ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາຫຼີເໜືອ ຂູ່ເກົາຫຼີໃຕ້


ເກົາຫຼີເໜືອ ໄດ້ຂູ່ໃນວັນອັງຄານ ມື້ນີ້ວ່າ ຕົນຈະດຳເນີນ ການທາງທະຫານ ຖ້າເກົາຫຼີໃຕ້ ຫາກລ່ວງລໍ້າ ເຂດນ່ານນໍ້າ ນອກຝັ່ງທະເລ ກໍ້າຕາເວັນຕົກ ຂອງແຫຼມເກົາຫຼີ.

ປະເທດທັງສອງ ໄດ້ປະເຊີນໜ້າ ດ້ວຍຄວາມເຄັ່ງຕຶງ ກ່ຽວກັບ ເຂດຊາຍແດນທາງນໍ້າ ໃນບໍລິເວນ ທະເລເຫຼືອງ ຊຶ່ງເປັນເຂດ ທີ່ໄດ້ມີການຈົມ ກຳປັ່ນລົບ ຂອງເກົາຫຼີໃຕ້ ດ້ວຍລູກລະເບີດ ຕໍປີໂດ ໃນເດືອນມີນາ ຜ່ານມານັ້ນ. ຄະນະສືບສວນນາໆຊາດ ໄດ້ສະຫລຸບ ໃນສັບປະດາແລ້ວນີ້ວ່າ ເຮືອດຳນໍ້າ ຂອງເກົາຫຼີເໜືອ ເປັນຜູ້ຍິງລູກຕໍປີໂດ ຈົມກຳປັ່ນລົບ ເກົາຫລີໃຕ້. ແຕ່ພຽງຢາງ ໄດ້ປະຕິເສດ ກ່ຽວກັບເລື່ອງນີ້.

ເກົາຫລີໃຕ້ ພວມກະກຽມ ທີ່ຈະເລີ້ມ ການອອກອາກາດ ເພື່ອໂຄສະນາໄປຍັງ ເກົາຫລີເໜືອຄືນໃໝ່ ທັງໆທີ່ເກົາຫລີເໜືອ ໄດ້ຂູ່ວ່າ ຈະຍິງທຳລາຍ ທໍລະໂຄ່ງ ຖ້າເກົາຫລີໃຕ້ ຫາກເລີ້ມອອກອາກາດ ໂຄສະນາຊວນເຊື່ອ ໂຈມຕີລັດຖະບານ ຄອມມູນິດຄືນໃໝ່.

ການອອກອາກາດ ທີ່ວ່ານີ້ ແມ່ນພາກສ່ວນນຶ່ງ ຂອງການລົງໂທດ ທີ່ມີມາເປັນລຳດັບ ຂອງປະທານາທິບໍດີ ເກົາຫລີໃຕ້ ທ່ານ LEE MYUNG BAK ທີ່ໄດ້ປະກາດ ໃນມື້ວັນຈັນ ວານນີ້ ເພື່ອເປັນການຕອບໂຕ້ ຕໍ່ການຈົມ ກຳປັ່ນລົບ ຂອງເກົາຫຼີໃຕ້.

ສ່ວນມາຕະການອື່ນໆ ແມ່ນຮວມທັງ ການຕັດຂາດ ຄວາມສຳພັນ ໃນເລື່ອງການຄ້າ ກັບເກົາຫລີເໜືອ ແລະການປິດເສັ້ນທາງ ເດີນທະເລ ສຳລັບກຳປັ່ນ ເກົາຫຼີເໜືອ ຂອງເກົາຫລີໃຕ້.

XS
SM
MD
LG