ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜົນສຳເລັດຂອງນັກກິລາອາເມຣິກັນເຊື້ອສາຍລາວ ໃນຊີເກມ ຄັ້ງທີ 32 ໄດ້ນຳມາຊຶ່ງຄວາມຫວັງ ແລະຄວາມມຸ້ງໝັ້ນ ສຳລັບການແຂ່ງຂັນຂັ້ນຕໍ່ໆໄປ


ບັນດານັກກິລາ ອາເມຣິກັນ ເຊື້ອສາຍລາວ ລະດັບມະຫາວິທະຍາໄລ ຂອງສະຫະລັດ ເຂົ້າຮ່ວມທີມຊາດລາວ ລົງແຂ່ງຂັນໃນ ຊີ ເກມ ຄັ້ງທີ 32 (32nd SEA Games) ໃນກຳປູເຈຍ, ວັນທີ 6 ພຶດສະພາ 2023.
ບັນດານັກກິລາ ອາເມຣິກັນ ເຊື້ອສາຍລາວ ລະດັບມະຫາວິທະຍາໄລ ຂອງສະຫະລັດ ເຂົ້າຮ່ວມທີມຊາດລາວ ລົງແຂ່ງຂັນໃນ ຊີ ເກມ ຄັ້ງທີ 32 (32nd SEA Games) ໃນກຳປູເຈຍ, ວັນທີ 6 ພຶດສະພາ 2023.

ເຖິງແມ່ນວ່າ ການ​ແຂ່ງ​ຂັນ​ກິ​ລາຊີເກມ ຫາກໍໄດ້ສິ້ນສຸດລົງເມື່ອບໍ່ດົນມານີ້ ແຕ່ຄວາມຊົງຈຳທີ່ດີໆກໍຍັງຄົງຝັງໃຈບັນດານັກກິລາອາເມຣິກັນເຊື້ອສາຍລາວແລະຄອບຄົວຂອງພວກເຂົາເຈົ້າ ຊຶ່ງເປັນປະສົບການທີ່ຕ້ອງໄດ້ສານຕໍ່ຜົນສຳເລັດໃນບາງສ່ວນ ເພື່ອນຳເອົານັກກິລາອາເມຣິກັນ ປະເພດອື່ນໆ ໄປແຂ່ງຂັນໃນກິ​ລາຊີເກມຄັ້ງທີ 32 ໃນປີ 2025 ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາ ສະເໜີທ່ານ ໃນອັນດັບຕໍ່ໄປ.

ທີມນັກກິລາອາເມຣິກັນເຊື້ອສາຍລາວ ຈຳນວນເຈັດຄົນ ພ້ອມດ້ວຍຄອບຄົວຂອງພວກເຂົາເຈົ້າ ໄດ້ພາກັນເດີນທາງໄປແຂ່ງຂັນໃນຊີເກມຄັ້ງທີ 32 ຢູ່ທີ່ນະຄອນຫຼວງພະນົມເປັນ ຂອງກຳປູເຈຍ ໃນນາມ ສປປ ລາວ ດ້ວຍຄວາມຕັ້ງອົກຕັ້ງໃຈເພື່ອເປັນຕົວແທນ ໃຫ້ແກ່ບ້ານເກີດເມືອງນອນຂອງຜູ້ທີ່ເປັນພໍ່ແລະແມ່ ແລະດ້ວຍທຶນສ່ວນຕົວ ແລະທຶນສົມທົບຈາກການລະດົມທຶນ GoFundMe ໂດຍລວມມີນັກລອຍນ້ຳຍິງ 3 ຄົນ ຊາຍ 1 ຄົນ, ນັກກິລາຈູຈິດຊຸ ຊາຍ 2 ຄົນ ແລະນັກມວຍປ້ຳ ຊາຍ ຊຶ່ງຜົນຂອງການແຂ່ງຂັນ ໃນປະເພດລອຍນ້ຳຍິງ ຊຶ່ງນາງແອນເຈີລີນາ ແມັສຊີນາ ເປັນນຶ່ງໃນນັກລອຍນ້ຳ ຊຶ່ງພໍ່ຂອງນາງ ທ່ານຈອນ ແມັສຊີນາ ໄດ້ກ່າວໃຫ້ວີໂອເອຟັງເປັນພາສາອັງກິດ ວ່າ:

“ເຖິງແມ່ນວ່າ ບໍ່ມີຜູ້ໃດສາມາດລອຍໃນເວລາດໄດ້ດີທີ່ສຸດ ຂັ້ນລະດັບທີ່ຈະໄດ້ຫຼຽນກໍຕາມ ແຕ່ນາງແອນເຈີລີນາ ນາງອາສຕຣິດ ແລະນາງອາຣີອານາ ທັງສາມກໍໄດ້ເຂົ້າຮອບສຸດທ້າຍໃນແຕ່ລະປະເພດຂອງພວກເຂົາ ແລ້ວອີກປະການນຶ່ງ ພວກເຂົາກໍໄດ້ເຂົ້າຮອບສຸດທ້າຍໃນການລອຍຜັດປ່ຽນຄູນສາມຄົນ ຊຶ່ງເປັນຄັ້ງທຳອິດຂອງລາວ ຫາກແຕ່ພວກເຂົາບໍ່ໄດ້ຫຼຽນ ກໍເປັນປະສົບການທີ່ດີ ສຳລັບການພັດທະນາທີມລອຍນ້ຳຂອງລາວ.”

ຄອ​ບ​ຄົວ​ທ່ານ​ຈອນ ແລະ​ຍາ​ນາງ​ລີ ສະມັຍຍະວົງ ແມັສ​ຊີ​ນາ, ນາງແອນເຈີລີນາ ສະມັຍຍະວົງ ຢູ່ກາງ.
ຄອ​ບ​ຄົວ​ທ່ານ​ຈອນ ແລະ​ຍາ​ນາງ​ລີ ສະມັຍຍະວົງ ແມັສ​ຊີ​ນາ, ນາງແອນເຈີລີນາ ສະມັຍຍະວົງ ຢູ່ກາງ.

ຄອບຄົວຂອງບັນດານັກລອຍນ້ຳໂດຍມີ ທ່ານຈອນ ແມັສຊີນາ ແລະຄອບຄົວຂອງຍານາງບຸນທອງ ອຳພອນພົງ ເດີກສວາເກີ ໄດ້ນຳເອົາລູກເຕົ້າຂອງພວກເພິ່ນ ໄປແຂ່ງຂັນໃນຊີເກມເປັນຄັ້ງທຳອິດ ແລະຈະບໍ່ເປັນຄັ້ງສຸດທ້າຍ ເພາະປະສົມການໃນຄັ້ງນີ້ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຄອບຄົວຂອງທ່ານຈອນ ແລະພັນລະຍາ ຍານາງລີ ສະໄມຍະວົງ ແມັສຊີນາ ຊຶ່ງທ່ານຈອນ ໄດ້ກ່າວວ່າ:

“ມັນເປັນປະສົບການທີ່ດີຫຼາຍ ພວກເຮົາດີໃຈທີ່ໄດ້ຕິດຕໍ່ພົວພັນກັບພວກນັກກິລາລອຍນ້ຳຂອງລາວ ພ້ອມກັບຫົວໜ້າຄູຝຶກ ຕຸກ ແລະຜູ້ຊ່ວຍຄູຝຶກ ຕຸ້ຍ, ເປັນການເຮັດວຽກຮ່ວມນຳທີ່ດີຫຼາຍ ບັດນີ້ພວກນັກລອຍນ້ຳ ລວມທັງລູກສາວຂອງຂ້ອຍ ນາງແອນເຈີລີນາ ຈະກັບຄືນໄປຮ່ວມທີມລອຍນ້ຳ ໃນມະຫາວິທະ ຍາໄລຂອງເຂົາເຈົ້າ ພວກເຮົາຍິນດີທີ່ຈະຮ່ວມມືກັບກະຊວງສຶກສາແລະກິລາຂອງລາວ ເພື່ອນຳເອົານັກກິລາອາເມຣິກັນເຊື້ອສາຍລາວ ຕື່ມອີກ ໄປຮ່ວມແຂ່ງໃນຊີເກມ ປີ 2025 ຢູ່ໄທ ພວກເຮົາຄາດໝາຍວ່າ ພວກນັກລອຍນ້ຳຈະກັບຄືນໄປແຂ່ງອີກ ແລະຈະລະບຸໂຕພວກນັກກິລາທີ່ມີເຊື້ອສາຍລາວ ຜູ້ທີ່ມີໂອກາດສູງທີ່ຈະໄດ້ຫຼຽນໃນກິລາທີ່ຫຼາກຫຼາຍປະເພດ ລວມທັງລອຍນ້ຳ ກີທາ ຈູຈິຊຸ ແລະມວຍປ້ຳ ພວກເຮົາມີນັກມວຍປ້ຳແລ້ວຈຳນວນນຶ່ງ ທີ່ມີຄວາມສົນໃຈຢາກເຂົ້າມາຮ່ວມກັບທີມໃນຄັ້ງຕໍ່ໄປ.”

ສ່ວນຍານາງລີ ກໍໃຫ້ທັດສະນະກ່ຽວກັບປະສົບການໃນຄັ້ງນີ້ວ່າ:

ທ່ານຈອນ ຍັງໄດ້ກ່າວໃຫ້ວີໂອເອຟັງອີກວ່າ “ໃນຕອນຂີ່ເຮືອບິນໄປຊີເກມນັ້ນ ຢູ່ໃນເຮືອບິນມີນັກກິລາລອຍນ້ຳເຕັມຍົນມາຈາກອາເມຣິກາ ທີ່ຈະໄປແຂ່ງໃນນາມປະເທດຕ່າງໆ ເຊັ່ນ ສິງກະໂປ ກຳປູເຈຍ ຟີລິບປິນ ແລະມາເລເຊຍ ລວມທັງລາວອາເມຣິກັນນຳດ້ວຍ.”

ສ່ວນນັກກິລາມວຍປ້ຳ ທ້າວດໍຊັ້ນ ສີຫາວົງ ຜູ້ທີ່ໄດ້ຫຼຽນທອງແດງໃນປະເພດ ເກຣັກໂກ ໂຣມັນ ແລະຫຼຽນເງິນໃນປະເພດຟຣີສະໄຕ ກໍໄດ້ກັບຄືນໄປຮ່ວມທີມຂອງລາວ ໃນມະຫາວິທະຍາໄລ ສະແຕນຟອດ ລັດຄາລີຟໍເນຍ ອີງຕາມທ່ານນາຣາ ສີຫາວົງ. ທ່ານກ່າວໃຫ້ວີໂອເອ ຟັງວ່າ ຜົນສຳເລັດໃນຊີເກມຄັ້ງນີ້ ໄດ້ເກີນຄວາມຄາດໝາຍ ຜົນສຳເລັດດັ່ງກ່າວໄດ້ເຮັດໃຫ້ກະຊວງສຶກສາແລະກິລາຂອງລາວ ມີຄວາມສົນໃຈຢາກໃຫ້ທ້າວດໍຊັ້ນ ໄປຮ່ວມໃນການແຂ່ງຂັນໃນເອຊຽນເກມ ທີ່ຈະມາເຖິງນີ້ ໃນນາມຂອງສປປ ລາວ ຕື່ມອີກ ຊຶ່ງທ່ານນາຣາ ໄດ້ກ່າວກ່ຽວກັບເລື້ອງນີ້ ຕໍ່ວີໂອເອລາວ ວ່າ:

ທ່ານນາຣາ ພ້ອມກັບລູກຊາຍ ທ້າວດໍຊັ້ນ ສີຫາວົງ ນັກມວຍປ້ຳ ປະເພດ ເກຣັກໂກ ໂຣມັນ ແລະ ຟຣີສໄຕ ທີ່ໄດ້ຊະນະຫຼຽນທອງແດງ ແລະຫຼຽນເງິນ ໃນຊີເກມ ຄັ້ງທີ 32.
ທ່ານນາຣາ ພ້ອມກັບລູກຊາຍ ທ້າວດໍຊັ້ນ ສີຫາວົງ ນັກມວຍປ້ຳ ປະເພດ ເກຣັກໂກ ໂຣມັນ ແລະ ຟຣີສໄຕ ທີ່ໄດ້ຊະນະຫຼຽນທອງແດງ ແລະຫຼຽນເງິນ ໃນຊີເກມ ຄັ້ງທີ 32.

ການແຂ່ງຂັນກິລາ ບໍ່ວ່າຈະເປັນລະດັບພູມິພາກຕະຫຼອດເຖິງລະດັບໂອລິມປິກ ບັນດານັກກິລາຊາວຕ່າງປະເທດເຊື້ອສາຍລາວ ຫຼື ເຊື້ອສາຍປະເທດອື່ນໆ ກໍຈະພາກັນລັ່ງໄຫລໄປປະກອບສ່ວນເພື່ອສ້າງຜົນງານນຳເອົາຫຼຽນໃດຫຼຽນນຶ່ງ ໃຫ້ແກ່ປະເທດບ້ານເກີດເມືອງນອນຂອງບັນດາພໍ່ແມ່ ພວກເຂົາເຈົ້າ ຊຶ່ງມັນມີແນວໂນ້ມສູງທີ່ຈະເຮັດໃຫ້ວົງການຂອງກິລາໃນແຕ່ລະປະເທດນັ້ນໆ ມີສີສັນໃໝ່ໆ ດັ່ງທີ່ຄົນລາວທ່ານນຶ່ງໃນນະຄອນວຽງຈັນ ກ່າວຕໍ່ວີໂອເອວ່າ:

ປະທານຂອງມູນນິທິ ນັກກິລາອາເມຣິກັນເຊື້ອສາຍລາວແຫ່ງຊາດ ໃນສະຫະລັດ ທ່ານສິດ ພູສະລິດ ກໍໄດ້ບອກວີໂອເອ ວ່າ ດຽວນີ້ມີນັກກິລາຕີກັອຟສອງຄົນ ມີຄວາມສົນໃຈຢາກຈະໄປແຂ່ງໃນນາມ ສປປ ລາວ ແລະກຳລັງປະສານງານກັບສະຖານທູດລາວ ປະຈຳນະຄອນຫຼວງວໍຊິງຕັນຢູ່.

XS
SM
MD
LG