ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການຈັດຕັ້ງປະຕິບັດແຜນການ ໃນຊ່ວງປີ 2016-2020 ຂອງສະມາຊິກສະພາ ຊຸດທີ 8 ສາມາດຈັດຕັ້ງປະຕິບັດໄດ້ ຕ່ຳກວ່າເປົ້າໝາຍ


ກອງປະຊຸມສະພາແຫ່ງຊາດລາວ ຊຸດທີ 9 ຄັ້ງປະຖົມມະເລີກ ໄດ້ຈັດຂຶ້ນ ຢູ່ນະຄອນຫຼວງ ວຽງຈັນ ໃນລະວ່າງ ວັນທີ 22 - 26 ມີນາ, 2021.
ກອງປະຊຸມສະພາແຫ່ງຊາດລາວ ຊຸດທີ 9 ຄັ້ງປະຖົມມະເລີກ ໄດ້ຈັດຂຶ້ນ ຢູ່ນະຄອນຫຼວງ ວຽງຈັນ ໃນລະວ່າງ ວັນທີ 22 - 26 ມີນາ, 2021.

ຄະນະປະຈຳສະພາແຫ່ງຊາດລາວ ຊຸດທີ 8 ສາມາດຈັດຕັ້ງປະຕິບັດແຜນການໄດ້ຕ່ຳກວ່າເປົ້າໝາຍທີ່ວາງໄວ້ ໃນຊ່ວງປີ 2016-2020 ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໃນການພັດທະນາທາງດ້ານກົດໝາຍນັ້ນ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອງ.

ທ່ານຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດລາວ ຊຸດທີ 9 ຖະແຫລງວ່າ ຄະນະປະຈຳສະພາແຫ່ງຊາດລາວ ຊຸດທີ 9 ວາງເປົ້າໝາຍຈະພັດທະນາປັບປຸງ ແລະຮ່າງກົດໝາຍຕ່າງໆໃນຊ່ວງປີນ 2021-2025 ໃຫ້ໄດ້ 96 ສະບັບ ຊຶ່ງໃນນີ້ເປັນການສ້າງກົດໝາຍໃໝ່ 38 ສະບັບ ແລະດັດແກ້ກົດໝາຍເກົ່າ 58 ສະບັບ ໂດຍສາເຫດທີ່ຕ້ອງມີການດັດແກ້ກົດໝາຍເກົ່າຫຼາຍກວ່າການສ້າງກົດໝາຍໃໝ່ນັ້ນ ກໍຍ້ອນວ່າ ການຈັດຕັ້ງປະຕິບັດແຜນການໃນຊ່ວງປີ 2016-2020 ທີ່ເປັນຄວາມຮັບຜິດຊອບຂອງສະມາຊິກສະພາແຫ່ງຊາດລາວ ຊຸດທີ 8 ນັ້ນ ສາມາດຈັດຕັ້ງປະຕິບັດໄດ້ຕ່ຳກວ່າເປົ້າໝາຍທີ່ວາງໄວ້ ດັ່ງທີ່ ທ່ານຄຳໃບ ໄດ້ໃຫ້ການຢືນຢັນວ່າ:

“ການພິຈາລະນາຮັບຮອງເອົາກົດໝາຍ ຕະຫຼອດອາຍຸຂອງສະພາແຫ່ງຊາດ ຊຸດທີ 8 ຈຳນວນນຶ່ງ ບໍ່ທັນບັນລຸຕາມແຜນການ ບາງກົດໝ!ຍຮັບຮອງເອົາແລ້ວ ມີເນື້ອໃນບໍ່ຄົບຖ້ວນ ບໍ່ຈະແຈ້ງ ການຮຽບຮຽງກົດໝາຍຈຳນວນນຶ່ງບໍ່ທັນໄດ້ເອົາໃຈໃສ່ຄົ້ນຄວ້າພິຈາລະນາຄວາມເຫັນຂອງສະມາຊິກສະພາແຫ່ງຊາດເພື່ອປັບປຸງເຂົ້າາໃສ່ເນື້ອໃນກົດໝາຍ ບາງກົດໝາຍໃຊ້ເວລາດົນ-ຊັກຊ້າ ເຮັດໃຫ້ການຈັດຕັ້ງປະຕິບັດພົບຄວາມຫຍຸ້ງຍາກ ການພິຈາລະນາຕົກລົງບັນຫາສຳຄັນຂອງປະເທດຊາດເຫັນວ່າ ຂໍມູນຈຳນວນນຶ່ງຈາກອົງການລັດຍັງບໍ່ທັນຊັດເຈນ.”

ໂດຍໃນຊ່ວງປີ 2016-2020 ຄະນະປະຈຳສະພາແຫ່ງຊາດ ຊຸດທີ 8 ໄດ້ວາງເປົ້າໝາຍທີ່ຈະພັດທະນາປັບປຸຸງແລະສ້າງກົດໝາຍໃຫ້ໄດ້ 99 ສະບັບ ແຕ່ກໍຈັດຕັ້ງປະຕິບັດໄດ້ຈິງພຽງ 85 ສະບັບ ຊຶ່ງໃນນີ້ເປັນການສ້າງກົດໝາຍໃໝ່ໄດ້ພຽງແຕ່ 39 ສະບັບເທົ່ານັ້ນ ແລະ 46 ສະບັບເປັນການດັດແກ້ກົດໝາຍເກົ່າໃຫ້ເທົ່າທັນກັບສະພາບການທທີ່ປ່ຽນແປງຢ່າງໄວວາ ທັງພາຍໃນແລະນອກປະເທດນັ້ນເອງ.

ສ່ວນເຈົ້າໜີ້ທີ່ສຳນັກເລຂາທິການລັດຖະສະພາອາຊຽນ ເປີດເຜີຍວ່າ ບັນຫາສຳຄັນປະການນຶ່ງທີ່ກອງປະຂຸມໃຫຍ່ລັດຖະສະພາອາຊຽນໄດ້ຍົກຂຶ້ນມາປຶກສາຫາລືກັນໃນໂອກາດກອງປະຊຸມໃຫຍ່ທຸກໆຄັ້ງ ກໍຄືບັນຫາການພັດທະນາທາງດ້ານກົດໝາຍທີ່ບໍ່ເທົ່າທັນກັນລະຫວ່າງປະເທດສະມາຊິກໃນອາຊຽນດ້ວຍກັນ ໃນນີ້ ສປປ ລາວ ກໍເປັນປະເທດນຶ່ງທີ່ການພັດທະນາກົດໝາຍໄດ້ດຳເນີນໄປຢ່າງຊັກຊ້າທີ່ສຸດ ທັງຍັງມີບັນຫາກ່ຽວກັບການເຂົ້າເຖິງ ແລະການຮັບຮູ້ກົດໝາຍຂອງປະຊາຊົນລາວ ທັນເຮັດໃຫ້ຕ້ອງມີການພັດທະນາໂຄງຂ່າຍໃນການເຜີຍແຜ່ກົດໝາຍໃຫ້ປະຊາຊົນລາວ ເຂົ້າເຖິງໄດ້ຢ່າງສະດວກວ່ອງໄວ ດ້ວຍການນຳໃຊ້ ແອັປປລີເຄສັນ (Application) ໃນລະບົບໂທລະສັບມືຖືທີ່ທັນສະໄໝນັ້ນເອງ.

ທັງນີ້ໂດຍການພັດທະນາ ແອັປປລີເຄສັນດັ່ງກ່າວ ລັດຖະບານສະຫະລັດອາເມຣິກາ ໄດ້ໃຫ້ການຊ່ອຍເຫຼືອລັດຖະບານລາວຜ່ານອົງການ USAID ເປັນເວລາ 5 ປີ ໂດຍມີເປົ້າໝາຍເພື່ອເຮັດໃຫ້ລາວ ສາມາດເຊື່ອມໂຍງເຂົ້າກັບລະບຽບການຄ້າໂລກໃຫ້ໄດ້ຢ່າງມີປະສິດທິພາບ ກໍຄືການຊ່ອຍໃຫ້ບັນດານັກທຸລະກິດ ປະຊາຊົນລາວແລະຊາວຕ່າງຊາດໃຫ້ສາມາດເຂົ້າເຖິງນິຕິກຳຕ່າງກໆໃນລາວໄດ້ ຢ່າງສະດວກວ່ອງໄວ ທັງຍັງສາມດາປະກອບຄວາມຄິດເຫັນຕໍ່ນິຕິກຳຕ່າງໆໄດ້ອີກດ້ວຍ.

ນອກຈາກນີ້ ກໍມີອີກບັນຫານຶ່ງທີ່ຈະຕ້ອງແກ້ໄຂຢ່າງຮີບດ່ວນ ເນື່ອງຈາກປະຊາຊົນລາວ ບໍ່ເຊື່ອໝັ້ນພະນັກງານໄອຍະການເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນການຮັບສິນບົນເພື່ອຊ່ວຍໃຫ້ຈຳເລີຍພົ້ນຜດ ຖືເປັນບັນຫາທີ່ເກີດຂຶ້ນຫຼາຍທີ່ສຸດ ດັ່ງຜູ້ປະສານງານອົງການບໍ່ຂຶ້ນກັບລັດຖະບານໃນລາວ ໃຫ້ການຢືນຢັນວ່າ:

“ກໍລະນີມັນແກ້ບໍ່ຕົກເລື້ອງຄະດີຄວາມ ເບື້ອງນຶ່ງຕ້ອງຍອມຮັບວ່າ ການເກັບກຳຂໍມູນນີ້ນ່ະບໍ່ໄດ້ເຖິງຮາກຖານຕົວຈິງແທ້ໆຫັ້ນ ອາໄສເອກະສານນີ້ນ່ະ ກົດໝາຍວ່າແນວນີ້ນັ້ນ ແມ່ນຕັດສິນແນວນີ້ໄປ ມັນຫລະບໍ່ແທດເຖິງຕົວຈິງເດ້ ບາດນີ້ນ່ະ ແລ້ວເບື້ອງນຶ່ງຄູ່ຄວາມໃນບາງກໍລະນີຫັ້ນແມ່ນສານຕັດສິນຖືກຕ້ອງຕາມຕົວຈິງ ແຕ່ວ່າຫາກຢາກເອົາປຽບຫັ້ນນ່ະ ຕົວເອງຜິດກໍບໍ່ຍອມວ່າຜິດສູ້ໄປເສຍກ່ອນອັນນີ້ນິມີຫຼາຍ ອັນທີ່ສາມມານີ້ ກະແມ່ນຍ້ອນທາງຜູ້ຍາດພີ່ນ້ອງຢູ່ບັນດາພະແນກການຄືກັນນີ້ ມັນກະໃຫ້ທ້າຍໃນແນວບໍ່ດີຫັ້ນນ່ະ ມັນກະບໍ່ແລ້ວຈັກເທື່ອ.”

ທາງດ້ານອົງການ Human Right Watch ລາຍງານວ່າ ການບັງຄັບໃຊ້ກົດໝາຍໃນລາວ ຍັງປາກົດມີການເລືອກປະຕິບັດກົດໝາວກັບປະຊາຊົນທີ່ຂັດແຍ້ງກັບພະນັກງານລັດກ່ຽວກັບຜົນປະໂຫຍດໃນທີ່ດິນທີ່ຖືກເວນຄືນຢ່າງບໍ່ຍຸຕິທຳ ຊຶ່ງເຫັນໄດ້ຈາກການທີ່ນາຍົກລັດຖະມົນຕີລາວ ໄດ້ມີຄຳສັ່ງໃຫ້ເລັ່ງບັງຄັບຄະດີຕາມການຕັດສິນຂອງສານ ເພາະປາກົດວ່າ ມີຄະດີທີ່ສານໄດ້ຕັດສິນໄປແລ້ວ 29,000 ກວ່າຄະດີນັ້ນ ຍັງບໍ່ມີການບັງຄັບຄະດີໃຫ້ເປັນໄປຕາມການຕັດສິນຂອງສານປະຊາຊົນລາວແຕ່ຢ່າງໃດເລີຍຈົນເຖິງປັດຈຸບັນນີ້.

XS
SM
MD
LG