ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນ້ອງ​ສາວ ທ່ານ​ກິມ ຈົງ ອຶນ ປາ​ກົດ​ໂຕ​ອີກ ໃນ​ທີ່​ສາ​ທາ​ລະ​ນະ ຫຼັງ​ຈາກ ​ຫາຍ​ໂຕ​ໄປ ເປັນ​ເວ​ລາ​ນານ


ນ້ອງ​ສ​າວຜູ້​ນຳ​ເກົາ​ຫຼີ​ເໜືອ ທ່າ​ນ​ນາງ​ກິ​ມ​ ໂຢ ຈົງ ເຂົ້າ​ຮ່ວມ​ພິ​ທີ​ວາງ​ພວງ​ມາ​ລາ ທີ່​ນະ​ຄອນ​ໂຮ່​ຈີ​ມິນ ວັ​ນ​ທີ 2 ມີ​ນາ 2019.
ນ້ອງ​ສ​າວຜູ້​ນຳ​ເກົາ​ຫຼີ​ເໜືອ ທ່າ​ນ​ນາງ​ກິ​ມ​ ໂຢ ຈົງ ເຂົ້າ​ຮ່ວມ​ພິ​ທີ​ວາງ​ພວງ​ມາ​ລາ ທີ່​ນະ​ຄອນ​ໂຮ່​ຈີ​ມິນ ວັ​ນ​ທີ 2 ມີ​ນາ 2019.

ລາຍ​ງານ​ຂ່າວ​ກ່າວ​ວ່າ ນ້ອງ​ສ​າວຜູ້​ນຳ​ເກົາ​ຫຼີ​ເໜືອ ​ທ່ານ​ກິມ ຈົງ ອຶນ ໄດ້​ປາ​ກົດ​ໂຕ​ໃນ
​ທີ່​ສາ​ທາ​ລະ​ນະ​ເປັນ​ເທື່ອ​ທຳ​ອິດ ຫຼາຍກວ່າ 50 ມື້ ທ່າມ​ກາງ​ທີ່​ມີ​ຄຳ​ຖາມ​ຕ່າງໆ​ກ່ຽວ​ກັບ
​ຖານ​ນະ​ຂອງ​ທ່ານ​ນາງ ແລະ​ວ່າ​ທ່ານ​ນາງ ແລະ​ພວກ​ເຈົ້າ​ໜ້າ​ທີ່​ສຳ​ຄັນ​ຄົນ​ອື່ນໆໄດ້​ຖືກ
ກຳ​ຈັດ​ໄປ​ແລ້ວ​ຫຼື​ບໍ່.

ລາຍ​ງານ​ກ່າ​ວ​ວ່າ ​ທ່ານນາງ​ກິມ ໂຢ ຈົງ ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ໄດ້​ເຂົ້າຮ່ວມ “ການ​ແຂ່ງ​
ຂັນ​ໃຫຍ່” ຂອງ​ເກົາ​ຫຼີ​ເໜືອ ທີ່​ໄດ້ດຶງ​ດູດ​ເອົາ​ພວກ​ຜູ້​ນຳ​ທາງ​ການ​ເມືອງແລະ​ຜູ້​ນຳ​ທະ​
ຫານ. ຮູບ​ພາບ​ແຜ່ນ​ນຶ່ງ​ໄດ້​ສະ​ແດງ​ເຫັນທ່ານ​ນາງ​ນັ່ງ​ຢູ່​ໃກ້​ກັບ​ອ້າຍ​ຂອງ​ນາງ ແລະ​ພັນ
​ລະ​ຍາ​ຂອງ​ທ່ານ ຕົບ​ມື​ໃນລະ​ຫວ່າງການ​ສະ​ແດງ.

ການ​ສະ​ແດງ​ໃນ​ນະ​ຄອນ​ພຽງ​ຢາງ ເປັນ​ຂີດ​ໝາຍ​ເລີ້ມ​ຕົ້ນ​ ຂອງ​ອັນ​ທີ່​ໄດ້​ຄາດ​ວ່າ​ເປັນ​ເວ
​ລາ​ຍາວ​ເຖິງຫ້າ​ເດືອນຕໍ່​ເນື່ອງກັນ ຂອງ​ການ​ໂຄ​ສະ​ນາ​ຊວນ​ເຊື່ອ ທີ່​ມີ​ຫົວ​ເລື້ອງວ່າ “ແຜ່ນ
​ດິນ​ຂອງ​ປະ​ຊາ​ຊົນ.” ການ​ສະ​ແດງ​ໄດ້​ມີ​ຂຶ້ນ​ ໃນ​ຂະ​ນະ​ທີ່​ມີ​ລາຍ​ງານວ່າ ທ່ານ​ກິມ ຈົງ ອຶນ
ບໍ່​ພໍ​ໃຈ​ກັບ​ການ​ສະ​ແດງ ແລະ​ໄດ້​ຕຳ​ໜິ​ບັນ​ດາ​ຜູ້​ສ້າງ​ທີ່ “ຜິດ​ຕໍ່​ທັງ​ຈິດ​ໃຈ​ກ່ຽວ​ກັບ​ການ​
ສ້າງ ແລະ​ເປັນ​ວຽກ​ທີ່​ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບຕໍ່​ການ​ປະ​ພຶດ.”

ທ່ານນາງ​ກິມ ໂຢ ຈົງ ແມ່ນ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຄົນ​ນຶ່ງຢູ່​ໃນ​ພັກ​ລັດ​ຖະ​ບານທີ່​ປົກຄອງ​ປະ
​ເທດ. ການ​ປາ​ກົດ​ໂຕ​ຂອງທ່ານນາງ ຕິດ​ຕາມ​ດ້ວຍ​ລາຍ​ງານ​ໂດຍ​ໜັງ​ສື​ພິ​ມ​ເກົາ​ຫຼີ​ໃຕ້ ​
ໂຈ​ຊຸນ​ອິ​ລ​ໂບ ທີ່​ວ່າ​ ທ່ານນາງ​ໄດ້​ຖືກ​ສັ່ງ​ໃຫ້​ຢູ່​ງຽບໆ ໃນ​ຂະ​ນ​ະ​ທີ່​ຜົນ​ຂອງ​ການ​ເຈ​ລະ​
ຈາ​ນິວ​ເຄລຍ​ລົ້​ມ​ແຫຼວ ກັບ​ສະ​ຫະ​ລັດ.

​ກອງ​ປະ​ຊຸມ​ສຸດຍອດ​ເທື່ອ​ທີ​ສອງ​ຂອງ ປະ​ທາ​ນາ​ທິບໍດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກັບ
​ທ່ານ​ກິມ ຈົງ ອຶນ ໃນ​ນະ​ຄອນ​ຮາ​ໂນ່ຍ ໄດ້ສິ້ນ​ສຸດ​ລົງ​ໃນ​ເດືອນ​ກຸມ​ພາຜ່ານ​ມາ ໂດຍປາດ
​ສະ​ຈາກ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ຜ່ອນ​ຜັນໃນ​ລົງ​ໂທດ​ຕໍ່​ພຽງ​ຢາງ ແລະ​ການ​ຍິນຍອມທີ່
​ເກົາ​ຫຼີ​ເໜືອ ຈະ​ເຮັດ​ກ່ຽວ​ກັບ​ການ​ປະ​ຖິ້ມ ​ໂຄງ​ການ​ນິວ​ເລຍ ແລະລູກ​ສອນ​ໄຟຂີ​ປະ​
ນາ​ວຸດ.

ຫວ່າງ​ມໍ່ໆ​ມາ​ນີ້ ແຫຼ່ງ​ຂາວ​ເກົາ​ຫຼີ​ຂອງ​ໃຕ້​ໄດ້​ລາຍງ​ານວ່າ ​ບັນ​ດາ​ສະ​ມາ​ຊິກໃນ​ຄະນະ​
ລັດ​ຖະ​ບານ​ເກົາ​ຫຼີ​ເໜືອ ກຳ​ລັງ​ຖືກ​ລົງ​ໂທດ ແລະ ​ຈຳ​ນວນ​ນຶ່ງ ຖືກປະ​ຫານ​ຊີ​ວິດ.

ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ພົບ​ປະ​ກັນທີ່ກອງ​ປະ​ຊຸມ​ສຸດຍອດ ຄັ້ງ​ທີ​ສອງ​ທີ່ ນະ​ຄອນ​ຮ່າ​ໂນ່ຍ ວັນ​ທີ. 28 ກຸມ​ພາ 2019.
ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ພົບ​ປະ​ກັນທີ່ກອງ​ປະ​ຊຸມ​ສຸດຍອດ ຄັ້ງ​ທີ​ສອງ​ທີ່ ນະ​ຄອນ​ຮ່າ​ໂນ່ຍ ວັນ​ທີ. 28 ກຸມ​ພາ 2019.

​ໜັງ​ສື​ພິມ ໂຈ​ຊຸນ​ອິ​ລ​ໂບ ໄດ້​ລາຍ​ງານ​ວ່າ ນັກ​ການ​ທູດ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຢອງ ໂຈ​ລ
ໄດ້​ຖືກ​ຕັດ​ສິນ​ລົງ​ໂທດ​ໃຫ້ອ​ອກ​ແຮງ​ງານ​ໜັກ ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ໄດ້ປາ​ກົດໂຕ​ຢູ່​ໃນ
​ການ​ສະ​ແດງ​ດັ່ງ​ກ່າວ. ແຕ່​ຍັງ​ເປັນ​ໄປ​ໄດ້ຢູ່​ທີ່​ທ່ານ​ອາດອອກ​ຈາກ​ໜ້າ​ທີ່​ການ ຫຼືຖືກ
​ຫລຸດຊັ້ນ.

ໃນ​ຂະ​ນະ​ດຽວ​ກັນ ຊະຕາ​ກຳ​ຂອງ​ນັກ​ການ​ທູດ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຮິ​ຢັອກ ໂຈ​ລ ​ຍັງ
​ບໍ່​ທັນ​ເປັນ​ທີ່​ຮູ້​ຈັກ​ກັນ. ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ໂທ​ລະ​ພາບ CNN ໄດ້​ລາ​ຍງານ​ວ່າ
ທ່ານ​ກິມ ໄດ້​ຖືກ​ນຳ​ໄປ​ກັກ​ຂັງ ແຕ່​ຍັງ​ມີ​ຊີ​ວິດ​ຢູ່ ອີງ​ຕາມ​ແຫຼ່ງ​ຂ່າວ​ທີ່​ບໍ່​ບອກ​ຊື່.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG