ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັງ​ເຄ​ຣັມ​ລິນ ເຕືອນ​ວ່າ​ ວິ​ໄສ​ທັດ​ ສຳ​ລັບ​ຂໍ້​ຕົກ​ລົງ​ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ທະ​ເລ​ດຳ ແມ່ນບໍ່​ດີ​ປານ​ໃດ


ກຳ​ປັ່ນ​ບັນ​ທຸ​ກ​ສິ​ຄ້າ Despina V, ທີ່​ຂົນ​ສົ່ງ​ອາ​ຫານ​ປ​ະ​ເພດ​ເມັດ​ຂອງ ຢູ​ເຄ​ຣນ, ເດີນ​ທາງ​ຢູ່​ທະ​ເລ​ດຳຢູ່ນອກຊາຍ​ຝັ່ງ ຄິ​ລຢອ​ສ, ໃກ້​ກັບ​ນະ​ຄອນ ອິ​ສ​ຕານ​ບູ​ລ, ປະ​ເທດ ເທີ​ກີ, 2 ພະ​ຈິກ 2022.
ກຳ​ປັ່ນ​ບັນ​ທຸ​ກ​ສິ​ຄ້າ Despina V, ທີ່​ຂົນ​ສົ່ງ​ອາ​ຫານ​ປ​ະ​ເພດ​ເມັດ​ຂອງ ຢູ​ເຄ​ຣນ, ເດີນ​ທາງ​ຢູ່​ທະ​ເລ​ດຳຢູ່ນອກຊາຍ​ຝັ່ງ ຄິ​ລຢອ​ສ, ໃກ້​ກັບ​ນະ​ຄອນ ອິ​ສ​ຕານ​ບູ​ລ, ປະ​ເທດ ເທີ​ກີ, 2 ພະ​ຈິກ 2022.

ວັງ​ເຄ​ຣັມ​ລິນ​ໄດ້​ເຕືອນ​ໃນ​ວັນ​ພຸດ​ວານນີ້​ວ່າ ວິ​ໄສ​ທັດສຳ​ລັບ​ການ​ຕໍ່​ເວ​ລາ​ຂໍ້​ຕົກ​ລົງ​ກາຍ​ວັນ​ທີ 18 ພຶດ​ສະ​ພາ ​ທີ່​ໄດ້​ອະ​ນຸ​ຍາດ​ການ​ສົ່ງ​ອອກ​ອາ​ຫາ​ນ​ປະ​ເພດ​ ແລະ ປຸຍ​ໃນ​ຊ່ວງ​ເວ​ລາ​ສົງ​ຄາມ​ຢ່າງ​ປອດ​ໄພ​ຈາກຫຼາຍ​ທ່າ​ເຮືອ​ໃນ​ທະ​ເລ​ດຳ​ຂອງ ຢູ​ເຄ​ຣນ ແມ່ນບໍ່​ດີ​ເພາະ​ວ່າ​ການ​ສົ່ງ​ອອກ​ເຊັ່ນ​ນັ້ນ​ຂອງ ຣັດ​ເຊຍ ເອງ​ແມ່ນ​ຍັງ​ປະ​ເຊີນ​ກັບ​ອຸ​ປະ​ສັກ​ຢູ່.

ຂໍ້​ຕົກ​ລົງ​ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ທະ​ເລ​ດຳ​ຂອງ ຢູ​ເຄ​ຣນ ​ຖືກ​ໄກ່​ເກ່ຍ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ເທີ​ກີ ເມື່ອ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ​ເພື່ອ​ຊ່ວຍ​ເຫຼືອ​ບັນ​ເທົາ​ວິ​ກິດ​ການ​ດ້ານ​ອາ​ຫານ​ໂລກ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ວ່າ​ໄດ້​ມີ​ຄວ​າມ​ຮ້າຍ​ແຮງ​ຂຶ້ນກວ່າ​ເກົ່າ ຍ້ອນ​ສົງ​ຄາມ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຢູ​ໂຣບ ນັບ​ຕັ້ງ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ.

ໂຄ​ສົກ​ວັງ​ເຄ​ຣັມ​ລິນ ທ່ານ ດິ​ມິ​ທ​ຣີ ເປ​ສກອ​ຟ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ບໍ່​ມີ​ຂໍ້​ຕົກ​ລົງ​ໃດ​ສາ​ມາ​ດ​ຢືນ​ໄດ້​ຂາ​ດຽວ. ມັນ​ຕ້ອງ​ຢືນ​ດ້ວຍ​ສອງ​ຂາ. ກ່ຽວ​ກັບ​ບັນ​ຫານີ້, ແນ່ນ​ອນ, ດ້ວຍ​ການ​ຕັດ​ສິນ​ຈາກ​ສະ​ພາບ​ໃນ​ປັດ​ຈຸ​ບັນ​ນີ້, ວິ​ໄສ​ທັດ​ສຳ​ລັບ​ການ​ຕໍ່​ເວ​ລາ​ຂອງ​ມັນ​ແມ່ນບໍ່​ດີ​ປານ​ໃດ.”

ເພື່ອ​ຊ່ວຍ​ຊັກ​ຊວນ ຣັດ​ເຊຍ ໃຫ້​ອະ​ນຸ​ຍາດ ຢູ​ເຄ​ຣນ ສືບ​ຕໍ່​ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ໃນ​ທະ​ເລາ​ດຳ​ຂອງ​ເຂົາ​ເຈົ້າ ​ເມື່ອ​ປີ​ກາຍນີ້, ຂໍ້​ຕົກ​ລົງ​ສາມ​ອັນ​ຕ່າງ​ຫາ​ກ​ກໍ​ໄດ້​ເກີດ​ຂຶ້ນ​ເຊັ່ນ​ກັນ​ໃນ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ ເຊິ່ງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຕົກ​ລົງ​ເພື່ອ​ຊ່ວຍ​ເຫຼືອ ຣັດ​ເຊຍ ໃນ​ການ​ສົ່ງ​ອອກ​ອາ​ຫານ ແລະ ປຸຍ​ເຊັ່ນ​ກັນ.

ທ່ານ ເປັ​ສກອ​ຟ ກ່າວ​ວ່າຂໍ້​ຕົກ​ລົງ​ນີ້ “ແມ່ນບໍ່​ໄດ້​ຜົນ ແລະ ບໍ່​ໄດ້​ຜົນ​ໃນ​ປັດ​ຈຸ​ບັນ​ນີ້.”

ມະ​ຫາ​ອຳ​ນາດ​ຕາ​ເວັນ​ຕົກ​ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ທີ່​ຮຸນ​ແຮງ​ຕໍ່ ຣັດ​ເຊຍ ຍ້ອນ​ການ​ບຸກ​ລຸກ ຢູ​ເຄ​ຣນ ຂອງ​ເຂົາ​ເຈົ້າ​ໃນ​ວັນ​ທີ 24 ກຸມ​ພາ 2022. ການ​ສົ່ງ​ອອກ​ອາ​ຫານ ແລະ ປຸຍ​ຂອງ​ພວກ​ເຂົາ​ແມ່ນ​ບໍ່​ໄດ້​ຖືກ​ລົງ​ໂທດ, ແຕ່ ມົ​ສ​ກູ ກ່າວ​ວ່າ​ການ​ຫ້າມ​ຕ່າງໆ​ຕໍ່​ການ​ຈ່າຍ​ເງິນ, ໂລ​ຈິ​ສ​ຕິກ ແລະ ປະ​ກັນ​ໄພ ແມ່ນ​ສິ່ງ​ກີດ​ຂວາງ​ຕໍ່​ການ​ຂົນ​ສົ່ງ.

ໃນ​ເດືອນ​ທີ່​ຜ່ານ​ມາ, ຣັດ​ເຊຍ ໄດ້​ຕົກ​ລົງ​ທີ່​ຈະ​ເຮັດ​ຂໍ້​ຕົກ​ລົງການ​ສົ່ງ​ອ​ອກອາ​ຫານ​ປະ​ເພດ​ເມັດ​ທະ​ເລ​ດຳ​ໃໝ່​ສຳ​ລັບ​ຢ່າງ​ໜ້ອຍ 60 ວັນ, ເຊິ່ງ​ແມ່ນ​ເຄິ່ງ​ນຶ່ງ​ຂອງ​ໄລ​ຍະ​ທີ່​ຕັ້ງ​ໃຈ​ໄວ້. ມົ​ສ​ກູ ໄດ້​ກ່າວ​ວ່າ​ພວກ​ເຂົາ​ມີ​ແຕ່​ຈະ​ພິ​ຈາ​ລະ​ນາ​ການ​ຂະ​ຫຍາຍ​ເວ​ລາ​ຕໍ່​ໄປ ຖ້າ​ການ​ຮຽກ​ຮ້ອ​ງຫຼາຍ​ຢ່າງ​ທີ່ກ່ຽວ​ຂ້ອງ​ກັບ​ການ​ສົ່ງ​ອອກ​ຂອງ​ເຂົາ​ເຈົ້າ​ເອງ​ຫາກ​ໄດ້​ມີ​ການ​ບັນ​ລຸ.

​ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG