ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກີ​ຢິບ ເວົ້າ​ວ່າ ຣັດ​ເຊຍ ພະ​ຍາ​ຍາມ​ທີ່​ຈະ​ຂັບ​ໄລ່​ກອງ​ກຳ​ລັງ​ຂອງ​ເຂົາ​ເຈົ້າ​ໃນ​ພາກ​ພື້ນ ໂດ​ເນັດ​ສ໌


ທະ​ຫານ ຢູ​ເຄ​ຣນ ອອກ​ລາດ​ຕະ​ເວນ​ ​ໃກ້​ກັບ​ຂົວ​ຂ້າມ​ແມ່​ນ້ຳ ຊີ​ເວີ​ສ​ກີ ໂດ​ເນັດ​ສ໌.
ທະ​ຫານ ຢູ​ເຄ​ຣນ ອອກ​ລາດ​ຕະ​ເວນ​ ​ໃກ້​ກັບ​ຂົວ​ຂ້າມ​ແມ່​ນ້ຳ ຊີ​ເວີ​ສ​ກີ ໂດ​ເນັດ​ສ໌.

ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ແມ່ນ​ກຳ​ລັງ​ດຳ​ເນີນ​ເຂົ້າ​ໄປ​ສູ່​ເມືອງ ບາກ​ມຸດ ແລະ ອາບ​ດີ​ຢິບ​ກາ (Avdiyivka) ໃນ​ພາກ​ພື້ນ ໂດ​ເນັດ​ສ໌ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ໃນ​ຂະ​ນະ​ທີ່ພວກ​ສັດ​ຕູ​ພະ​ຍາ​ຍາມ​ທີ່​ຈະສ້າງ “ຄວາມ​ເສຍ​ຫາຍໃ​ຫ້ຫຼາຍ​ທີ່​ສຸດ” ຕໍ່​ກອງ​ກຳ​ລັງ ຢູ​ເຄ​ຣນ, ອີງ​ຕາມ​ການ​ກ່າວ​ ຂອງ​ເສ​ນາ​ທິ​ການ​ກອງ​ທັບ​ບົກ ຢູ​ເຄ​ຣນ ເມື່ອ​ຕອນ​ເຊົ້າ​ວັນ​ອັງ​ຄານມື້ນີ້.

ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ ກອງ​ທັບ​ອາ​ກາດ ຣັດ​ເຊຍ ໄດ້​ຖິ້ມ​ລະ​ເບີດ​ໃສ່​ສະ​ຖານ​ທີ່​ທາງ​ທະ​ຫານ​ຕ່າງໆທີ່ມຸ່ງ​ໜ້າ​ໄປ​ສູ່​ພາກ​ພື້ນ​ ໂດ​ເນັດ​ສ໌ ໃນ​ການ​ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ບັດ​ການປືນ​ໃຫຍ່ ແລະ ຢູ່​ພາກ​ພື້ນ​ດິນ​ອື່ນໆ ທີ່​ແນ​ເປົ້າ​ໃສ່​ການ​ຂັບ​ໄລ່​ໜ່ວຍ​ທະ​ຫານ​ຂອງ ຢູ​ເຄ​ຣນ ອອກ​ຈາກ​ແຖວ​ໜ້າ.

ອົງ​ການ​ສືບ​ລັບ ອັງ​ກິດ ໄດ້​ເຕືອນ​ໃນ​ວັນ​ທີ 8 ສິງ​ຫາ​ວ່າ ຣັດ​ເຊຍ ໄດ້​ໃຊ້​ລະ​ເບີດ​ຝັງ​ດິນ​ຕໍ່​ຕ້ານບຸກ​ຄົນໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ປ້ອງ​ກັນ ແລະ ​ຄວບ​ຄຸມຖັນ​ແຖວ​ການ​ປ້ອງ​ກັນ​ຂອງ​ເຂົາ​ເຈົ້າ​ໃນ​ພາກ​ພື້ນ ດອນ​ບາ​ສ, ດ້ວຍຄວາມ​ສ່ຽງ​ທີ່​ຈະມີ​ຜົນ​ຕໍ່​ທັງ​ທະ​ຫານ ແລະ ປະ​ຊາ​ກອນ​ພົນ​ລະ​ເຮືອນ​ໃນ​ທ້ອງ​ຖິ່ນ.

ລາຍ​ງານ​ໃນ​ສະ​ໜາມ​ລົບ​ຈາກ​ແຕ່​ລະ​ຝ່າຍ​ໃນ​ຄວາມ​ຂັດ​ແຍ້ງ​ທີ່​ກຳ​ລັງ​ເຕີບ​ໂຕ​ຂຶ້ນ​ຢ່າງວ່ອງ​ໄວນັ້ນ​ແມ່ນ​ຍາກ​ທີ່​ຈະ​ຢືນ​ຢັນ​ໄດ້.

ແຕ່​ບັນ​ດາ​ນັກ​ວາງ​ແຜນ​ຂອງກອ​ງ​ທັບ ກີ​ຢິບ ໄດ້​ກ່າວ​ວ່າ​ ກອງ​ກຳ​ລັງ​ຂອງ​ເຂົາ​ເຈົ້າ​ໄດ້ຂັບ​ໄລ່​ການ​ປະ​ຕິ​ບັດ​ການ​ສອດ​ແນມ ແລະ ໂຈມ​ຕີ​ໃນຫຼາຍ​ສະ​ຖານ​ທີ່​ອ້ອມ​ເມືອງ ອີ​ວາ​ໂນ-ດາ​ຢິບ​ກາ, ບາກ​ມຸດ ແລະ ໄຊ​ເຊ​ໂວ (Zaitsevo). ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ​ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ຖອນ​ອອກ​ໄປຫຼັງ​ຈາກ​ການ​ຜັກ​ດັນ​ທີ່​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ຢູ່​ອ້ອມ​ເມືອງ ອາບ​ດີ​ຢິບ​ກາ ແລະ ຄ​ຣາ​ສ​ໂນ​ໂຮ​ຣິບ​ກາ (Krasnohorivka).

ກີ​ຢິບ ໄດ້​ຢ່າວ​ວ່າກຳ​ປັ່ນ​ລົບຂອງ ຣັດ​ເຊຍ ທີ່​ຕິດ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ນຳ​ວິ​ຖີຊື່​ວ່າ ຄາ​ລີ​ເບີ ແມ່ນ​ມີ​ທ່າ​ທາງວ່າ ​ຈະ​ເຂົ້າ​ສູ່​ການ​ຕໍ່​ສູ້ນອກ​ຊາຍ​ຝັ່ງ​ທະ​ເລ​ດຳ​ຂອງ ຢູ​ເຄ​ຣນ.

ໃນ​ຂະ​ນະ​ດຽວ​ກັນ, ຄວາມ​ເປັນ​ຫ່ວງ​ຂອງ​ສາ​ກົນ​ແມ່ນ​ຍັງ​ຄົງ​ມີ​ຢູ່​ຕໍ່ການ​ລະ​ດົມ​ຍິງໃນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາຢູ່ໂຮງ​ງານ​ໄຟ​ຟ້າ​ນິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ ກ່ຽວ​ກັບ ຄວາມ​ເປັນ​ໄປ​ໄດ້​ສຳ​ລັບ​ໄພ​ພິ​ບັດຢູ່​ໂຮງ​ງານ​ປະ​ລະ​ມະ​ນູ​ທີ່​ໃຫຍ່​ທີ່​ສຸດ​ຂອງ ຢູ​ໂຣບ.

ຫົວ​ໜ້າ​ຂອງ​ບໍ​ລິ​ສັດ​ພະ​ລັງ​ງານ​ນິວ​ເຄ​ລຍ ຢູ​ເຄ​ຣນ ເອ​ເນີ​ໂຮ​ອາ​ຕອມ ໄດ້​ຮຽກ​ຮ້ອງໃຫ້ ຊາ​ໂປ​ຣິ​ສ​ເຊຍ ຖືກ​ປະ​ກາດ ​ເປັນ​ເຂດ​ປອດ​ທະ​ຫານ ເພື່ອຫຼີກ​ລ່ຽງ​ໄພ​ຫາ​ຍະ​ນະ​ດ້ານ​ນິວ​ເຄ​ລຍ.

ເມືອງ ຊາ​ໂປ​ຣິ​ສ​ເຊຍ ຖືກ​ຍຶດ​ໃນ​ຕອນ​ຕົ້ນໆ​ຂອງ​ການ​ບຸກ​ລຸກ​ທີ່​ແກ່​ຍາວ​ມາ​ໄດ້ 5 ເດືອນ ແຕ່​ໄດ້​ສືບ​ຕໍ່​ປະ​ຕິ​ບັດ​ງານ ​ໂດຍ​ພະ​ນັກ​ງານ​ຊາວ ຢູ​ເຄ​ຣນ.

A Russian offensive is continuing toward the hub cities of Bakhmut and Avdiyivka in the eastern Donetsk region as the enemy tries to inflict “maximum losses” on Ukrainian forces, the Ukrainian Army’s General Staff said early on August 9.

It said the Russian Air Force was bombarding military facilities in the direction of Donetsk in support of artillery and other ground operations aimed at dislodging Ukrainian units from the front lines.

British intelligence warned on August 8 that Russia was using anti-personnel mines in an effort to defend and hold its defense lines in the Donbas, with resulting risks to both the military and local civilian populations.

Battlefield reports from either side in the rapidly developing conflict are difficult to confirm.

But Kyiv’s military planners said their forces had repelled reconnaissance and offensive operations in a handful of settlements around Ivano-Daryivka, Bakhmut, and Zaitsevo.

They said Russian forces had withdrawn after unsuccessful pushes around Avdiyivka and Krasnohorivka.

Kyiv said two Russian warships armed with Kalibr cruise missiles are poised for battle off Ukraine’s Black Sea coast.

Meanwhile, international concern persisted over the weekend shelling of the Zaporizhzhya nuclear power plant over the potential for a disaster at Europe’s largest atomic facility.

The head of the Ukrainian nuclear power company Enerhoatom has urged that Zaporizhzhya be declared a military-free zone to avoid nuclear catastrophe.

Zaporizhzhya was seized early in the five-month-old invasion but continues to be manned by Ukrainian staff.

XS
SM
MD
LG