ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ເໜືອ​ຈະປ່ອຍລູກເຮືອ ຂອງ​ເຮືອ​ຫາ​ປາ​​​ເກົາຫລີ​ໃຕ້


ເກົາຫຼີ​ເໜືອປະກາດ​ໃນ​ວັນ​ຈັນ​ມື້​ນີ້​ວ່າຕົນ​ຈະ​ປ່ອຍຊາວ​ປະມົງ ທັງ​ເຈັດ ຄົນ​ ທີ່ຮວມທັງ​ຊາວ​ຈີນ​ສາມ​ຄົນ​ ທີ່​ເປັນລູກ​ເຮືອ ຂອງ​ເຮືອ​ຫາ​ປາ​ລໍາ​ນຶ່ງ​ຂອງ​ເກົາຫລີ​ໃຕ້ນັ້ນແລ້ວ ຊຶ່ງ​ເຮືອ​ລໍາ​ ນີ້​ໄດ້​ເຂົ້າ​ໄປ​ໃນ​ເຂດ​ນ່ານນໍ້າຂອງ​ຕົນໂດຍບໍ່​ໄດ້​ຮັບອະນຸຍາດ​.

ແຫຼ່ງຂ່າວ​ທາງ​ການ​ຂອງເກົາຫຼີ​ເໜືອ Korean Central News Agency ກ່າວ​ວ່າ ທັງ​ເຈັດ​ຄົນ​ຈະ​ຖືກ​ສົ່ງກັບ​ຄືນ​ໄປ​ເກົ່າ​ຫຼີ​ໃຕ້ ຫລັງ​ຈາກທາງ​ການ​ໄດ້​ຜ່ອນຜັນ​ໃຫ້ ​ດ້ວຍ​ຄໍານຶງ​ເຖິງການ​ສາລະພາບ​ຮັບ​ຮູ້​ ​ໃນ​ຄວາມ​ຜິດ​ທີ່​ຮ້າຍ​ແຮງຂອງ​ພວກ​ເຂົາ​ເຈົ້າ ​ແລະ​ເຂົາ​ເຈົ້າ​ໄດ້​ຮັບປາກ​ວ່າ​ຈະ​ບໍ່​ກະທຳ​ເຊັ່ນ​ນີ້​ອີກ.

ຄວາມ​ເຄັ່ງ​ຕຶງໄດ້​ເພິ່ມທະວີຂຶ້ນ​ໃນ​ແຫລມເກົາຫຼີ ໃນ​ປີ​ນີ້ ຫຼັງ​ຈາກ​ທີ່ເຮືອ​ລົບ​ຂອງ​ເກົາຫຼີ​ໃຕ້​ລໍາ​ນຶ່ງໄດ້​ຫລົ້ມຈົມ​ນໍ້າ ທີ່​ພາ​ໃຫ້ມີຜູ້​ເສຍ​ຊີວິດ​ເຖິງ 46 ຄົນ​ພ້ອມທັງ​ໄດ້​ມີ​ການ​ຊ້ອມ​ລົບ​ຮ່ວມ​ ຕິດ​ຕໍ່​ກັນ​ຫລາຍ​ບັ້ນ ​ລະຫວ່າງ​ກຳລັງ​ທະຫານ​ຂອງເກົາຫຼີ​ໃຕ້ ​ແລະ​ສະຫະລັດ.

ທາງເກົາຫຼີ​ໃຕ້ກ່າວ​ວ່າ​ເກົາຫຼີເໜືອໄດ້​ເຮັດ​ໃຫ້ກໍາ​ປັ່ນ​ລົບ​ຂອງ​ຕົນ​ຫລົ້ມ ​ໂດຍ​ການ​ຍິງຕໍ​ປີ​ໂ​ດ ໃສ່. ​ແຕ່​ທາງພຽງ​ຢາງ​ປະ​ຕິເສດວ່າ​ຕົນ​ບໍ່​ໄດ້​ມີ​ສ່ວນ​ພົວພັນນໍາເຫດ​ເສົ້າ​ສະ​ລົດ​ໃຈ​ດັ່ງກ່າວ​.

XS
SM
MD
LG