ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທີມ​ສະ​ຫະ​ລັດ ​ຊະ​ນະ​ທີມ​ອີ​ຣ່ານ ແລະກ້າວ​ຂຶ້ນໄປ ຢູ່​ໃນ​​ຮອບ 16 ​ທີມຂອງ​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກໄດ້

ນັກ​ກິ​ລາ​ຈາກ​ທີມ​ສະ​ຫະ​ລັດ​ພາ​ກັນ​ດີ​ໃຈ​ຫລັງ​ຈາກ​ການ​ແຂ່ງ​ຂັນ​ໃນ​ກຸ່ມ B ກັບອີ​ຣ່ານ​ໃນ World Cup ທີ່​ສະ​ໜາມ​ກິ​ລາ Al Thumama ໃນ​ນະ​ຄອນ​ຫລວງ​ໂດ​ຮາ ຂອງ​ກາ​ຕ້າ, ວັນ​ທີ 29 ພະ​ຈິກ, 2022
ນັກ​ກິ​ລາ​ຈາກ​ທີມ​ສະ​ຫະ​ລັດ​ພາ​ກັນ​ດີ​ໃຈ​ຫລັງ​ຈາກ​ການ​ແຂ່ງ​ຂັນ​ໃນ​ກຸ່ມ B ກັບອີ​ຣ່ານ​ໃນ World Cup ທີ່​ສະ​ໜາມ​ກິ​ລາ Al Thumama ໃນ​ນະ​ຄອນ​ຫລວງ​ໂດ​ຮາ ຂອງ​ກາ​ຕ້າ, ວັນ​ທີ 29 ພະ​ຈິກ, 2022

ຄຣິສຕຽນ ພູລິຊິກ ຍິງປະຕູໃນນາທີ ທີ 38 ແລະທີມຊາດຊາຍຂອງສະຫະລັດ ຮັກ​ສາການແຂ່ງຂັນທີ່ຕ້ອງເອົາຊະນະໃຫ້ໄດ້ ໂດຍ​ຊະ​ນະ ອີຣ່ານ 1 ​ປະ​ຕູ​ຕໍ່ 0 ທີ່ເມືອງໂດຮາ ປະເທດກາຕ້າ ໃນວັນອັງຄານວານນີ້ ເພື່ອໃຫ້ກ້າວໄປ​ຢູ່ໃນການແຂ່ງຂັນຮອບ 16 ທີມ.

ສະຫະລັດຈະພົບກັບເນີເທີແລນທີ່ຊະນະເລີດຢູ່ໃນ​ສາຍ A ໃນວັນເສົາຈະມານີ້. ທີມຊາດອັງກິດ ທີ່ຊະນະເລີດຈາກ​ສາຍ B ຈະລົງແຂ່ງກັບເຊເນການ ທີ່ເປັນທີມຮອງຊະນະເລີດໃນ​ສາຍ A ໃນວັນອາທິດນີ້.

ອັງກິດເຂົ້າສູ່ຮອບ 16 ທີມຂອງການແຂ່ງຂັນເຕະບານໂລກ ໃນຖານະຜູ້ຊະນະເລີດຈາກສາຍ B ຫຼັງຈາກການທຳຄະແນນໄດ້ສອງເທົ່າໂດຍມາຄັ ແຣຝອດ (Marcus Rashford) ແລະການຍິງໄດ້​ 1 ປະຕູ ຂອງຟີ ໂຟເດນ (Phil Foden) ຊຶ່ງພິສູດຢູ່ໃນການເລີ້ມຕົ້ນການແຂ່ງຂັນນັດທຳອິດຂອງພວກເຂົາເຈົ້າໃນການຍິງປະຕູຂອງເວລສ໌ 3 ຕໍ່ 0 ເພື່ອໃຫ້ເຫັນວ່າຕົນເປັນທີມທີ່ເກັ່ງກວ່າ ໃນວັນອັງຄານວານນີ້.

ທ້າວ Marcus Rashford (ຊ້າຍ) ຈາກ​ທີມ​ອັງ​ກິດ ທຳຄະ​ແນນໂດຍ​ເຕະ​ຜ່ານ​ຂາ​ຂອງທ້າວ Connor Roberts ຈາກ​ທີມ​ແວ​ລ​ສ໌ ໃນ​ການ​ເຕະ​ເຂົ້າ​ແຈປະ​ຕູ​ລູກ​ທີ 3 ຂອງ​ລາວ ໃນກຸ່ມ B ຂອງ World Cup ທີ່​ສະ​ໜາມ​ກິ​ລາ Ahmad Bin Ali ໃນ​ເມືອງ Al Rayyan ຂອງ​ກາ​ຕ້າ, ວັນ​ທີ 29 ພະ​ຈິກ, 2022

ເວລສ໌, ຜູ້ທີ່ຕ້ອງການທີ່ຈະຊະນະ 4 ປະຕູທີ່ບໍ່ໜ້າຈະເຮັດໄດ້ ເພື່ອຈະໃຫ້ໄປ ເຖິງຮອບຄັດເລືອກໃຫ້ສືບຕໍ່ໃນການແຂ່ງຂັນນັ້ນແມ່ນປ້ອງກັນອັງກິດໄວ້ຢ່າງ ແໜ້ນໜາ ແລະເຮັດໃຫ້ອັງກິດຫງຸດຫງິດໃນເຄິ່ງເວລາທໍາອິດຂອງການແຂ່ງຂັນທີ່ສະຫງົບລົງຢູ່ທີ່ສະຫນາມກິລາ ອາມາດ ບິນ ອາລີ (Ahmad bin Ali).

ການຍິງປະຕູຂອງຄາລິດູ ຄູລິບາລີ, ຫົວໜ້າທີມໃນເຄິ່ງເວລາຊ່ວງທີ 2 ຊ່ວຍໃຫ້ເຊເນການເອົາຊະນະເອກົວດໍໄດ້ 2 ປະ​ຕູຕໍ່ 1 ຊຶ່ງເຮັດໃຫ້ທີມອາຟຣິກາ ທີມນີ້ ເຂົ້າສູ່ຮອບຄັດເລືອກຂອງການແຂ່ງຂັນເຕະບານໂລກໄດ້ເປັນຄັ້ງທີ 2 ເມື່ອວັນອັງຄານວານນີ້.

ທ້າວ Kalidou Koulibaly (ຂວາ) ຈາກ​ທີມ​ເຊ​ເນ​ການສະ​ແດງ​ຄວາມ​ດີ​ໃຈ​ກັບ​ເພື່ອນ​ຮ່ວ​ມ​ທີມຫລັງ​ຈາກຍິງ​ປະ​ຕູ​ໄດ້​ລູກ​ທີ​ສອງ ຢູ່​ໃນ​ການ​ແຂ່ງ​ຂັນ​ກັບແຂ່ງ​ກັບເອ​ກົວ​ດໍ ໃນ​ກຸ່ມ A ທີ່​ສະ​ໜາມ​ກິ​ລາສາ​ກົນ Khalifa ໃນ​ນະ​ຄອນ​ຫລວງ​ໂດ​ຮາ ຂອງ​ກາ​ຕ້າ, ວັນ​ທີ 29 ພະ​ຈິກ, 2022

ຄູລິບາລີ ຍິງປະຕູໄດ້ຈາກການເຕະໃນນາທີ ທີ 70, ກໍຄື 3 ນາທີຫຼັງຈາກ ມົວເຊສ ເຄເຊໂດ້ ຍົກເລີກລູກໂທດຂອງອິສມາຍລາ ຊາຣາ ໃນເຄິ່ງເວລາ ຊ່ວງທຳອິດ ເພື່ອເຮັດໃຫ້ເຊເນການໄດ້ຮັບ 6 ຄະແນນໃນສາຍ A, ຊຶ່ງເປັນທີມຮອງຊະນະເລີດ ລົງມາຈາກເນເທີແລນທີ່ເອົາຊະນະເຈົ້າພາບກາຕ້າ 2-0 ນັ້.

ທ້າວໂຄດີ ກາກໂປ (Cody Gakpo) ຍິງປະຕູໄດ້ລູກທີ 3 ໃນ 3 ຄັ້ງຂອງການແຂ່ງຂັນ ຂະນະທີ່ເນເທີແລນເອົາຊະນະເຈົ້າພາບຈັດງານແຂ່ງຂັນ ເຕະ ບານໂລກກາຕ້າຢ່າງສະບາຍ ສະບາຍ ດ້ວຍຄະແນນ 2 ປະ​ຕູຕໍ່ 0 ທີ່ສະໜາມກິລາ ອາ ໄບທ໌ (Al Bayt) ໃນວັນອັງຄານວານນີ້ ເພື່ອຄວ້າອັນດັບທີ 1 ຂອງສາຍ A ແລະຜ່ານເຂົ້າໄປໃນຮອບຄັດເລືອກໄດ້.

ທີມເນເທີແລນທີ່ຈົບລົງດ້ວຍການໄດ້ຮັບ 7 ຄະແນນຈາກການແຂ່ງຂັນ​ກັບ 3 ​ໃນ​ສາຍຂອງເຂົາເຈົ້ານັ້ນ ຈະໄດ້ເຂົ້າຮອບ 16 ທີມສຸດທ້າຍ ຮ່ວມກັບເຊເນການ ທີ່ຊະນະເອກົວດໍ ດ້ວຍຄະ​ແນນ 2 ປະ​ຕູ​ຕໍ່ 1 ແລະຈົບລົງດ້ວຍການເປັ ທີ 2 ໂດຍໄດ້​ຮັບ 6 ຄະແນນ.​

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG