ​ຂອບ​ຄຸນ​ພະ​ເຈົ້າ.

ສະ​ບາຍ​ດີທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ມື້​ນີ້​ວັນ​ພະຫັດອາ​ທິດ​ທີ​ດທີສີ່ ວັນທີ 22 ເດືອນພະຈິກ
​ຕາມ​ປະ​ເພນີແລ້ວ​ ​ຊາວອະ​ເມຣິກັນ​ຈະພາກັນສະຫລອງບຸນ ຂອບ​ຄຸນພະ​ເຈົ້າ ຫຼື
Thanksgiving ​ຊຶ່ງ​ເປັນ​ບຸນ​ໃຫຍ່​ປະ​ຈໍາປີ ຕາມພາສາຊາວບ້ານເອີ້ນກັນຫຼິ້ນໆວ່າ
ບຸນໄກ່ງວງ ທີ່ໄດ້ສ​ະ​ຫລອງ​ກັນ​ມາເປັນ​ເວລາດົນ​ກວ່າ​ສອງຮ້ອຍປີ​ແລ້​ວ. ເພ​າະສະ​ນັ້ນ
ລາຍການ​ຊີວິດຊາວ​ລາວ​ຂອງ ​ວີ​ໂອ​ເອ ​ຈຶ່ງຈະຖືໂອກາດນີ້​ນໍາ​ເອົາ​ການ​ສໍາພາດກັບ
ບັນ​ດາ​ຊ​າວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ກ່ຽວ​ກັບ​ການ​ຫ້າງ​ຫາເພື່ອສະຫລອງບຸນ​ດັ່ງ
ກ່າວນີ້ ຊຶ່ງ ກິ່ງ​ສະຫ​ວັນ ຈະ​ນຳ​ມາສະ​ເໜີ​ທ່ານໃນ​ອັນ​ດັບຕໍ່​ໄປ.

US Presidents Traditionally Pardon Turkeys Ahead of Thanksgiving Holiday
please wait

No media source currently available

0:00 0:02:32 0:00

ມື້ນີ້​ແມ່ນມື້​ບຸນ "Thanksgiving" ຫຼື ບຸນຂອບ​ຄຸນ​ພະ​ເຈົ້າ ​ປີ 2018 ຊຶ່ງເປັນ​ບຸນ​ໃຫຍ່​
ຂອງສະຫະລັດ ທີ່ໄດ້​ສະຫລອງ​ກັນ​ມາ​ ເປັນ​ເວລາສອງຮ້ອຍ​ກວ່າ​ປີ​ແລ້ວ​.​ ​ຄວາມ​ສຳ​
ຄັນ​ຂອງ​ບຸນນີ້ ກໍເພື່ອລະ​ນຶກ​ເຖິງວັນ​ຂອບ​ຄຸນພະ​ເຈົ້າ ແລະຊາວ​ອິນ​ເດຍ​ແດງ ທີ່​ໄດ້
​ຊົດຊ່ວຍ​ຊາວ​ອັງ​ກິດ​ ຜູ້​ທີ່​ໄດ້​ປະ​ສົບ​ກັບ​ຄວາມ​ອຶດ​ຢາກ ໃນການເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ
ຢູ່​ແຜ່ນ​ດິນໃໝ່ໃນ​ປີ 1620 ທີ່​ຮູ້ກັນຈົນທຸກ​ມື້​ນີ້​ວ່າອາ​ເມ​ຣິ​ກາ.

ໃນໂອ​ກາ​ດສະ​ຫລອງ​ບຸນຂອບ​ຄຸນ​ພະ​ເຈົ້າ​ນີ້ ປ​ະ​ຊາ​ກອນສະ​ຫະ​ລັດ ຫ​ລາຍ​ລ້ານ​ຄົນ
ຈະ​ພາ​ກັນ​ເດີນ​ທາງ​ໄປ​ຢ້​ຽ​ມ​ຢາມ​ຖາມ​ຂ່າວ​ ຍາດ​ຕິ​ພີ່​ນ້ອງ ຢູ່​ທຸກ​ຫົນ​ແຫ່ງ. ນອກ​ຈາກ​
ນັ້ນແລ້ວ ເຂົາ​ເຈົ້າ​ກໍຈະພາ​ກັນຊື້​ອາ​ຫານ​ການ​ກິນ​ ເຄື່ອງ​ດື່ມ ເພື່ອຕ້ອນ​ຮັບ ​ລ້ຽງສະ​
ຫລອງຄັ້ງນີ້. ກ່ອນ​ຈະ​ຮອດ​ມື້​ບຸນວັນ​ຂອບ​ຄຸນ​ພະ​ເຈົ້າ ຢູ່​ທີ່ທໍານຽບຂາວຈະ​ມີພິ​ທີໂຜດ
ໄກ່ງວງ ໂດຍປະທານາທິບໍດີຂອງສະຫະລັດ​. ໃນຕອນ​ເຊົ້າ​ຂອງ ​ວັນ​ພະຫັດມື້ນັ້ນ.​ ທີ່
​ນະຄອນ​ນິວຢອກ​ ກໍຈະມີ​ການ​ເດີນ​ສວນສະໜາ​ມປະ​ຈຳປີ​ຢ່າງ​ຄຶກຄື້ນ.

ບັດນີ້​ເຮົາ​ມາ​ຟັງ​ການ​ໂອ້​ລົມ​ກັບ​ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ເບິ່ງວ່າ ເຂົາ​ເຈົ້າພາ​ກັນ
ມີ​ຄວາມ​ຮູ້​ສຶກ​ຢ່າງ​ໃດ ແລ​ະ​ບຸນ​ Thanksgiving ດັ່ງ​ກ່າ​ວ​ນີ້ມີ​ຄວາ​ມໝາຍຢ່າງ​ໃດສຳ
​ລັບ​ເຂົາ​ເຈົ້າ ຊຶ່ງຍາ​ນາງ​ໜູ​ພອນ ວັນ​ນະ​ລາດ ແລະ​ຄອບ​ຄົວ ຕັ້ງ​ຖິ່ນ​ຖານຢູ່ນະ​ຄອນ​
ລອ​ສ ແອນ​ເຈີ​ລິ​ສ ລັດ​ຄາ​ລີ​ຟໍ​ເນຍ ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ສະ​ຫະ​ລັດ ໄດ້ກ່າວສູ່
ວີ​ໂອ​ເອ ຟັງ​ດັ່ງ​ນີ້ :

ຄອບ​ຄົວຍາ​ນາງ​ໜູ​ພ​ອນ ວັນ​ນະ​ຣາ​ດ ທີ່​ນະ​ຄອນ​ລອ​ສ ແອ​ລ​ເຈີ​ລິ​ສ ລັດ​ຄາ​ລິ​ຟໍ​ເນຍ.
ຄອບ​ຄົວຍາ​ນາງ​ໜູ​ພ​ອນ ວັນ​ນະ​ຣາ​ດ ທີ່​ນະ​ຄອນ​ລອ​ສ ແອ​ລ​ເຈີ​ລິ​ສ ລັດ​ຄາ​ລິ​ຟໍ​ເນຍ.

ການສະ​ຫຼອງວັນ Thanksgiving ມີ​ຄວາມ​ໝາຍເພື່ອ​ລະ​ນຶກ​ເຖິງຄວາມຍາກ​ລຳ​ບາກ​
ຂອງ​ການ​ເຂົ້າ​ມາ​ຕັ້ງ​ຊີ​ວິດ​ຢູ່​ໃນ​ແຜ່ນ​ດິນ​ໃໝ່ ​ທີ່​ຮ້ອງວ່າ ອາ​ເມ​ຣິ​ກາ ໃນ​ສັດ​ຕະ​ວັດ​ທີ
17. ​ແຕ່ຕົກ​ມາ​ເຖິງ​ສັດ​ຕະ​ວັດ ທີ 20 ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສ​າຍ​ລາ​ວ ແລະ​ຊົນ​ຊາ​ດ​
ອື່ນໆ ທີ່​ໜີ​ໄພ​ການ​ເມືອງ​ມາ​ເພີ່ງ​ພາ​ອາ​ໄສ ກໍ​ເຫັນວ່າ ມີ​ຄວາມ​ໝາຍດີ​ໃນ​ການ​ສະ​ຫຼອງ
ເພື່ອ​ສະ​ແດງ​ຄວາມ​ຮູ້ບຸນຄຸນຕໍ່ປະ​ເທດສະ​ຫະ​ລັດອາ​ເມ​ຣິ​ກາ ທີ່​ໄດ້​ໃຫ້​ຄວາມ​ອຸບ​ປະ
​ກາ​ລະ​ທຸກ​ຢ່າງ.

ບັດ​ນີ້​ເຮົາ​ຈະ​ນຳ​ພາ​ທ່ານ​ໄປຢ້ຽມ​ຢາມ​ຖາ​ມ​ຂ່າວ​ ຍາ​ນາງຊູ​ຊ​ານ ພ​ຣອມ ຢູ່​ທີ່​ລັດ​ເທັກ​ຊັ​ສ
ຊຶ່ງ​ເປັນ​ລັດ​ໃຫຍ່ ຕັ້ງ​ຢູ່​ພາກກ​າງໃຕ້ສຸດ​ຂອງ​ສະ​ຫະ​ລັດ ​ເປັນ​ຂົງ​ເຂດ​ທີ່​ມີ​ປະ​ຊາ​ກອນ​ອາ​
ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ພາ​ກັນ​ພັກ​ພ​າອ​າ​ໄສ​ຢ່າງ​ໜາ​ແໜ້ນ. ຍ​າ​ນາງ​ຊູ​ຊານ ໄດ້​ກ່າວ​ເຖິງ
​ຄວາມ​ຮູ້​ສຶກ​ຂອງ​ການ​ສະ​ຫຼອງ​ບຸນ Thanksgiving ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີິ້:

ຍາ​ນາງຊູ​ຊານ ພ​ຣອ​ມ ສະ​ຫຼອງວັນ​ຂອບ​ຄຸນ​ພະ​ເຈົ້າ ຢູ່ທີ​ລັດ​ເທັກ​ຊັ​ສ.
ຍາ​ນາງຊູ​ຊານ ພ​ຣອ​ມ ສະ​ຫຼອງວັນ​ຂອບ​ຄຸນ​ພະ​ເຈົ້າ ຢູ່ທີ​ລັດ​ເທັກ​ຊັ​ສ.

ໃນ​ວັນ​ສະ​ຫຼອງ Thanksgiving ມື້ນີິ ຖະ​ໜົນ​ຫົນ​ທາງ​ຈະມິດງຽບ​ລົງ​ຫຼາຍ ມີອາ​ກາດ
ໜາວ​ເຢັນ ບາງ​ບ້ານ​ເຮືອນ​ຈະ​ສັງ​ເກດ​ເຫັນລົດ​ຈອດ​ຢາຍ​ເຕັມ ອັນ​ບອກ​ໃຫ້​ເຫັນ​ວ່າ ມີ
​ຍາດ​ຕິ​ພີ່​ນ້ອງໝູ່​ເພື່ອນ​ພ​າ​ກັນ​ມາ​ເຕົ້າ​ໂຮມ​ຊຸ​ມ​ແຊວກັນ​ຢ່າງ​ຄຶກ​ຄື້ນ. ເວ​ລາ​ຊາວ​ອາ​ເມ​
ຣິ​ກັນ​ເຫັນ​ກັນ​ໃນ​ຍາມ​ບຸນ​ດັ່ງ​ກ່າວ​ນີ້ ເຂົາ​ເຈົ້າ​ຈະ​ເວົ້າ​ວ່າ Happy Thanksgiving ຫຼື
ສຸກ​ສັນ​ວັນ​ຂອບ​ຄຸນ​ພະ​ເຈົ້າ.

ກ​ານ​ຕົກ​ແຕ່ງ​ເອ້​ຢ້ອງ "ສຸກ​ສັນວັນ​ຂອ​ບ​ຄຸນ​ພະ​ເຈົ້າ."
ກ​ານ​ຕົກ​ແຕ່ງ​ເອ້​ຢ້ອງ "ສຸກ​ສັນວັນ​ຂອ​ບ​ຄຸນ​ພະ​ເຈົ້າ."

XS
SM
MD
LG