ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານສາຍ​ການ​ບິນ Korean Air ອອກ​ມາ​ ຂໍອະ​ໄພ​ໂທດ​ ແທນລູກສາວ


ຢູ່​ທີ່​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ ປະທານສາຍການບິນ Korean Air ທ່ານ Cho Yang-ho ອອກ​ມາ​ຂໍອະ​ໄພ​ໂທດ​ ສຳ​ຫລັບ ພຶດຕິກຳຂອງລູກສາວ ເມື່ອວັນທີ 12 ທັນວາ 2014.
ຢູ່​ທີ່​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ ປະທານສາຍການບິນ Korean Air ທ່ານ Cho Yang-ho ອອກ​ມາ​ຂໍອະ​ໄພ​ໂທດ​ ສຳ​ຫລັບ ພຶດຕິກຳຂອງລູກສາວ ເມື່ອວັນທີ 12 ທັນວາ 2014.

ປະທານ​ບໍລິຫານ ສາຍ​ການ​ບິນ Korean Air ​ໄດ້​ອອກ​ມາ​ຂໍ
ອະ​ໄພ​ໂທດ​ ສຳ​ຫລັບອັນ​ທີ່​ທ່ານ​ເວົ້າ​ວ່າ ​ເປັນ “ການ​ກະທຳ​
ທີ່​ໂງ່​ຈ້າ”
ຂອງ​ລູກ​ສາວ​ທ່ານ ຊຶ່ງ​ເປັນ​ຜູ້​ບໍລິຫານ​ຂັ້ນສູງຂອງ​
ສາຍ​ການບິນ ທີ່​ໄດ້​ເຮັດ​ໃຫ້​ຖ້ຽວ​ບິນ​ຊັກ​ຊ້າ ຍ້ອນ​ທ່ານ​ນາງ​
ບໍ່ພໍ​ໃຈ​ກັບ​ວິທີການ​ບໍລິການ ທີ່ນາງ​ໄດ້​ຮັບນັ້ນ.

ຢູ່​ທີ່​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ ​ໃນ​ວັນ​ສຸກ​ວານ​ນີ້ ທ່ານ​ Cho
Yang-ho ​ໄດ້ກົ້ມຫົວ​ລົງ ໃນ​ການສະ​ແດງ​ເຖິງ​ຄວາມ​ເສຍ​ໃຈ
​ຢ່າງ​ເລິກ​ເຊິ່ງ ຕາມປະ​ເພນີ ​ແລ້ວ​ກ່າວ​ວ່າ ທ່ານຄວນໄດ້​ລ້ຽງ​
ລູກ​ສາວ​ຂອງ​ທ່ານ ​ໃຫ້​ດີກ​ວ່າ​ນີ້.

ທ່ານ Cho Yang-ho ​ເວົ້າວ່າ “ຂ້າພະ​ເຈົ້າ ຂໍ​ອະ​ໄພ​ໂທດຢ່າງ​ຈິງ​ໃຈ ສຳ​ຫລັບ ພຶດ
ຕິ​ກຳທີ່​ໂງ່​ຈ້າ ຂອງ​ລູກ​ສາວ​ຂ້າພະ​ເຈົ້າ. ຂ້າ​ພະ​ເຈົ້າຮ້ອງຂໍໃຫ້​ມວນ​ຊົນ​ທີ່​ມີ​ຈິດໃຈ
ກວ້າງ​ຂວາງ ຈົ່ງ​ຍົກ​ໂທດແກ່​ຂ້າພະ​ເຈົ້າ ​ໃນ​ຖານະ​ເປັນ​ປະທານ​ ຂອງ​ສາຍ​ການ
ບິນ Korean Air ​ແລະເປັນ​ພໍ່​ຂອງນາງ Cho Hyun-ah. ກະລຸນາຕຳ​ໜິ​ ຂ້າພະ​
ເຈົ້າ​ໄດ້​ເລີຍ. ມັນ​ເປັນຄວາມ​ຜິດ​ຂອງ​ຂ້າພະ​ເຈົ້າ​ເອງ.”

ທ່ານນາງ Cho Hyun-ahອະດີດຫົວໜ້າພະແນກ ບໍລິການພາຍໃນຍົນ ໄປເຖິງ ຫ້ອງການ ຂອງກະຊວງຄົມມະນາຄົມ ທາງບົກ ໂຄງລ່າງພື້ນຖານ ແລະຂົນສົ່ງ ສຳຫລັບການສອບສວນ ຢູ່ນະຄອນຫລວງໂຊລ ຂອງເກົາຫຼີເໜືອ ວັນທີ 12 ທັນວາ 2014.
ທ່ານນາງ Cho Hyun-ahອະດີດຫົວໜ້າພະແນກ ບໍລິການພາຍໃນຍົນ ໄປເຖິງ ຫ້ອງການ ຂອງກະຊວງຄົມມະນາຄົມ ທາງບົກ ໂຄງລ່າງພື້ນຖານ ແລະຂົນສົ່ງ ສຳຫລັບການສອບສວນ ຢູ່ນະຄອນຫລວງໂຊລ ຂອງເກົາຫຼີເໜືອ ວັນທີ 12 ທັນວາ 2014.

ທ່ານ​ນາງ Cho Hyun-ah ​ ໄດ້​ເກີດ​ຄວາມ​ໂມ​ໂຫ ເມື່ອ​ອາທິດ
​ແລ້ວ​ນີ້ ຫຼັງຈາກ​ພະນັກງານ​ບໍລິການໃນ​ຊັ້ນ​ທີ​ນຶ່ງ ​ເອົາໝາກຖົ່ວ
macadamia ຢູ່​ໃນ​ຊອງ ​ໄປ​ບໍລິການ​ໃຫ້​ນາງ ​ແທນ​ທີ່​ຈະເອົາ​
ໃສ່​ຈານ. ນາງ Cho ​ໄດ້ບັງຄັບ​ໃຫ້​ເຮືອບິນ ກັບ​ຄືນ​ໄປ​ປະຕູ​ ​
ແລ້ວ​ກໍ​ໄລ່​ພະນັກງານ​ ບໍລິການ​ຄົນນັ້ນ ລົງ​ຈາກ​ຍົນ​.

​ເຫດການ​ດັ່ງກ່າວ​ນີ້ ກໍ່​ໃຫ້​ເກີດ​ຄວາມ​ໂກດ​ແຄ້ນ​ຢ່າງ​ກວ້າງຂວາງ
​ໃນ​ເກົາຫຼີ​ໃຕ້ ​ແລະ ​ໄດ້​ສົ່ງ​ຜົນ​ໃຫ້ ທ່ານ​ນາງ Cho ຖືກ​ປົດອອກ
ຈາກ​ຕຳ​ແໜ່​ງຕ່າງໆ ​ທີ່​ທ່ານນາງດຳລົງ​ຢູ່​ນັ້ນ ລວມທັງ​ຕຳ​ແໜ່​ງ
ຮອງ​ປະທານ ​ ສາຍ​ການບິນເກົາຫລີ ຂອງ​ຄອບຄົວ​ຂອງ​ທ່ານ​ນາງ​.

ທ່ານ ​ນາງ Cho ກໍໄດ້​ອອກ​ມາຂໍອະ​ໄພ​ໂທດ ​ດ້ວຍທ່າ​ທາງ​ທີ່
​ສະ​ແດງ ຄວາມ​ຮູ້​ສຶກເສຍ​ໃຈ ຢ່າງ​ເລິກ​ເຊີ່ງ​ເຊັ່ນ​ກັນ ​ໃນ​ວັນ​ສຸກ
​ວານ​ນີ້ ​ໂດຍບອກ​ກັບ​ບັນດາ​ນັກ​ຂ່າວ​ ໃນ​ນ້ຳສຽງ​ຄ່ອຍໆ ​ທີ່ເກືອບ
​ບໍ່ໄດ້​ຍິນວ່າ ທ່ານ​ນາງຮູ້ສຶກ​ເສຍ​ໃຈ ແລະຂໍ​ໂທດ “ດ້ວຍ​ຄວາມ​
ຈິງ​ໃຈ”
ສຳຫລັບພຶດຕິ​ກຳ​ດັ່ງກ່າວຂອງທ່ານ​ນາງ.

ຫຼັງຈາກ ​ໄດ້​ມີ​ການ​ຮ້ອງ​ທຸກ ຈາກ​ກຸ່ມ​ສັງຄົມພົນລະ​ເມືອງ ​ບັນດາ
​ເຈົ້າໜ້າ​ທີ່​ເກົາຫຼີໃຕ້ ​ໄດ້​ເປີດສາກ​ການ​ສືບສວນ​ສອບ​ສວນ ເພື່ອ
ເບິ່ງ​ວ່າ ສາຍ​ການບິນ Korean Air ​ໄດ້​ທຳ​ການລະ​ເມີດ ກົດໝາຍ​ຄວາມ​ປອດ​ໄພ​ດ້ານ​ການບິນ ​ໃດໆຫຼືບໍ່.

XS
SM
MD
LG