ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫລີ​ເໜືອ​ປ່ອຍ​ເຮືອ​ປະມົງ​ ຂອງ​ເກົາຫລີ​ໃຕ້


ເກົາຫລີ​ເໜືອ​ໄດ້​ປ່ອຍ​ເຮືອ​ປະມົງ​ຂອງ​ເກົາຫລີ​ໃຕ້ ພ້ອມ​ກັບລູກ​ເຮືອທັງ 7 ຄົນ ​ໃນ​ວັນ​ອັງ
ຄານ​ມື້​ນີ້ ຫລັງ​ຈາກໄດ້ຮ້ອງຂໍໃຫ້​ເກົາຫລີ​ໃຕ້ຈັດສົ່ງ ເຂົ້າ ຊີມັງ ແລະອຸບປະກອນໜັກໄປ
ຊ່ອຍຕົນເພື່ອຈະໄດ້ຟື້ນໂຕຄືນຈາກໄພນໍ້າຖ້ວມເມື່ອໄວໆ​ມາ​ນີ້.

ພຽງ​ຢາງໄດ້ປະກາດໃນມື້ວັນຈັນວານນີ້ວ່າຕົນຈະປ່ອຍເຮືອຫາປາອິຮືຂອງເກົາຫຼີໃຕ້
ພ້ອມ​ກັບລູກເຮືອຊາວ​ເກົາຫລີ​ໃຕ້ 4 ຄົນ​ແລະ​ຊາວ​ຈີນ 3 ຄົນ ທີ່ຖືກຈັບຢູ່ໃນເຂດນ່ານ
ນໍ້າຂອງຕົນເມື່ອນຶ່ງເດືອນກ່ອນ ຍ້ອນ​ຫາ​ປາ​ຢ່າງ​ຜິດ​ກົດໝາຍຕາມຂໍ້​ກ່າວ​ຫາ​ນັ້ນ. ເກົາ ຫລີເໜືອເອີ້ນການປ່ອຍເຮືອດັ່ງກ່າວວ່າເປັນການສະແດງອອກທາງດ້ານມະນຸດສະທຳ.

ການຮ້ອງຂໍຄວາມ​ຊ່ວຍ​ເຫລືອ​ຂອງ​ເກົາຫລີ​ເໜືອມີຂຶ້ນຫຼັງຈາກເກົາຫຼີໃຕ້ໄດ້ສະເໜີໃນ ສັບປະດາແລ້ວທີ່ຈະໃຫ້ການຊ່ອຍເຫຼືອສຸກເສີນໃນມູນຄ່າ 8 ລ້ານ 5 ແສນໂດລາ
ຮວມທັງອາຫານການກິນ ປັດໄຈບັນ ​ເທົາ​ທຸກຕ່າງໆ ແລະເຄື່ອງປະຖົມພະຍາບານ.
ການສະເໜີທີ່ວ່ານີ້ ບໍ່ມີເຂົ້າຫຼືເຄື່ອງມືແລະວັດສະດຸກໍ່ສ້າງຮວມຢູ່ນຳ.

ສື່ມວນຊົນຂອງເກົາຫຼີໃຕ້ລາຍງານໃນວັນອັງຄານມື້ນີ້ວ່າ ການປ່ອຍພວກລູກເຮືອທັງ
7 ແມ່ນບາດກ້າວໄປສູ່ການ​ໄດ້ຮັບການຊ່ອຍເຫຼືອທາງດ້ານອາຫານ ​ແລະກະຊວງ
ທ້ອນໂຮມຊາດກ່າວວ່າ ລັດຖະບານເກົາຫຼີໃຕ້ພວມທຳການທົບທວນເບິ່ງການຮ້ອງຂໍ
ຂອງເກົາຫຼີເໜືອຢູ່.

XS
SM
MD
LG