ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພິທີ ໄວ້ອາໄລ ແກ່ດວງວິນຍານ ທະຫານ ສະຫະລັດ ທີ່ເສຍຊີວິດ ໃນສົງຄາມ (ວີດີໂອ)


ທະຫານກອງກຽດຕິຍົດ ຢູ່ໃນພິທີໄວ້ອາໄລ ແກ່ດວງວິນຍານ ​ຂອງ​ພວກທະຫານ ​ທີ່ເສຍຊີວິດ ໃນສົງຄາມ ທີ່​ຂຸມ​ຝັງ​ສົບ​ ທະຫານນິລະນາມ ​ໃກ້ໆນະຄອນຫລວງວໍຊິງຕັນ ດີ.ຊີ
ທະຫານກອງກຽດຕິຍົດ ຢູ່ໃນພິທີໄວ້ອາໄລ ແກ່ດວງວິນຍານ ​ຂອງ​ພວກທະຫານ ​ທີ່ເສຍຊີວິດ ໃນສົງຄາມ ທີ່​ຂຸມ​ຝັງ​ສົບ​ ທະຫານນິລະນາມ ​ໃກ້ໆນະຄອນຫລວງວໍຊິງຕັນ ດີ.ຊີ
ເນຶ່ອງ​ໃນວັນ​ລະນຶກ​ເຖິງ ດວງ​ວິນ​ຍານ ຂອງທະຫານ​ ຜ່ານ​ເສິກ
ຫຼື Memorial Day ​ໃນ​ວັນ​ຈັນ​ສັບປະດາ​ນີ້ ລາຍການ​ຊີວິດ
​ຊາວ​ລາວຂອງ ​ວີ​ໂອ​ເອ ໃນ​ແລງ​ວັນ​ພະຫັດ​ມື້​ນີ້ ຈຶ່ງຈະນຳ​ເອົາ
​ການ​ສຳພາດກັບສິບ​ຕີ ວົງ​ໄຊ​ສິດ ລິດ​ຍຸວົງ ທະຫານກອງທັບ
ເຮືອ ສະຫະລັດ ມາສະ​ເໜີ​ທ່ານ​. ທ່ານວົງ​ໄຊ​ສິດເປັນ​ນາ​ຍ
ຊ່າງແປງ​ເຮືອບິນ​ ​ໃນກອງ​ທັບ​ເຮື​ອ ​ໄດ້​ຮັບ​ໃຊ້ໜ້າ​ທີ່​ມາ​ໄດ້
15 ປີ​ແລ້ວ ເພື່ອເປັນການພັກຜ່ອນຢ່ອນ​ສະໝອງຜູ້ກ່ຽວ
ໄດ້​ສ້າງ​ຮູບ​ເງົາ​ ໃຫ້​ໂຄງການ​ຂອງທະຫານ ແລະໄດ້​ກາຍ​
ເປັນຜູ້​ນຶ່ງໃນຈຳນວນ 52 ຄົນທີ່ຖືກ​ຄະນະ​ກຳມະການ
​ເລືອກ​ເອົາ​ຜົນງານ​ເຂົ້າມາ​ແຂ່ງ​ຂັນ​ໃນສົກ​ປີທີ 8 ​ໃນ​ ​ວັນ
ລະນຶກ​ເຖິງ​ ດວງ​ວິນ​ຍານຂອງ ທະຫານຜ່ານ​ເສິກ ທີ່​ນະ
ຄອ​ນຫລວງວໍ​ຊິງ​ຕັນ ດີ​.ຊີ ຫວ່າງ​ສັບປະດາ​ທີ່​ຜ່ານ​ມາ​ນີ້.
ຄວາມ​ເປັນມາຂອງ ສິບ​ຕີ ວົງໄຊສິດ ລິດ​ຍຸວົງ ​ມີຢ່າງ​ໃດ​ ​ເຊີນ​ທ່ານ​ພົບ​ກັບ ກິ່ງ​ສະຫວັນ ​ໄດ້ໃນ​ອັນ​ດັບ​ຕໍ່​ໄປ.
ທະຫານກອງກຽດຕິຍົດ
ທະຫານກອງກຽດຕິຍົດ


ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ເນຶ່ອງ​ໃນວັນລ​ະ​ລຶກ​ເຖິງ ດວງ
​ວິນ​ຍານຂອງທະຫານ​ຜ່ານ​ເສິກຫລື Memorial Day ​ໃນ​ວັນ
​ຈັນ​ທີ່​ຜ່ານ​ມາ​ນີ້ ຂ້າພະ​ເຈົ້າຈະຂໍ​ແນະນຳ​ໃຫ້ທ່ານ​ຮູ້ຈັກ​ກັບ ສິບ​
ຕີ ວົງ​ໄຊ​ສິດ ລິດ​ຍຸວົງ ທະຫານກອງທັບ​ເຮືອ ​ນາຍຊ່າງສ້ອມ​
ແປງ​ເຮືອ​ບີນລົບ​ ສະຫະລັດ ​ທັງ​ເປັນ​ນັກ​ສ້າງ​ຮູບ​ເງົາສະໝັກ​ຫຼິ້ນ
ນຳ. ​ແຕ່​ກ່ອນ​ອຶ່ນ ​ເຮົາມາທຳ​ຄວາມ​ເຂົ້າ​ໃຈກັນ ເຖິງຄວາມ​ເປັນ​
ມາ​ຂອງ​ ວັນ​ລະລຶກ​ເຖິງດວງ​ວິນ​ຍານຂອງ ທະຫານ​ຜ່ານ​ເສິກ ສະຫະລັດ.

Memorial Day ຫລື ວັນໃຫ້ກຽດ​ແກ່​ດວງ​ວິນ​ຍານ​ຂອງທະຫານ
​ຜ່ານ​ເສິກ ​ທີ່ສະລະ​ຊີບເພື່ອຊາດ ແມ່ນ​ວັນພັກ​ລັດຖະ​ການ​ປະຈຳ​ປີ ທີ່​ສຳຄັນ ຊຶ່ງໄດ້​ລິ​
ເລີ້ມກັ​ນ​ມາແຕ່​ປີ 1866 ຫລັງຈ​າກ ສົງ​ຄາມ​ກາງ​ເມືອງ ທີ່ຮ້ອງວ່າ Civil War ຈາກ​ປີ 1861 ຫາ 1865. ເວ​ລາ​ນັ້ນ ສະ​ຫະ​ລັດຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ຂອງປະ​ທາ​ນາ​ທິ​ບໍ​ດີ Abraham Lincoln ປະ​ທາ​ນາ​ທິ​ບໍ​ດີ ຄົນ​ທີ 16 ຂອງ​ປະ​ເທດ.

ຫລັງ​ຈາກ​ສົງ​ຄາມ​ກາງເມືອງໄດ້​ສິ້ນສຸດ​ລົງ ໂດຍທີ່ຝ່າຍເໝືອ​ໄດ້​ຮັບໄຊ​ຊະ​ນະ ​ແລະນັບ
ຕັ້ງ​ແຕ່​ນັ້ນ​ມາ​ ຄົນຜີວດຳ ທີ່ເຄີຍ​ຕົກເປັນ​ຂ້າ​ທາດ ​ກໍໄດ້​ຖືກປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະ​ລະ​. ເພື່ອ​ລະ​ນຶກ​ເຖິງ​ບັນ​ດາ​ທະ​ຫານ ທີ່ເສຍຊີວິດ​ຢູ່​ໃນ​ສົງ​ຄາມ​ດັ່ງ​ກ່າວ ຈຶ່ງ​ໄດ້​ມີ​ການຈັດ​ຕັ້ງ ວັນລະນຶກ​ເຖິງດວງ​ວິນຍານ​ຂອງຜູ້ທີ່​ໄດ້​ສະລະ​ຊີບ​ເພື່ອ​ຊາດ​ຂື້ນ​ມາ ຈົນ​ໄດ້​ກາຍ​ມາເປັນ
​ວັນພັກ​ລັດຖະ​ກາ​ນຂອງຊາດຊຶ່ງຕົກ​ໃສ່ທ້າຍ​ສັບ​ປະ​ດາທີສາມ​ຂອງເດືອນພຶດສະພາ ​ຄື​ໃຫ້​ໄດ້​ພັກວັນເສົາອາທິດ ​ແລະ​ຈັນສາມ​ມື້​ຕິດ​ກັນທຸກໆປີ​ແລະໄດ້​ປະກາດອອກເປັນ​ທາງ​ການ ໃນ​ປີ 1971.

ໃນ​ວັນພັກ Momorial Day ນີ້ ຊາວ​ອາ​ເມ​ຣິ​ກັນຫຼາຍ​ຄົນ ຕ່າງກໍ​ພາ​ກັນເດີນ​ທາງ​ໄປ
​ພັກ​ຜ່ອນຢູ່​ຕາມແຄມ​ທະ​ເລ ຊຸມແຊວກິນ​ປິກ​ນິກ ຢູ່​ຕາມ​ສວນ​ສາ​ທາ​ລະ​ນະ ​ໄປນອນ
​ປ່າ ​ຢ້ຽມ​ຢາມ​ຍາດ​ຕິ​ພີ່​ນ້ອງ ແລະ ຊຸ​ມ​ແຊວ​ກັນຢູ່ຕາມ​ບ້ານ​ເຮືອນ​ຂອງໃຜ​ລາວ. ສະ
​ເພາະ​ຢູ່​ໃນ​ສຸສານແຫ່ງ​ຊາດ ​ໄດ້ມີການຈັດ​ພິທີໄວ້ອາ​ໄລຂຶ້ນຢ່າງສະງ່າຜ່າ​ເຜີຍ ມີ​ກອງ​
ກຽດຕິຍົດ ຈາກທະຫານ​ທຸກ​ເຫລົ່າ ມີການ​ຍິງ​ປືນ​ໃຫຍ່ 21 ​ນັດ ​ຊຶ່ງປີ​ນີ້ ​ໄດ້​ມີປະທານາ
ທິບໍດີ ບາຣັກ ​ໂອ​ບາ​ມາ ​ພ້ອມ​ດ້ວຍບັນ​ດາ​ເຈົ້າ​ໜ້າ​ທີ່ ຂັ້ນ​ສູງ​ຂອງ ລັດຖະບານ​ເຂົ້າ​ຮ່ວມ
ໃຫ້​ກຽດ.​
CN- America Remembers its Fallen Troops
please wait

No media source currently available

0:00 0:01:25 0:00

​ພິທີສະຫລອງ​ວັນ​ລະນຶກ​ເຖິງ ທະຫານ​ເສ​ຍຊິວິດ​ໃນ​ສົງຄາມ ​ໄດ້​ວິວັດທະນາມາ​ເລື້ອຍໆ
ໃນ​ປີ 1988 ​ໄດ້​ ​ມີນັກ​ລົບ​ເກົ່າ​ກຸ່ມ​ນຶ່ງເລີ້ມກໍ່​ໂຕ​ຂຶ້ນ​ມາ​ແລະຕັ້ງ​ຊື່ວ່າ Rolling Thunder​. ແຕ່ລະ​ປີ​ ພວກ​ນີ້ຈະ​ພາ​ກັນ ເດີນທາງ​ມາ​ຈາກ​ທົ່ວ ສະຫະລັດ ມາ​ເຕົ້າ​ໂຮມ​ກັນ​ຢູ່ວໍ​ຊິງ
ຕັນ ​ເພື່ອ​ຂີ່​ລົດ​ໂມ​ໂຕ​ໄຊຈຳນວນປະ​ມານ 90,000 ຄັນ ​ເຂົ້າ​ຮ່ວມການສ​ວນສະໜາມ
ຢ່າງມືດ​ຟ້າມົວ​ຝົນ. ນອກ​ນັ້ນກໍ​ຈະມີ​ການ​ເດີນ​ສວນສະໜາມ​ຢູ່​ຕາມ​ເມືອງ​ຕ່າງໆ ​ແລະ
​ໃນ​ການ​ປະກອບສ່ວນໃນ​ພິທີ​ລະລຶກ​ນີ້ ກໍ​ແມ່ນ​ການ​ແຂ່ງຂັນກັນສ້າງ​ຮູບ​ເງົາ ກ່ຽວ​ກັບ
​ທະຫານ​ຜ່ານ​ເສິກ ຊຶ່ງ​ເປັນ​ໂຄງການ​ພິ​ເສດ​ຂອງ​ທະຫານ ສະຫະລັດ ​ເພຶ່ອຊຸກ​ຍູ້​ສົ່ງ​
ເສີ​ມ​ ​ແລະ​ໃຫ້​ກຳລັງ​ໃຈ​ແກ່ ທະຫານໆ​ຂອງ​ຊາດ​ຊຶ່ງ​ຕົກ​ມາ​ເຖິງ​ປີ​ນີ້ກໍ ແມ່ນປີ​ທີ່ 8 ​ແລ້ວ.

ໂຄງການ​ສ້າງ​ຮູບ​ເງົາ​ຂອງທະຫານ GI (Government Issue ຫລື General
Issue) ແມ່ນ​ຊື່​ທົ່ວໄປ​ຂອງ ​ບັນດາເຫ​ລົ່າທະຫານບົກ ທະຫານເຮືອ ທະຫານ​ອາກາດ
ທະຫານ​ມາຣິນ ​ແລະ​ທະຫານ​ຍາມ​ຝັ່ງ. ແຕ່ລະ​ປີຈະ​ມີ​ຫລາຍ​ຮ້ອຍເລື້ອງ​ທີ່​ສົ່ງ​ເຂົ້າ​ມາ​
ປະ​ກວດ. ​ປີ​ນີ້ ​ໄດ້​ມີ 52 ​ເລື້ອງ​ດີ​ເດັ່ນ​ ຊ່ຶງໃນ​ນັ້ນ​ກໍມີ ຜົນງານ​ຂອງ ສິບ​ຕີ ວົງ​ໄຊ​ສິດ ລິດ
​ຍຸວົງ​ເລື້ອງ​ນ່ຶງ ຊຶ່ງ​ເປັນ​ທັງຜູ້ສ້າງ ​ແລະກຳກັບ​ການສະ​ແດງ​ ແລະການ​ຮ້ອງ​ເພງ​ລູກທົ່ງ
ອາ​ເມຣິກັນ.
ສິບຕີ ວົງໄຊສິດ ລິດຍຸວົງ (Troy) ທະຫານກອງທັບເຮືອ ສະຫະລັດ
ສິບຕີ ວົງໄຊສິດ ລິດຍຸວົງ (Troy) ທະຫານກອງທັບເຮືອ ສະຫະລັດ




ສິບ​ຕີ ວົງ​ໄຊ​ສິດ ມີ​ຊື່​ຫລີ້ນ​ວ່າ ຕອຍ ທ່ານເປັນ​ລູກ​ຊາຍ​ກົກຂອງ​ ອ້າ​ຍນ້ອງ​ສອງ​ຄົນ
​ຂອງ ທ່ານ ບຸນ​ທອງ ​ແລະ​ຍາ​ນາງ​ສົມ​ມັກ ລິດຍຸ​ວົງ. ຕອຍ ເກີດ​ຢູ່​ເມືອງ​ປາ​ກເຊ ປະ​ເທດ
ລາວ ​ເດີນທາງ​ເຂົ້າ​ມາສະຫະລັດ ກັບ​ຄອບຄົວ​ໃນ​ປີ 1980 ​ເວລາ​ອາຍຸ​ໄດ້ນຶ່ງ​ປີ. ຫລັງ​
ຈາກຮຽນ​ ຢູ່​ມະຫາວິທະຍາ​ໄລໄດ້ສອງ​ປີ​ແລ້ວ ຜູ້ກ່ຽວກໍໄດ້​ໄປ​ສະໝັກ​ເຂົ້າ​ຮັບ​ໃຊ້​ໃນ
​ກອງທັບ​ເຮືອ ສະຫະລັດ ​ເປັນ​ນາຍ​ຊ່າງແປງ​ເຮືອບິນ​ລົບມາ​ໄດ້ 15 ປີ​ແລ້ວ ​ແລະ​ມີ​ກຳ
ໜົດ​ຈະ​ອອກ​ກິນ​ເບັ້ຍບຳນານ​ໃນ​ອີກ 5 ປີຂ້າ​ງໜ້າ​ນີ້. ໃນ​ເວລາ​ຫວ່າງ ​ຕອຍ ມີ​ຄວາມ
​ສົນໃຈຢາກສ້າງ​ຮູບ​ເງົາ ຊຶ່ງຜູ້ກ່ຽວໄດ້ເລົ່າ​ຊິວິດ​ຄວາມເປັນ​ມາ​ສູ່ ວີ​ໂອ​ເອ ​ຟັງ​ດັງ​ນີ້ :

ສິບຕີ ວົງໄຊສິດ (Troy) ລິດຍຸວົງ (ຊ້າຍ) ແລະ ກິ່ງສະຫວັນ ປະຖັມມະວົງ
ສິບຕີ ວົງໄຊສິດ (Troy) ລິດຍຸວົງ (ຊ້າຍ) ແລະ ກິ່ງສະຫວັນ ປະຖັມມະວົງ





ການ​ສ້າງ​ຮູບ​ເງົາ ​ແມ່ນ​ໂຄງການ​ນຶ່ງ​ຂອງ​ກອງທັບ ສະຫະລັດ ​ເພື່ອໃຫ້​ໂອກາ​ດ​ແກ່ ບັນດາ​ທະຫານ ​ໄດ້​ລະບາຍ​ຄວາມຮູ້ສຶກ​ນຶກ​ຄິດ​ ​ໂດ​ຍສະ​ເພາະ​ແມ່ນ ກ່ຽວ​ກັບ​ຊີວິດ​ທະຫານ ຊຶ່ງ ຕອຍ ​ໄດ້​ກ່າວ​ຕໍ່​ອີກ​ວ່າ :
ສິບຕີ ວົງໄຊສິດ (Troy) ແລະເພຶ່ອນດາຣາຮູບເງົາ
ສິບຕີ ວົງໄຊສິດ (Troy) ແລະເພຶ່ອນດາຣາຮູບເງົາ



ເຖິງ​ແມ່ນ​ວ່າ ສິບ​ຕີ ວົງ​ໄຊສິດ ​ຈະໄດ້ມາເຕີບ​ໃຫຍ່​ຢູ່​ໃນ ສະຫະລັດ ​ແຕ່​ອາຍຸ 1 ປີ​ກໍ​ຕາມ ​ແຕ່​ຄວາມ​ເປັນ​ລາວ​ກໍຍັງ​ມີຝັງໂຕຢູ່ ​ເຊັ່​ນວ່າ ສາມາດ​ປາກ​ພາສາ​ລາວ ດ້ວຍ​ສຳ ນຽງ​ປາກ​ເຊ ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ເມືອງ​ລາວ​ຫລາຍ​ຄັ້ງ ແລະ​ມັກ​ອາຫານ​ລາວ ດັ່ງ​ຕອຍ​ໄດ້​ກ່າວ​ມ້ວນທ້າຍ​ວ່າ :
ດາຣາຮູບເງົາ ທ່ານ Gary Sinis ແລະ Vongsaisith (Troy)
ດາຣາຮູບເງົາ ທ່ານ Gary Sinis ແລະ Vongsaisith (Troy)


ນັ້ນ​ແມ່ນ​ການ​ສຳພາດ ກັບສິບ​ຕີ ວົງ​ໄຊ​ສິດ ທະຫານ​ກອງ​ທັບ​ເຮືອ
ສະຫະລັດ. ໂອ​ກາ​ດໜ້າ ຂ້າພະ​ເຈົ້າ ຈະ​ນຳເອົາ​ລາຍ​ງານ ກ່ຽວ​
ກັບຊາວ​ລາວ​ ທີ່​ໜ້າ​ສົນ​ໃຈ​ມາສະ​ເໜີ ທ່ານ​ອີກ ​ໂປດ​ຕິດຕາມຟັງ.








XS
SM
MD
LG