ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທົ່ວໂລກ ສະແດງ ຄວາມເສົ້າໂສກ ນຳການເສຍຊີວິດ ຂອງນັກສຶກສາມຸສລິມ ທີ່ UNC


ໄ​ດ້ມີການຈັດ​ພິທີ​ໄຕ້​ທຽນໄວ້ອາ​ໄລ​ ​ໃນ​ຕອນ​ຄ່ຳວັນ​ພຸດ​ວານ​ນີ້
ຢູ່​ພາຍ ໃນ​ວິທະຍາເຂດແຫ່ງນຶ່ງ ໃນ​ລັດ North Carolina ທາງ​
ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງສະຫະລັດ ໃຫ້ແກ່ນັກ​ສຶກສາຊາວ
​ມຸສລິ​ມ 3 ຄົນ ທີ່ ຖືກ​ຍິງ​ຕາຍ ​ໃນ​ອັນ​ທີ່​ເພື່ອນໆ​ ​ແລະ ຄອບ​ຄົວ​
ຂອງ​ພວກ​ກ່ຽວ ຢືນ​ຢັດ​ວ່າ ​ເປັນ​ອາ​ຊະ​ຍາ​ກຳ​ຍ້ອນ​ຄວາມ​ກຽດ​ຊັງ.

ນັກ​ສຶກສາຫຼາຍພັນ​ຄົນ ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່ໃນບໍລິເວນມະຫາວິທະ
ຍາ​ໄລລັດ North Carolina ທີ່ Chapel Hill ​ເພື່ອໄວ້ອາໄລໃຫ້
ແກ່ຄູ່​ສົມ​ລົດ​ໃໝ່ ທ້າວ Deah Shaddy Barakat ​ແລະ​ພັນ​ລະ​ຍາ
​ຂອງ​ລາວ ນາງ Yusor Abu-Salha ​ແລະນາງ​ Razan
Abu-Salha ນ້ອງ​ສາວ​ຂອງ​ນາງ Yusor ​ອາຍຸ 19 ປີ ທີ່ໄດ້​ຖືກສັງຫານ​ໃນ​ວັນ​ອັງຄານ​ມື້ກ່ອນ​ນີ້ ຢູ່​ທີ່​ບ້ານ​ພັກຊຶ່ງ​ເປັນ apartment ຂອງພວກກ່ຽວຢູ່​ນອກ​ບໍລິເວນ ມະຫາວິທະຍາ​ໄລນັ້ນ.

Hate Crime Not Ruled Out in Triple Slaying of Muslim Students
please wait

No media source currently available

0:00 0:01:19 0:00

​ເພື່ອນ​ບ້ານອາຍຸ 46 ປີ ທ້າວ Craig Stephen Hicks ​ໄດ້​ຖືກຟ້ອງ​ ດ້ວຍ​ຂໍ້​ຫາ​ຂ້າຄົນຕາຍ ດ້ວຍຄວາມຕັ້ງໃຈແລະເຈດຕະນາ ທີ່​ກ່ຽວ​ພັນ​ກັບ​ການຍິງສັງຫານໃນຄັ້ງນີ້. ຕຳຫລວດ ​ເຊື່ອ​ວ່າ ຂໍ້​ຂັດ​ແຍ້​ງກ່ຽວ​ກັບ​ສະຖານ​ທີ່​ຈອດ​ລົດ ທີ່​ໄດ້ເກີດ​ຂຶ້ນເປັນ​ເວລາ​ດົນນານ​ມາ​ແລ້ວນັ້ນ ​ໄດ້​ກໍ່​ໃຫ້​ເກີດ​ການ​ຍິງ​ຕາຍ​ດັ່ງກ່າວ ​ແຕ່ ທ່ານ Mohammad Abu-Salha ພໍ່​ຂອງ​ນາງ ນາງ Yusor ​ແລະ​ນ້ອງ​ສາວ​ຜູ້​ຖືກ​ຂ້າ​ຕາຍ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ທ່ານ​ເຊື່ອ​ວ່າ ການ​ຍິງ​ຕາຍ ​ແມ່ນ​ເປັນ​ອາ​ຊະ​ຍາ​ກຳ​ຍ້ອນຄວາມ​ກຽດ​ຊັງ. ທ່ານ​ກ່າວ​ວ່າ ທ້າວ Hicks ​ໄດ້​ປະ​ເຊີນ​ໜ້າ​ກັບ​ລູກ​ສາວ ​ແລະ ​ລູກ​ເຂີຍຂອງລາວ ມາກ່ອນ​ແລ້ວ​ສອງ​ສາມ​ຄັ້ງ ​ໃນ​ຂະນະ​ທີ່​ຜູ້ກ່ຽວ ມີ​ປືນ​ຂັດ​ຢູ່​ສາຍແອວຂອງ​ຜູ້ກ່ຽວ.

UNIVERSITY OF NORTH CAROLINA KILLINGS VIDEO
please wait

No media source currently available

0:00 0:02:08 0:00

XS
SM
MD
LG