ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການນັບບັດ ຄະແນນສຽງ ໃນການລົງ ປະຊາມະຕິ ຂອງຊາວເຄີດ ໃນອີຣັກ


ພວກເຈົ້າໜ້າທີ່ປ່ອນບັດ ກຳລັງນັບຄະແນນສຽງ ຫລັງຈາກໜ່ວຍປ່ອນບັດປິດລົງ.
ພວກເຈົ້າໜ້າທີ່ປ່ອນບັດ ກຳລັງນັບຄະແນນສຽງ ຫລັງຈາກໜ່ວຍປ່ອນບັດປິດລົງ.

ຜົນການ​ປ່ອນ​ບັດ​ທີ່​ເປັນ​ທາງ​ການຄາ​ດວ່າ​ ຈະ​ມີ​ຂຶ້ນໃນ​ວັນ​ອັງຄານ​ມື້​ນີ້ ​ຫລັງ​ຈາກ​ໄດ້​
ມີ​ການລົງ​ປະຊາ​ມະຕິກ່ຽວ​ກັບ​ຄວາມ​ເປັນ​ເອກ​ກະລາດ ທີ່​ໄດ້ພາກ​ໃຫ້​ມີ ການ​ຕ້ອງ​ຕິ
ຈາກ​ລັດຖະບານຢູ່ແບັກ​ແດດ ພ້ອມທັງບັນດາ​ປະ​ເທດ​ເພື່ອນ​ບ້ານ ​ແລະ​ສະຫະລັດ.

ກ່ອນ​ໜ້າການ​ລົງ​ຄະ​ແນນ​ສຽງ ​ໄດ້​ມີ​ການ​ຄາດ​ຄະ​ເນ​ກັນ​ວ່າ ​ຈະມີ​ການ​ເຫັນ​ພ້ອມ​ກັບ
​ການ​ເປັນ​ເອກ​ກະລາດ. ການ​ປ່ອນ​ບັດ “​ເຫັນ​ພ້ອມ” ຈະ​ບໍ່​ກະ​ຕຸ້ນ​ໃຫ້​ມີ​ການ​ປະ​ກາດ
ຄວາມ​ເປັນ​ເອກ​ກະລາດ​ເທື່ອ ​ແຕ່​ພວກ​ເຈົ້າ​ໜ້າ​ທີ່​ຊາວເຄີ​ດຫວັງ​ວ່າ ​ເຂົາ​ເຈົ້າ​ຈະໃຊ້​
ເປັນ​ບາດກ້າວ​ທຳ​ອິດ​ ໃນ​ການ​ເຈລະຈາເພື່ອ​ແຍກປະ​ເທດ.

ຢູ່​ໃນ​ບັນດາ​ໜ່ວຍ​ປ່ອນ​ບັດ​ ໃນ​ຂົງ​ເຂດ​ນະຄອນຫລວງ Kurdistan ພວກ​ປ່ອນ​ບັດ
ພາກັນ​ນຸ່ງ​ເຄື່ອງ​ພື້ນ​ເມືອງ ​ແລະ​ຖື​ທຸງຊາວ​ເຄີ​ດ ​ກ່າວ​ວ່າເຂົາ​ເຈົ້າ​ເຊື່ອວ່າການ​ປ່ອນ​ບັດ​
ດັ່ງກ່າວ ​ອາດ​ເປັນ​ການ​ເລີ້ມ​ຕົ້ນ ຂອງ​ຄວາມເປັນຈິງ ​ໃນຄວາມ​ໄຝ່​ຝັນ​ຂອງ​ເຂົາ​ເຈົ້າ
​ເພື່ອ​ຄວາມເປັນ​ເອກ​ກະລາດ.

ທ່າ​ນ Mohammed ອູ້ມລູກຊາຍນ້ອຍ​ ​ແລະ​ຖື​ທຸງ​ຢູ່​ໜ່ວຍ​ປ່ອນ​ບັດ​ ໃນ​ເມືອງ​ Irbil
ກ່າວ​ວ່າ “​ເປັນ​ມື້​ແຫ່ງ​ຄວາມ​ຈິງ​ຂອງ​ພວກ​ເຮົາ. ພວກ​ເຮົາ​ໄດ້​ລໍຖ້າ​ມາ​ເປັນ​ເວລາ 100
ປີ​ແລ້ວ ​ກ່ຽວ​ກັບເວລາ​ນີ້. ງົດ​ງາມຫລາຍ.”

ລາຍ​ງານ​ຕາມ​ໜ່ວຍປ່ອນ​ບັດ​ຕ່າງໆ​ແຈ້ງ ​ວ່າມີການ​ອອກໄປ​ປ່ອນ​ບັດຂອງ​ຜູ້​ຄົນ ​ເປັນ
​ຈຳນວນ​ຫຼວງຫຼາຍ ​ແລະ​ເປັນ​ການ​ປ່ອນ​ບັດ​ທີ່​ສະຫງົບ ​ແຕ່​ວ່າ​ກ່ອນ​ການ​ປ່ອນ​ບັດ ບັດ
​ສຸດ​ທ້າ​ຍ ພວກ​ຜູ້ນຳ​ຢູ່ແບັກ​ແດດ ​ໄດ້​ສົ່ງ​ກຳລັງ​ໄປ​ຍັງ​ເຂດ​ທີ່​ມີ​ການ​ໂຕ້​ແຍ້​ງກັນ ທີ່​ອ້າງ​ເອົາກຳມະສິດ​ໂດຍ​ທັງຝ່າຍ ອີຣັກ ​ແລະຊາວ​ເຄີ​ດ. ນາຍົກລັດຖະມົນຕີອີຣັກ ທ່ານ
Haider al-Abadi ​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ “​ເອົາ​ມາດ​ຕະການ​ທີ່​ຈຳ​ເ​ປັນ” ​ເພື່ອ​ຮັກ
ສາໄວ້​ຊຶ່ງ​ຄວາມ​ເປັນ​ເອກ​ກະພາບ​ຂອງ ​ອີຣັກ.

Despite Criticism, Iraqi Kurds Celebrate Independence Vote
please wait

No media source currently available

0:00 0:02:22 0:00

ປະ​ທາ​ນາ​ທິບໍດີຂອງ​ຊາວ​ເຄີ​ດ ທ່ານ Masoud Barsani ​ໄດ້​ທ້າ​ທາຍ​ຢູ່​ເປັນ​ປະຈຳ
​ໂດຍກ່າວ​ວ່າ ການ​ລົງ​ຄະ​ແນນ​ສຽງເພື​ອ່ເປັນ​ເອກ​ກະລາດ ​ໄດ້ເປັນ ຄວາມ​ເພີ່ງ​ພໍ​ໃຈ​
ຂອງ​ປະຊາຊົນຊາວ​ເຄີ​ດ ​ແລະ “ບໍ່​ຢູ່​ໃນ​ກຳມື​ຂອງ​ທ່ານ.”

ທ່ານ​ກ່າວ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ​ວ່າ “​ເອກ​ກະລາດ​ຈະ​ເຣັດ​ໃຫ້​ພວກ​ເຮົາ ​ບໍ່​ຊໍ້າ​ຄືນ​ກ່ຽວ
​ກັບໂສກ​ນາດຕະກຳ​ທີ່​ຜ່ານ​ມາ. ການ​ເປັນ​ຫຸ້ນ​ສ່ວນ​ກັບ​ແບັກ​ແດດ ​ໄດ້​ປະສົບ​ກັບ​ຄວາ​ມ
ລົ້ມ​ແຫລວ ​ແລະ​ພວກ​ເຮົາ​ຈະ​ບໍ່​ຄືນ​ໄປ​ຫາ​ອີກ.”

ປະທານາທິບໍດີຂອງຊາວເຄີດ ທ່ານ Masound Barzani ກ່າວວ່າ ທ່ານເຊື່ອວ່າ ຄວາມເປັນຫ່ວງ ຂອງສາກົນຈຳນວນນຶ່ງ ຈະຫາຍໄປ ຫລັງຈາກການປ່ອນບັດ ຜ່ານພົ້ນໄປ ໃນເມືອງ Irbil, ເຂດ Kurdistan ຂອງອີຮັກ, ວັນທີ 24, ກັນຍາ 2017.
ປະທານາທິບໍດີຂອງຊາວເຄີດ ທ່ານ Masound Barzani ກ່າວວ່າ ທ່ານເຊື່ອວ່າ ຄວາມເປັນຫ່ວງ ຂອງສາກົນຈຳນວນນຶ່ງ ຈະຫາຍໄປ ຫລັງຈາກການປ່ອນບັດ ຜ່ານພົ້ນໄປ ໃນເມືອງ Irbil, ເຂດ Kurdistan ຂອງອີຮັກ, ວັນທີ 24, ກັນຍາ 2017.

​ໂຄສົກ​ເລຂາທິການ​ສະຫະ​ປະຊາ​ຊາດ ທ່ານ Antonio Guterres ຮ້ອງການ​ຕັດສິນ​ໃຈ​
ຈັດ​ໃຫ້​ມີ​ການ​ລົງ​ປະຊາ​ມະຕິ ​ຢູ່​ໃນ​ເຂດ​ທີ່​ມີ​ການ​ຂັດ​ແຍ້​ງກັນ “​ໂດຍ​ສະ​ເພາະ​ບໍ່​ມີ​ຄວາມ​
ທຸ່ນ​ທ່ຽງ.”

ຄອບຄົວຊາວອີຣັກເຄີດ ກຳລັງຖ່າຍຮູບໃຫ້ກັນເວລາປ່ອນບັດ ລົງປະຊາມະຕິ ເປັນເອກກະລາດ.
ຄອບຄົວຊາວອີຣັກເຄີດ ກຳລັງຖ່າຍຮູບໃຫ້ກັນເວລາປ່ອນບັດ ລົງປະຊາມະຕິ ເປັນເອກກະລາດ.

ໂຄສົກ​ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ “​ເລຂາທິການ​ໃຫຍ່ ​ເສຍ​ໃຈ​ທີ່ໂອກາດໃນ​ການ​ເຈ
ລະຈາ​ຢ່າງ​ຈິງ​ຈັງ ​ເພື່ອແກ້​ໄຂ​ບັນຫາ​ທີ່​ຄ້າງ​ຄາ​ຢູ່​ ລະຫວ່າງ​ລັດຖະບານ​ອີຣັກ ​ແລະ​ລັດ
ຖະບານຊາວ​ເຄີ​ດ​ໃນ​ຂົງ​ເຂດ ທີ່​ອີງ​ຕາມ​ລັດຖະທໍາ​ມະນູນ ​ແລະ​ໃນ​ຈິດ​ໃຈ​ຂອງ​ກາ​ນ​ເປັນ
ຫຸ້ນສ່ວນ ​ແລະ​ນັບຖື​ຊຶ່ງ​ກັນ​ແລະ​ກັນ ບໍ່​ໄດ້​ໃຫ້ການ​ເຄົາ ລົບ​ກ່ອນ​ໜ້າການ​ເຄື່ອນ​ໄຫວ
ດັ່ງກ່າວ.”

Iraqi Kurds Defiant as They Vote in Independence Referendum
please wait

No media source currently available

0:00 0:01:19 0:00

ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດທ່ານ​ນາງ Heather Nauert ກ່າວ​ວ່າ ສະຫະລັດ
​ມີ​ຄວາມ “ຜິດ​ຫວັງ​ທີ່​ສຸດ” ກັບ​ການ​ຕັດສິນ​ໃຈ ​ກ່ຽວ​ກັບ​ການ​ລົງ​ປະຊາ​ມະຕິຕາມ​ລຳພັງ.
ທ່ານ​ນາງ​ກ່າວ​ເພີ້​ມວ່າ ຄວາມ​ສຳພັນ​ລະຫວ່າງສະຫະລັດກັບ ​ຊາວ​ເຄີ​ດ​ໃນອີຣັກ​ຈະ​ບໍ່
​ປ່ຽນ​ແປງ ​ແຕ່​ວ່່າການ​ປ່ອນ​ບັດ​ນັ້ນ​ຈະ​ປ່ຽນ “ມີ​ຄວາມ​ສັບ​ສົນ​ຢ່າງ​ໃຫຍ່” ຄວາມ​ສຳພັນ
ລະຫວ່າງ​ຊາວ​ເຄີ​ດກັບລັດຖະບານອີຣັກ ​ແລະ​ບັນດາ​ປະ​ເທດ​ເພື່ອນບ້ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Kurdish Referrendom
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG