ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄົນ​ລາວ​ສ້າງ​ຊື່​ສຽງ ໂດຍ​ການເປັນ​ນັກ​ສະ​ແດງຜູ້​ນຶ່ງ ໃນ​ລະ​ຄອນ​ອາ​ເມ​ຣິ​ກັນ ທີ່​ມີ​ຄົນ ​ເບິ່ງ​ຫລາຍ​ທີ່​ສຸດ​ ໃນ​ 90 ປະ​ເທດ ​ທົ່ວ​ໂລກ


ຢ້າຍ​ໂຄ​ສະ​ນາ​ຂອງ​ບໍ​ລິ​ສັດ Netflix ຊຶ່ງ​ເປັນ​ບໍ​ລິ​ສັດ​ສາຍ​ໂທ​ລະ​ພາບ​ທາງ​ອອນ​ລາຍ​ນ໌ ຢູ່​ເທິງ​ຕຶກ​ຫ້ອງ​ການ​ຂອງ​ບໍ​ລິ​ສັດ​ຜະ​ລິດ​ຮູບ​ເງົາ Hollywood ໃນ​ລັດ​ຄ່​ລິ​ຟໍ​ເນຍ, ວັນ​ທີ 2 ມີ​ນາ, 2022. ລະ​ຄອນ ເລື້ອງ Dahrmer Monster ມີ​ຄົນ​ຊົມ​ຫລາຍ​ທີ່​ສຸດ​ ໂດຍ​ຜ່ານ Netflix ນີ້
ຢ້າຍ​ໂຄ​ສະ​ນາ​ຂອງ​ບໍ​ລິ​ສັດ Netflix ຊຶ່ງ​ເປັນ​ບໍ​ລິ​ສັດ​ສາຍ​ໂທ​ລະ​ພາບ​ທາງ​ອອນ​ລາຍ​ນ໌ ຢູ່​ເທິງ​ຕຶກ​ຫ້ອງ​ການ​ຂອງ​ບໍ​ລິ​ສັດ​ຜະ​ລິດ​ຮູບ​ເງົາ Hollywood ໃນ​ລັດ​ຄ່​ລິ​ຟໍ​ເນຍ, ວັນ​ທີ 2 ມີ​ນາ, 2022. ລະ​ຄອນ ເລື້ອງ Dahrmer Monster ມີ​ຄົນ​ຊົມ​ຫລາຍ​ທີ່​ສຸດ​ ໂດຍ​ຜ່ານ Netflix ນີ້

ຖ້າ​ທ່ານ​ໄດ້​ເບິ່ງລະ​ຄອນ​ອາ​ເມ​ຣິ​ກັນເລື້ອງສັດ​ປະ​ຫລາດດາມ​ເມີ ຫລື Dahrmer Monster ຢູ່ໂທ​ລະ​ພາບ​ອອນ​ລາຍ​ນ໌ Netflix ທ່ານຄົງຈະແປກ​ໃຈ​ທີ່ເຫັນ​ຕົວ​ລະ​ຄອນ​ຄົນ​ນຶ່ງ​ຢູ່​ໃນ​ເລື້ອງນັ້ນ ​ເວົ້າ​ພາ​ສາ​ລາວໃນ​ບາງ​ຕອນ ແລະ​ເວົ້າໄດ້​ຢ່າງຄ່ອງ​ແຄ້ວແບບບໍ່​ມີ​ສຳ​ນຽງ​ຜິດ​ຜ້ຽນ​ເລີຍ. ທັງ​ນີ້ ​ກໍ​ເພາະ​ວ່າ ດາ​ລາ​ສະ​ແດງ​ໃນນັ້ນ​ເປັນ​ຄົນ​ເຊື້ອ​ສາຍລາວແລະ​ລະ​ຄອນ​ເລື້ອງນີ້​ແມ່ນ​ອີງ​ໃສ່​ເລື້ອງ​ຈິງທີ່ເກີດຂຶ້ນ​ໃນ​ລັດ​ວິ​ສ​ຄອນ​ຊິນໃນ​ຊຸມ​ປີ 1990-1991. ໃນ​ນັ້ນທ່ານເຂັມເພັດ ພະ​ຍາໄຊ​ໄດ້ສະ​ແດງ​ເປັນພໍ່​ຂອງເດັກ​ຊາຍ​ຄົນ​ລາວ​ສອງ​ຄົນທີ່​ມາ​ຈາກ​ຄອບ​ຄົວ​ດຽວ​ກັນ ແລະຕົກ​ເປັນ​ເຫຍື່ອ​ຂອງ​ທ້າວແຈ​ຟ​ຟ​ຣີ ດາມ​ເມີ, ​ນັກລ້າ​ເດັກ​ຜູ້​ຊາຍ​ມາ​ຂົ່ມ​ຂືນ ແລະ​ນັກ​ຂ້າ​ ຊຶ່ງ​ໃນ​ບາງ​ຕອນເຊັ່ນໃນຕອນ​ຂຶ້ນ​ສານທ່ານ​ກ່າວວ່າເປັນ​ພາ​ສາ​ລາວ​ວ່າ “ເຮົາ​ເປັນ​ອົບ​ພະ​ຍົບ​ທີ່​ມາ​ປະ​ເທດ​ນີ້ ພວກ​ເຮົາ​ເຮັດ​ວຽກ​ໜັກ … ເຮົາ​ບໍ່​ມີ​ເງິນ​ພໍ​ເພື່ອ​ຈ້າງ​ທະ​ນາຍ​ຄວາມ.” ​ທ່ານເຂັມ​ເພັດມີ​ຄວາມ​ພູ​ມ​ໃຈ​ທີ່​ຖືກ​ເລືອກໃຫ້​ສະ​ແດງ​ໃນລະ​ຄອນ​ເລື້ອງນີ້ ຊຶ່ງ​ທ່ານບອກວ່າ:

“ມັນເປັນເລື້ອງສໍາຄັນຫຼາຍທີ່​ຕ້ອງບອດໃຫ້ປະ​ຊາ​ຄົມຂອງພວກເຮົາຮູ້ວ່າ ມີຄົນຢູ່ໃນອຸດສາຫະກໍານີ້ທີ່ເປັນຕົວແທນຂອງປະ​ຊາ​ຄົມພວກເຮົາ ແລະ ຂ້ອຍຢາກສະຫນັບສະຫນູນປະ​ຊາ​ຄົມຂອງພວກເຮົາບໍ່ດ້ານ​ໃດກໍດ້ານນຶ່ງ. ເຈົ້າ​ຮູ້​ບໍ່​ຂ້ອຍເປັນ ​ຜູ້​ໃຫ້​ຄຳ​ແນະ​ນຳ​ແກ່ເດັກນ້ອຍຫຼາຍຄົນ ເພາະ​ວ່າ​ພວກ​ເຂົາ​ເປັນ​ຄົນ​ລຸ້ນໃໝ່ທີ່​ພວກ​ເຮົາ​ຢາກ​ສ້າງ​ຂຶ້ນ​ມາ ແລະຂ້ອຍກໍເປັນປາກ​ເປັນສຽງໃຫ້​ແກ່ປະ​ຊາ​ຄົມເຮົາ.”

ທ່ານບອກ​ອີກ​ວ່າລະ​ຄອນ​ເລື້ອງນີ້​ມີ 10 ສາກ ແລະ​ເປັນ​ລະ​ຄອນ​ທີ່ເວົ້າ​ພາ​ສາ​ອັງ​ກິດທີ່​ມີ​ຄົນ​ເບິ່ງ​ຫລາຍ​ທີ່​ສຸດ​ໃນ​ໂລກໃນ​ໄລ​ຍະ 3 ອາ​ທິດ ຫລັງ​ຈາກມັນ​ໄດ້​ເລີ້ມເອົາ​ອອກ​ມາ​ສູ່​ສາຍ​ຕາ​ຂອງ​ຜູ້​ຊົມ​ໃນ​ວັນທີ 21 ກັນ​ຍາ​ຜ່ານ​ມາ ​ຊຶ່ງ​ມີ​ຄົນເບິ່ງ​ຢູ່ 90 ປະ​ເທດ ແລະ​ຖືກ​ແປ​ເປັນ​ຫລາຍ​ພາ​ສາ ແລະໃນນັ້ນ 75 ປະ​ເທດ​ມີ​ຄົນ​ຊົມ​ເປັນ​ອັນ​ດັບ​ນຶ່ງ​ເລີຍ ໂດຍ​ຜ່ານໂທ​ລະ​ພາບ​ອອນ​ລາຍ​ນ໌ Netflix. ທ່ານ​ເວົ້າ​ອີກວ່າໃນ​ເລື້ອງນີ້​ກໍ​ຍັງ​ມີ​ຄົນ​ລາວ​ສະ​ແດງ​ນຳ​ອີກ 3 ຄົນ ຄື​ຜູ້​ນຶ່ງ​ເປັນ​ແມ່ ແລະເດັກ​ຊາ​ຍສອງ​ຄົນ ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ນັກ​ຂ້າດາມ​ເມີນັ້ນ.

XS
SM
MD
LG