ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວປະຕິ​ເສດວ່າ​ ບໍ່​ມີສ່ວນຮັບຜິດຊອບ ຕໍ່ການ​ຫາຍ​ສາບ​ສູນ ​ຂອງທ່ານສົມບັດ (ວີດີໂອ)


ທ່ານສົມບັດ ສົມພອນ ນັກເຄຶ່ອນໄຫວດ້ານສັງຄົມລາວ ທີ່ຫາຍສາບສູນ
ທ່ານສົມບັດ ສົມພອນ ນັກເຄຶ່ອນໄຫວດ້ານສັງຄົມລາວ ທີ່ຫາຍສາບສູນ
ລັດ​ຖະບານ​ລາວ​ປະຕິ​ເສດ​ວ່າ ຕົນ​ບໍ່​ມີຄວາມ​ຮັບຜິດຊອບ​ຕໍ່​ການ​ຫາຍ​ສາບ​ສູນ​ຂອງນັກ​ເຄື່ອນ​ໄຫວ​ດ້ານສັງຄົມ​ທີ່​ມີ​ຊື່​ສຽງ ​ແຕ່​ກຸ່ມປົກ​ປ້ອງ​ສິດທິ​ມະນຸດ​ບໍ່​ເຫັນ​ພ້ອມ​ນໍາ ​ໂດຍ​ກ່າວ​ວ່າ ​ພາບ​ທີ່​ບັນທຶກ​ໄວ້​ໂດຍ​ກ້ອງ​ວົງ​ຈອນ​ປິດ ​ສະ​ແດງວ່າ ຜູ້ກ່ຽວ​ຖືກເຈົ້າໜ້າ​ທີ່​ລາວ​ຈັບ​ຕົວໄປ​.

ນັກ​ເຄຶ່ອນ​ໄຫວ​ດັ່ງກ່າວ​ນີ້ ກໍຄືທ່ານ ສົມບັດ ສົມ​ພອນ ຊຶ່ງ​ໄດ້​ມີ​ຄົນ​ເຫັນ​ທ່ານ ເທື່ອ​ສຸດທ້າຍເມື່ອວັນ​ເສົາ​ຜ່ານ​ມາ​ນີ້ ​ທີ່​ນະຄອນຫຼວງວຽງ​ຈັນ ​ເວລາ​ລົດ​ຈີ໊ບຂອງ​ທ່ານ​ຖືກ​ເຈົ້າໜ້າ​ທີ່​ຢຸດ​ ຢູ່​ນອກ​ປ້ອມ​ຕໍາຫຼວດ​ແຫ່ງ​ນຶ່ງ. ຮູບ​ຈາກ​ກ້ອງ​ວົງຈອນ​ປິດ​ສະ​ແດງ​ໃຫ້​ເຫັນວ່າ​ ທ່ານ​ສົມບັດ​ໄດ້​ຖືກ​ນໍາຕົວ​ໄປ ​ໂດຍ​ຊາຍສອງ​ຄົນ ​ທີ່​ບໍ່​ຮູ້​ວ່າ​ເປັນ​ໃຜ ​.

ສີ່​ມື້ຫຼັງຈາກ​ການ​ຫາຍ​ສາບ​ສູນ​ຂອງ​ທ່ານ​ສົມບັດ ກະຊວງການ​ຕ່າງປະ​ເທດ​ລາວໄດ້​ອອກ​ຖະ​ແຫຼງການ​ສະບັບ​ນຶ່ງ​ທີ່​ເວົ້າ​ວ່າ ທາງລັດຖະບານ​ລາວບໍ່​ມີຂໍ້​ມູນ​ໃດໆກ່ຽວ​ກັບວ່າ ​ທ່ານ​ສົມບັດ​ຢູ່​ບ່ອນ​ໃດ​ໃນ​ເວລາ​ນີ້ ​ແຕ່ກໍຊີ້​ແນະ​ວ່າທ່ານ​ສົມບັດ ສົມ​ພອນ ນັກ​ເຄຶ່ອນໄຫວ​ ​ໄວ 60 ປີ ອາດຖືກ​ລັກ​ພາ​ຕົວ​ໄປ​ ຍ້ອນການ​ຂັດ​ແຍ້​ງໃນ​ທາງສ່ວນ​ຕົວ ຫຼື​ໃນ​ດ້ານທຸລະ​ກິດ.

ເພື່ອນ​ມິດຫຼາຍໆ​ຄົນ​ຂອງ​ທ່ານ​ສົມ​ບັດ ຍັງ​ບໍ່ແນ່​ໃຈ​ໃນ​ເລຶ່ອງນີ້. ທ່ານ​ສຸໄນ ຜາ​ສຸກ ນັກ​ຄົ້ນຄວ້າ​ອາວຸ​ໂສ​ປະ​ຈໍາ​ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ Human Rights Watch ບອກ​ວີ​ໂອ​ເອວ່າ ຖະ​ແຫຼງການ​ຂອງ​ລັດຖະບານ​ລາວ​ບໍ່ກົງ​ກັບຫຼັກຖານ​ທີ່​ພົບ​ເຫັນ. ທ່ານກ່າວກ່ຽວ ກັບເລື່ອງນີ້ວ່າ:

"​ໃນ​ຕອນ​ນີ້ ອິງ​ຕາມ​ຄໍາ​ໃຫ້ການ​ ຂອງ​ຄອບຄົວ​ຂອງຜູ້ກ່ຽວ ພ້ອມ​ທັງ ຫຼັກຖານ​ຕ່າງໆ​ຂອງ​ສະພາບ​ການ ​ໂຮມ​ທັງ​ຮູບ​ຖ່າຍ​ຂອງ ກ້ອງ​ວົງ​ຈອນ​ປິດ​ນັ້ນ ​ພວກ​ເຮົາ​ເຊື່ອ​ວ່າ ​ເຈົ້າໜ້າ​ທີ່​ລາວເປັນ​ຜູ້​ຮັບຜິດຊອບ ຕໍ່​ການ​ຫາຍ​ສາບ​ສູນ​ຂອງ​ທ່ານ​ສົມ ບັດ ​ແລະ​ຜູ້ກ່ຽວ​ອາດ​ຖືກ​ຄວບ​ຄຸມ​ຕົວ​ໄວ້ ​ຢູ່​ແຫ່ງ​ໃດ​ແຫ່ງ​ນຶ່ງ.”

ທ່ານ​ສຸໄນ ​ຊີ້​ອອກ​ວ່າ ລາວ ຊຶ່ງ​ເປັນ​ປະ​ເທດ​ຄອມ​ມີ​ວນີສທີ່​ປົກຄອງ​ໂດຍ ພັກ​ດຽວນັ້ນ ບໍ່​ອະນຸ​ໂລມຜ່ອນຜັນ​ໃຫ້​ມີ​ການສະ​ແດງ​ອອກ​ເຖິງຄັດຄ້ານ​ລັດຖະບານ​ ​ແລະ​ກໍ​ມີ​ປະວັດ​ມາ​ດົນ​ນານ ​ໃນ​ເລື້ອງ​ການ​ຈັບ​ກຸມຜູ້​ຄົນໂດຍ​ພະລະການ ​ແລະ​ເຮັດ​ໃຫ້​ຫຼາຍຄົນຫາຍສາບ​ສູນ.


ທ່ານ​ສຸ​ໄນ​ກ່າວ​ອີກ​ວ່າ ຖ້າ​ຫາກ​ທ່ານ​ສົມບັດ ຖືກ​ລັກ​ພາ​ຕົວ​ໄປ ດັ່ງ​ທີ່ລັດ ຖະບານ​ລາວ​ອ້າງ​ນັ້ນ ລັດຖະບານ​ລາວ​ກໍຄວນ​ຊີ້​ແຈງ​ໄດ້​ວ່າ​ ດ້ວຍ​ເຫດ​ໃດ ຕໍາຫຼວດຢູ່​ທີ່​ດ່ານ​ກວດ​ຈຶ່ງ​ບໍ່​ຢຸດ ຄົນ​ຮ້າຍ ​ບໍ່​ໃຫ້​ນໍາ​ຕົວ​ທ່ານ​ສົມບັດ​ໜີ​ໄປ​ໄດ້.

ກຸ່ມ​ນັກ​ປັນຍາ​ຊົນ​ຊາວເອ​ເຊຍຈຳນວນ 132 ຄົນ ໄດ້​ຂຽນ​ຈົດໝາຍ​ສະບັບ​ນຶ່ງສົ່ງເຖິງ​ເຈົ້າ ໜ້າ​ທີ່​ລາວ ໃນ​ວັນ​ພະຫັດ​ມື້​ນີ້​ ຮຽກຮ້ອງ​ໃຫ້ລັດ​ຖະບານ​ທໍາ ການສືບສວນ​ສອບ​ສວນ​ໂດຍ​ລະ​ອຽດ ຕໍ່​ການ​ຫາຍ​ສາບ​ສູນຂອງທ່ານ​ສົມບັດຊຶ່ງ​ເປັນ​ເພື່ອນ​ຮ່ວມ​ງານ​ຂອງ​ພວກ​ເຂົາ​ເຈົ້ານັ້ນ. ນອກ​ນີ້​ແລ້ວ ກະຊວງ​ຕ່າງປະ​ເທດ​ສະຫະລັດ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ລາວ​ຈົ່ງ ​ເຮັດ​ທຸກ​ວິທີ​ທາງ ​ເພື່ອ​ຊອກ​ຫາ​ນັກ​ເຄື່ອນ​ໄຫວ​ຄົນ​ນີ້ ​ໃຫ້ພົບ.

​ໃນ​ປີ 2005 ທ່ານ​ສົມບັດ ສົມ​ພອນ ​ໄດ້​ຮັບ​ລາງວັນ Ramon Magsay say ສໍາລັບການ​ເປັນ​ຜູ້​ນໍາປະຊາ​ຄົມທີ່​ດີ​ເດັ່ນ ທີ່​ຖື​ກັນວ່າເປັນລາງວັນ​ໂນເເບ​ລ​ຂອງ​ຂົງ​ເຂດ​ເອ​ເຊຍ ຍ້ອນ​ຄວາມ​ພະຍາ​ຍາມ​ຂອງ​ທ່ານ​ເພື່ອ​ຊຸກຍູ້​ສົ່ງ​ເສີມ​ການ​ພັດທະນາ​ທີ່​ຍືນ​ຍົງ.

​ເພື່ອ​ນ​ມິດ​ຂອງ​ທ່ານ​ສົມບັດ ກ່າວວ່າ ວຽກ​ງານ​ຂອງ​ທ່ານ​ສົມ​ບັດ​ນັ້ນ ບໍ່​ໄດ້​ມີການພົວພັນ​ໂດຍກົງ​ກັບ​ເລື້ອງ​ການ​ເມືອງ ​ຫຼືການ​ຕໍ່ຕ້ານ​ລັດຖະບານ​ແຕ່ໃດ ແລະ​ກໍ່​ບໍ່​ປະກົດວ່າ ຜູ້ກ່ຽວ​ມີ​ສັດຕູ​ເລີຍ.
XS
SM
MD
LG