ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄວາມວຸ້ນວາຍ ໃນ ກຽກກິດສະຖານ


ປະທານາທິບໍດີ ຊົ່ວຄາວ ຂອງ ກຽກກິດສະຖານກ່າວວ່າ ທ່ານ ນາງໄດ້ຮ້ອງຂໍ ໃຫ້ຣັດເຊຍ ສົ່ງ ທະຫານໄປຊ່ອຍ ເພື່ອປາບປາມ ການກໍ່ຄວາມຮຸນແຮງ ຂອງພວກຊົນເຜົ່າ ທີ່ເຮັດໃຫ້ ມີຜູ້ເສຍຊີວິດ ຢ່າງນ້ອຍ 50 ຄົນ ແລະໄດ້ຮັບບາດເຈັບ ອີກຫຼາຍຮ້ອຍຄົນ ແລ້ວນັ້ນ.

ທ່ານນາງ ROZA OTUNBAYEVA ກ່າວໃນວັນເສົາ ມື້ນີ້ວ່າ ປາສະຈາກ ການຊ່ອຍເຫຼືອ ຂອງພາຍນອກແລ້ວ ເຈົ້າໜ້າທີ່ທ້ອງຖິ່ນ ຈະບໍ່ສາມາດ ຢຸດຕິຄວາມຮຸນແຮງ ຢູ່ທີ່ເມືອງ OSH ຊຶ່ງເປັນຫົວ ໃຫຍ່ອັນດັບ 2 ຂອງກຽກກິດສະຖານໄດ້. ໃນຕອນເຊົ້າມື້ນີ້ ລັດຖະບານ ຮັກສາການຊົ່ວຄາວ ຂອງກຽກກິດສະຖານ ໄດ້ຮ້ອງຂໍ ໃຫ້ພວກຕຳຫຼວດ ແລະທະຫານ ທີ່ອອກບຳນານແລ້ວ ເດີນທາງ ໄປຍັງເມືອງ OSH ເພື່ອກົດດັນ ຫ້າມປາມ ບໍ່ໃຫ້ເກີດ ການປະທະກັນ ລະຫວ່າງຊົນເຜົ່າ ທີ່ອາດທະວີ ຄວາມຮ້າຍແຮງ ກາຍເປັນສົງຄາມ ກາງ ເມືອງໄດ້.

ຄວາມຮຸນແຮງ ທາງດ້ານຊົ່ນເຜົ່າ ເລີ້ມຂຶ້ນໃນມື້ ວັນພະຫັດ ແລະດຳເນີນຢູ່ຕໍ່ມາ ຈົນຮອດ ວັນເສົາມື້ນີ້ ເຖິງແມ່ນຫຼັງຈາກ ລັດຖະບານຊົ່ວຄາວ ໄດ້ປະກາດ ພາວະສຸກເສີນ ແລະສົ່ງກຳ ລັງທະຫານ ໄປຍັງເຂດດັ່ງກ່າວ ແລ້ວກໍຕາມ.

ມີປະມານ 650 ຄົນໄດ້ຮັບບາດເຈັບ ໃນການປະທະກັນ ລະຫວ່າງປະຊາຄົມຊາວກຽກກິດ ຊຶ່ງເປັນຊົນກຸ່ມໃຫຍ່ ແລະຊາວອຸສະເບັກ ຊຶ່ງເປັນຊົນກຸ່ມນ້ອຍ ທີ່ເມືອງ OSH ຊຶ່ງເປັນຖານ ທີ່ໝັ້ນຂອງອະດີດ ປະທານາທິບໍດີ KURMANBEK BAKIYEV. ທ່ານໄດ້ຖືກຂັບໄລ່ ອອກຈາກອຳນາດ ແລະໄດ້ຫຼົບໜີ ອອກ ຈາກປະເທດ ໃນຕົ້ນເດືອນເມສາ ຜ່ານມາ ໃນການ ລຸກຮືຂຶ້ນ ທີ່ເຮັດໃຫ້ມີ ຜູ້ເສຍຊີວິດ 85 ຄົນ.

XS
SM
MD
LG