ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາຫຼີເໜືອ ເລື່ອນປະຊຸມ ກັບສະຫະປະຊາຊາດ


ກອງບັນຊາການ ກຳລັງສະຫະປະຊາຊາດ ພາຍໃຕ້ການ ນຳພາ ຂອງສະຫະລັດ ກ່າວວ່າ ແຜນການປະຊຸມ ກັບພວກນາຍທະຫານ ເກົາຫຼີເໜືອ ເພື່ອສົນທະນາຫາລື ກ່ຽວກັບ ການຈົມກຳປັ່ນລົບ ຂອງເກົາຫຼີໃຕ້ ໃນເດືອນມີນາ ຜ່ານມານັ້ນ ໄດ້ມີການ ເລື່ອນເວລາອອກໄປ ຕາມການຮ້ອງຂໍ ຂອງເກົາຫຼີເໜືອ.

ໃນຖະແຫຼງຂ່າວ ສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນວັນ ອັງຄານມື້ນີ້ ກອງບັນຊາການ ກຳລັງ ສະຫະປະຊາຊາຊາດ ກ່າວວ່າ ເກົາຫຼີເໜືອ ໄດ້ອ້າງເຫດຜົນ ດ້ານ​ການບໍລິຫານງານ ສຳລັບການຊັກຊ້າ ຄັ້ງນີ້.

ການພົບປະ ລະຫວ່າງ ພວກນາຍພັນ ຂອງເກົາຫຼີເໜືອ ແລະຂອງອົງການສະຫະປະ ຊາຊາດ ​ກຳນົດຈະມີຂຶ້ນ ໃນວັນອັງຄານມື້ນີ້ ທີ່ບ້ານຊາຍແດນ ປັນມຸນຈອມ ແລະ​ແນໃສ່ ​ເພື່ອແຜ້ວທາງ ໄປສູ່ການເຈລະຈາຫາລື ໃນລະດັບທີ່ສູງຂຶ້ນ ​ຄືໃນ​ລະດັບ ພວກນາຍພົນ.

ການເຈລະຈາຫາລື ທີ່ວ່ານີ້ ຈະເປັນການພົບປະ ເທື່ອທຳອິດ ນັບແຕ່ໄດ້ມີການຈົມ ກຳປັ່ນ ລົບ CHEONAN ທີ່ເຮັດໃຫ້ ທະຫານເຮືອ ເກົາຫຼີໃຕ້ 46 ຄົນ ເສຍຊີວິດ.

ຄະນະສືບສວນ ຂອງນາໆຊາດ ໄດ້ກ່າວຫາ ເກົາຫຼີເໜືອວ່າ ເປັນຜູ້ຍິງ ລະເບີດຕໍປີໂດ ໂຈມຕີກຳປັ່ນລົບ ຂອງເກົາຫຼີໃຕ້ ຊຶ່ງເປັນການກ່າວຫາ ທີ່ພຽງຢາງ ໄດ້ປະຕິເສດ.

ເກົາຫຼີໃຕ້ ທວງໃຫ້ ເກົາຫຼີເໜືອ ຂໍຂະມາໂທດ ກ່ຽວກັບເລື່ອງນີ້.

XS
SM
MD
LG