ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ແຜນ​ການ ຫັນ​ດິນເປັນ​ທຶນ ສອງຟາກ ຖະໜົນ 450 ປີ ຍັງ ປະຕິບັດບໍ່ໄດ້


ສ່ວນນຶ່ງ ຂອງຖະໜົນ ວຽງຈັນ 450 ປີ
ສ່ວນນຶ່ງ ຂອງຖະໜົນ ວຽງຈັນ 450 ປີ
ການປະຕິິບັດແຜນການ ຫັນທີ່ດິນເປັນທຶນຢູ່ຕະ​ຫລອດ 2 ຟາກ
ຖະໜົນວ​ຽງ​ຈັນ 450 ປີ ຍັງບໍ່ສາມາດດຳເນີນການໄດ້ເພາະພື້ນ
ທີ່ໃນແຜນການກວມເອົາທີ່ດິນປະຊາຊົນ 442 ຄອບຄົວໃນ 15
ບ້ານ


ເຈົ້າໜ້າທີ່ຂັ້ນສູງຂອງອຳນາດການປົກຄອງ ເຂດນະຄອນຫຼວງ
ວຽງຈັນຍອມຮັບວ່າ ການປະຕິບັດແຜນການຫັນຊັບສິນຫຼືທີ່ດິນ
ເປັນທຶນໃນຕະຫລອດ 2 ຟາກທາງຂອງຖະໜົນວຽງຈັນ 450 ປີ ຍັງບໍ່ສາມາດດຳເນີນການໄດ້ເລີຍນັບເປັນລະຍະເວລາກ່ວາ 3 ປີມາແລ້ວ.

ທັ້ງນີ້ກໍເນື່ອງຈາກວ່າ ຄະນະຮັບຜິດຊອບໃນການປະຕິບັດແຜນການດັ່ງກ່າວຍັງບໍ່ສາມາດ ຕົກລົງ ຮ່ວມກັບປະຊາຊົນຜູ້ເປັນເຈົ້າຂອງທີ່ດິນ ກ່ຽວກັບອັດຕາ ການຊົດເຊີຍຄ່າທີ່ດິນໄດ້ ເລີຍ ເພາະວ່າປະຊາຊົນ ຜູ້ເປັນເຈົ້າຂອງທີ່ດິນບໍ່ຍອມຮັບ ຄ່າຊົດເຊີຍທີ່ທາງການລາວກຳ ນົດໄວ້ ຕ່ຳກວ່າຄວາມເປັນຈິງ ກໍຄືໃນຂະນະທີ່ຄະນະຮັບຊອບແຜນການໄດ້ສະເໜີໃຫ້ຄ່າ ຊົດເຊີຍທີ່ດິນແກ່ປະຊາຊົນໃນອັດຕາສະເລ່ຍພຽງແຕ່ 20,000 ກີບ ຕໍ່ຕາແມັດນັ້ນ ລາຄາ ທີ່ດິນ ທີ່ເປັນຈິງໃນທຸກມື້ນີ້ ໄດ້ປັບໂຕສູງຂື້ນ ເຖິງ 2 ລ້ານ 5 ແສນກີບ ຕໍ່ຕາແມັດແລ້ວ.

ເພາະສະນັ້ນ ຈຶ່ງເຮັດໃຫ້ການດຳເນີນແຜນການດັ່ງກ່າວນີ້ ຍັງຈະຕ້ອງປະສົບກັບບັນ​ຫາ ຫຍຸ້ງຍາກຕໍ່ໄປອີກ ຢ່າງຫລີກລ່ຽງ​ບໍ່ໄດ້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການອະທິ ບາຍວ່າ:

“ຜ່່ານມານີ້ກະຖືວ່າພວກເຮົາ ມັນບໍ່ໄປຕາມລະບົບເລີຍ ເກີດມີບັນຫາຄວາມຫຍຸ້ງ ຍາກ ເພາະວ່າບໍລິສັດນີ້ ໄປກວມເອົາດິນປະຊາຊົນ ໂຕນີ້ນິຄັນວ່າມັນໄປກວມປະ
ຊາຊົນແລ້ວ ຕ້ອງໄດ້ແກ້ ໃຫ້​ບໍ​ລິ​ສັດ​ຫັ້ນ​ ເປັນ​ຜູ້​ແກ້ ບາງ​ເທື່ອ​ ກໍ​ຕ້ອງ​ໄດ້​ທົດ​ແທນ ຫຼືວ່າ ຄັນປະຊາຊົນບໍ່ໃຫ້ຫັ້ນ ບາງເທື່ອກະບໍ່ໄດ້ ເພາະວ່າ ມັນບ່ອນທຳມາຫາກີນ
ຂອງເຂົາເດ້”


ແຜນທີ່ ການພັດທະນາເຂດບຶງທາດຫຼວງ
ແຜນທີ່ ການພັດທະນາເຂດບຶງທາດຫຼວງ
ໂດຍທີ່ດິນຂອງປະຊາຊົນລາວ ທີ່ຖືກກະທົບຈາກແຜນການ ຫັນ
ທີ່ດິນເປັນທຶນຕະ​ຫລອດ 2 ຟາກຖະໜົນວຽງຈັນ 450 ປີ ທີ່ມີລະ
ຍະທາງຍາວ 20.3 ກິໂລແມັດນັ້ນປະກອບດ້ວຍທີ່ດິນ ເຖິງ 536
ຕອນດ້ວຍກັນ ຊຶ່ງເປັນທີ່ດິນຂອງປະຊາຊົນລາວ ຈຳນວນ 442
ຄອບຄົວໃນ 15 ບ້ານ ຢູ່ເຂດເມືອງໄຊທານີ ເມືອງໄຊເສດຖາແລະ
ເມືອງຫາດຊາຍຟອງ.

ນອກຈາກ​ບັນຫາໃນການຫັນທີ່ດິນໄປເປັນທຶນ ໃນຕະ​ຫຼອດແລວ
ຖະໜົນວຽງຈັນ 450 ປີ ດັ່ງກ່າວແລ້ວ ໂຄງການພັດທະນາເມືອງ
ໃໝ່ ຢູ່ເຂດບຶງທາດຫຼວງ ທີ່ເປັນການລົງທືນ ຂອງກຸ່ມບໍລິສັດຈາກ
ຈີນນັ້ນ ກໍກຳລັງປະສົບກັບບັນຫາໃນລັກສະນະດຽວກັນນີ້ເຊັ່ນກັນ ເນື່ອງຈາກວ່າກຸ່ມບໍລິສັດ
ຈາກຈີນ ຍັງບໍ່ສາມາດຕົກລົງກັບເຈົ້າຂອງທີ່ດິນ ກ່ຽວກັບອັດຕາຄ່າຊົດເຊີຍທີ່ດິນໄດ້ຢ່າງຄົບ
ຖ້ວນນັ້ນເອງ.

ແບບຈຳລອງ ໃນການພັດທະນາ ເຂດບຶງທາດຫຼວງ
ແບບຈຳລອງ ໃນການພັດທະນາ ເຂດບຶງທາດຫຼວງ
ທັ້ງນີ້ ໂດຍໂຄງການພັດທະນາເມືອງໃໝ່ ຢູ່ບຶງທາດຫຼວງ ມີເນື້ອທີ່
ສຳປະທານ 365 ເຮັກຕ້າ ຊຶ່ງເຮັດໃຫ້ຈະຕ້ອງມີການເວນຄືນທີ່ດິນ
ຂອງປະຊາຊົນລາວຈຳນວນທັງໝົດ 480 ຕອນໂດຍທີ່ຜ່ານມາກຸ່ມ
ບໍລິສັດຈາກຈີນ ກໍສາມາດຕົກລົງ ແລະຈ່າຍຄ່າຊົດເຊີຍ​ທີ່​ດິນ ໃຫ້
​ກັບ​ປະ​ຊາ​ຊົນ​ໄປ​ແລ້ວ 361 ຕອນ ຄິດເປັນມູນຄ່າ ຫລາຍກ່ວາ 8
ລ້ານໂດ​ລາຈຶ່ງຍັງເຫລືອອີກ 119 ຕອນທີ່ຍັງບໍ່ສາມາດຕົກລົງກັນ
ໄດ້.

ແຕ່ຢ່າງໃດກໍຕາມ ກຸ່ມບໍລິສັດ Shanghai Wan Feng ຜູ້ລົງທຶນ
ໃນໂຄງການດັ່ງກ່າວນີ້ ກໍໄດ້ມີການໃຊ້ຈ່າຍເງີນທຶນໄປແລ້ວ ຫຼາຍ
ກ່ວາ 43 ລ້ານໂດ​ລາ ສຳລັບກໍ່ສ້າງຖະໜົນ ທີ່ກ້ວາງເຖິງ 36 ແມັດແລະຍາວ 360 ແມັດ ທີ່
ເຊື່ອມຕໍ່ຈາກຖະໜົນ T4 ເຂົ້າໄປໃນໂຄງການ ພ້ອມດ້ວຍການກໍ່ສ້າງສຳນັກງານຫໍພັກ ສຳ ລັບຄົນງານ ແລະການວາງພື້ນຖານໃຫ້ກັບລະບົບສາທາລະນຸປະໂພກຕ່າງໆເປັນຕົ້ນ.

ໂຄງການພັດທະນາເມືອງໃໝ່ຢູ່ບຶງທາດຫຼວງຈະໃຊ້ເງິນລົງທຶນທັງໝົດເຖິງ 1,600 ລ້ານ​ໂດ​
ລາ ໂດຍມີກຳໜົດການພັດທະນາໂຄງການໃຫ້ແລ້ວສຳເລັດສົມບູນພາຍໃນ 15 ຫາ 20 ປີ ຂ້າງໜ້າ ພາຍໃຕ້ເປົ້າໝາຍ ທີ່ຈະພັດທະນາໃຫ້ເປັນເມືອງທັນສະໄໝ ສຳລັບການດຳເນີນ ທຸລະກິດການຄ້າແລະການຢູ່ອາໄສ ໂດຍທີ່ມີສິ່ງອຳນວຍຄວາມສະດວກຕ່າງໆຢ່າງຄົບວົງ ຈອນ ທີ່ຮອງຮັບນັກທຸລະກິດຈາກຈີນໄດ້ເຖິງ 5 ໝື່ນລາຍ.
XS
SM
MD
LG