ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄາດ​ໝາຍ​ວ່າ ການ​ຕັດ​ສິນ ຄະ​ດີ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ ໃນ​ເທີ​ກີ ຈະ​ເປັນ 'ຂີດ​ໝາຍສຳ​ຄັນ' ໃນ​ວັນ​ອັງ​ຄານ


ພວກ​ປະ​ທ້ວງ ພະ​ຍາ​ຍາມ ທີ່​ຈະ​ຂັດ​ຂືນການ​ເຄື່ອນ​ຍ້າຍ​​ເຂົ້າໄປ​ຂອງ​ຕຳຫຼວດ​ປາບ​ຈະ​ລາ​ຈົນ ຢູ່​ທີ່​ສວນ​ສາ​ທາ​ລະ​ນະ Gezi ​ໃນ​ນະ​ຄອນ​ອິ​ສ​ຕັນ​ບູ​ລ ຂອງ​ເທີກ​ີ, ​ວັນ​ເສົາ ທີ 15 ມິ​ຖຸ​ນາ 2013.
ພວກ​ປະ​ທ້ວງ ພະ​ຍາ​ຍາມ ທີ່​ຈະ​ຂັດ​ຂືນການ​ເຄື່ອນ​ຍ້າຍ​​ເຂົ້າໄປ​ຂອງ​ຕຳຫຼວດ​ປາບ​ຈະ​ລາ​ຈົນ ຢູ່​ທີ່​ສວນ​ສາ​ທາ​ລະ​ນະ Gezi ​ໃນ​ນະ​ຄອນ​ອິ​ສ​ຕັນ​ບູ​ລ ຂອງ​ເທີກ​ີ, ​ວັນ​ເສົາ ທີ 15 ມິ​ຖຸ​ນາ 2013.

ໃນ​ວັນ​ອັງ​ຄານມື້ນີ້ ຄາດ​ກັນ​ວ່າ ສານ​ໃນ​ນະ​ຄອນ​ອິ​ສ​ຕັນ​ບູ​ແຫ່ງ​ນຶ່ງ ຈະ​ລົງ​ຄວາມ​ເຫັນ​ຕັດ​ສິນທີ່​ຈະ “ເປັນ​ຂີດ​ໝາຍ” ຕໍ່ບັນ​ດາ​ນັກ​ເຄື່ອນ​ໄ​ຫວ​ກຸ່ມສັງ​ຄົມ​ພົນ​ລະ​ເຮືອນ 16 ຄົນ ໃນການ​ດຳ​ເນີນ​ຄະ​ດີ ຖານປຸກ​ລະ​ດົມ.

ສຳ​ລັບ​ຈຳ​ເລີຍ​ຜູ້​ນຶ່ງໃນ​ນັ້ນ ຜູ້​ທີ່​ເປັນ​ຄົນ​ໃຈ​ບຸນທີ່​ສຳ​ຄັນ ແລະ​ເປັນ​ຜູ້​ສະ​ໜັບ​ສະ​ໜຸນ ກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນ​ນີ້ ຊຶ່ງ​ຄະ​ດີນີ້ ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈຈາກ​ນາໆ​ຊາດ​ທີ່​ຈະ​ໃຫ້​ມີ​ການກວດ​ສອບ ໂດຍ​ເຫັນ​ວ່າ ເປັນ​ການ​ຫັນ​ປ່ຽນ ໃນ​ການ​ກຳ​ນົດ​ທິດ​ທາງ​ຂອງ​ປະ​ເທດເທີ​ກີ.

“ຜົນ​ທີ່​ອອກ​ມາ​ຂອງ​ຄະ​ດີນີ້ ຈະ​ສະ​ແດງ​ໃຫ້​ປະ​ເທດ​ໃນ​ທົ່ວ​ໂລກເຫັນ​ວ່າ ການ​ເຄົາ​ລົບ​ນັບ​ຖື​ສິດ​ທິ​ມະ​ນຸດ ເປັນ​ສ່ວນ​ໃດ​ສ່ວນ​ນຶ່ງ​ໃນ​ບົດ​ບາດ​ລະ​ບົບຍຸ​ຕິ​ທຳ​ຂອງ​ເທີ​ກີ ​ຫຼືບໍ່” ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ​ນາງ ມີ​ລີ​ນາ ບູ​ຢຳ ຜູ້​ເຄື່ອນ​ໄຫວ​ຂອງ​ອົງ​ການ​ນີ​ລະ​ໂທດ​ກຳ​ສາ​ກົນ​ໃນ​ເທີ​ກີ ທີ່​ໄດ້​ກ່າວ​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ ທີ່​ໄດ້​ຖືກ​ເປີດ​ເຜີຍ​ໃນ​ວັນ​ຈັນ​ວານນີ້.

ບັນ​ດາ​ໄອ​ຍະ​ການ ໄດ້​ກ່າວ​ຫາ ພວກ​ຈຳ​ເລີຍ 16 ຄົນ ວ່າ ໃຫ້​ການ​ສະ​ໜັບ​ສະ​ໜຸນ ແລະ​ຈັດ​ແຈງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ໃນ​ປີ 2013 ຕໍ່​ຕ້ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃນ​ເວ​ລານັ້ນ ຄື ທ່ານ​ຣີ​ເຊັບ ໄຕ​ຢິບ ເອີ​ໂດ​ອານ ຜູ້​ທີ່​ໃນ​ປັດ​ຈຸ​ບັນ​ນີ້ ເປັນ​ປະ​ທາ​ນາ​ທິ​ບໍ​ດີ.

ການ​ປະ​ທ້ວງ​ທັງຫຼາຍ ໄດ້​ຖືກ​ເອີ້ນ​ວ່າ ຂະ​ບວນ​ການ ເກ​ຊີ (Gezi) ​ທີ່​ໝາຍ​ເຖິງ​ສວນ​ສາ​ທາ​ລະ​ນະ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ອິ​ສ​ຕັນ​ບູ​ລ ບ່ອນ​ທີ່​ການ​ປະ​ທ້ວງ​ໄດ້​ເລີ້ມ​ຕົ້ນ​ຂຶ້ນ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG