ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວໂກໂຊໂວ ປ່ອນບັດ ເລືອກຕັ້ງສະພາ ທ່າມກາງ ການຮຽກຮ້ອງ ໃຫ້ມີການເຈລະຈາ ກັບ ເຊີເບຍ


ທ່ານ Srpska Lista, ຜູ້​ນຳ​ພັກ Goran Rakic (ກາງຊ້າຍ)ທີ່​ໜຸນ​ຫລັງ​ໂດບ​ແບ​ລ​ເກ​ຣດ ໄດ້​ໄປ​ປ່ອນ​ບັດຢູ່​ສ​ຖານ​ທີ່​ປ່ອນ​ບັດ​ແຫ່ງ​ນຶ່ງ ຢູ່​ໃນ​ເຂດ​ເໜືອ​ຂອງ​ປະ​ເທດ ທີ່​ມີ​ພວກ​ຊາວ​ເຊີບ​ອາ​ໄສ​ຢູ່​ຢ່າງ​ຫລວງ​ຫລາຍນັ້ນ ໃນ​ວັນ​ທີ 6 ຕຸ​ລາ, 2019
ທ່ານ Srpska Lista, ຜູ້​ນຳ​ພັກ Goran Rakic (ກາງຊ້າຍ)ທີ່​ໜຸນ​ຫລັງ​ໂດບ​ແບ​ລ​ເກ​ຣດ ໄດ້​ໄປ​ປ່ອນ​ບັດຢູ່​ສ​ຖານ​ທີ່​ປ່ອນ​ບັດ​ແຫ່ງ​ນຶ່ງ ຢູ່​ໃນ​ເຂດ​ເໜືອ​ຂອງ​ປະ​ເທດ ທີ່​ມີ​ພວກ​ຊາວ​ເຊີບ​ອາ​ໄສ​ຢູ່​ຢ່າງ​ຫລວງ​ຫລາຍນັ້ນ ໃນ​ວັນ​ທີ 6 ຕຸ​ລາ, 2019

ຊາວ​ໂກ​ໂຊ​ໂວກຳ​ລັງ​ທຳ​ການເລືອກ​ຕັ້ງສະ​ພາ​ໃໝ່ ທ້າມ​ກາງ​ການ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຜູ້​ນຳ​ປະ​ເທດທຳ​ການ​ເຈ​ລະ​ຈາ​ກັບ​ເຊີ​ເບຍຄືນ​ອີກ ​ກ່ຽວ​ກັບ​ການ​ເຮັດ​ໃຫ້​ມີ​ສາຍ​ພົວ​ພັນກັນ​ແບບ​ປົກ​ກະ​ຕິ.

ພວກ​ທີ່​ມີ​ສິດ​ປ່ອນ​ບັດ 1 ລ້ານ 9 ແສນ​ຄົນ ​ໄດ້​ພາ​ກັນ​ເລີ້ມ​ໄປ​ປ່ອນ​ບັດ​ໃນ​ວັນ​ອາ​ທິດມື້ນີ້ ເພື່ອ​ເລືອກ​ເອົາ​ສະ​ມາ​ຊິກ​ສະ​ພາ 120 ຄົນມາ ປະ​ຈຳ​ຕຳ​ແໜ່ງ.

ການ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ໄດ້​ມີ​ຂຶ້ນ​ພາຍ​ຫລັງ​ທີ່ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ຖືກ​ໂຄ່ນ​ລົ້ມ ລາ​ອອກ​ຈາກ​ຕຳ​ແໜ່ງ ​ໃນ​ເດືອນ​ກໍ​ລະ​ກົດ​ຜ່ານ​ມາ ຫລັງ​ຈາກ​ມີ​ການຮຽກ​ຮ້ອງ​ຂອງ​ສານ​ທີ່​ຕັ້ງ​ຢູ່​ໃນນະ​ຄອນ​ເຮັກ Hague ຂອງ​ເນ​ເທີ​ແລນ ໃຫ້​ສອບ​ສວນ​ທ່ານ​ກ່ຽວ​ກັບ​ການກໍ່​ອາ​ຊະ​ຍາ​ກຳ ຕໍ່​ຊົນ​ເຜົ່າ​ເຊີບໃນ​ໄລ​ຍະ​ ແລະ​ຫລັງ​ຈາກ​ມີ​ສົງ​ຄາມ​ໃນ​ໄລ​ຍະ​ປີ 1998 ຫາ 1999 ຢູ່​ປະ​ເທດນັ້ນ.

​ປາດ​ກົດ​ວ່າ​ຈະບໍ່​ມີ​ພັກ​ໃດ​ທີ່​ຈະ​ສາ​ມາດ​ໄດ້​ຮັບ​ໄຊ​ຊ​ະ​ນະເປັນ​ພຽງ​ພັກ​ດຽວ​ໄດ້.

ພວກ​ຊົນ​ເຜົາ​ເຊີບ​ທີ່​ເປັນ​ຊົນ​ເຜົ່າ​ສ່ວນ​ນ້ອຍກຸ່ມ​ນຶ່ງນັ້ນໄດ້​ຮັບ 10 ບ່ອນ​ນັ່ງ​ໃນ​ຂະ​ນະ​ທີ່ຊົນ​ເຜົ່າ​ສ່ວນ​ນ້ອຍກຸ່ມ​ອື່ນໆ ໄດ້​ຮັບ 10 ບ່ອນ​ນັ່ງ.

ໂກ​ໂຊ​ໂວ​ໄດ້​ຮັບ​ເອ​ກະ​ລາດ​ໃນ​ປີ 2008 ພາຍ​ຫລັງ​ທີ່​ອົງ​ການ​ເນ​ໂຕ (NATO) ໄດ້​ເຂົ້າ​ໄປ​ແຊກ​ແຊງ​ໃນ​ປີ 1999 ເພື່ອ​ຍຸ​ຕິການ​ປາບ​ປາມທີ່ນອງ​ເລືອດ​ຂອງ ທ່ານສ​ໂລ​ໂບ​ແດນ ມີ​ໂລ​ເຊວິກ (Slobodan Milosevic) ຊາຍ​ແຂງ​ແກ່ນຊາວ​ເຊີບ​ໃນ​ສະ​ໄໝ​ນັ້ນ​ ຕໍ່​ການ​ລຸກ​ຮື​ຂຶ້ນ​ຂອງພວກ​ນັກ​ຕໍ່​ສູ້ເພື່ອ​ເອົາ​ເອ​ກະ​ລາດ​ຊາວ​ອານ​ບາ​ເນຍ. ປະ​ເທດ​ດັ່ງ​ກ່າວ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ຫລາຍກວ່າ 100 ປະ​ເທດ ແຕ່​ວ່າບໍ່ໄດ້​ຖືກ​ຮັບ​ຮູ້​ໂດຍ​ເຊີ​ເບຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Kosovo is electing a new parliament amid calls for leaders to resume dialogue with Serbia over normalizing ties.

About 1.9 million eligible voters Sunday started to cast their ballots to elect 120 lawmakers.

The vote comes after the outgoing prime minister resigned in July following a request from a Hague-based court to question him over crimes against ethnic Serbs during and after the country's 1998-99 war.

No single political party is likely to win the vote on its own.

The Serb minority has 10 seats and 10 others belong to other minorities.

Kosovo became independent in 2008 after NATO intervened in 1999 to stop then-Serbian strongman Slobodan Milosevic's bloody crackdown on Albanian independence fighters' insurrection. It is recognized by more than 100 countries but not by Serbia.

XS
SM
MD
LG