ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ກຳ​ລັງ ​ສະ​ຫະ​ລັດ ສັງ​ຫານ 'ເຈົ້າ​ໜ້າ​ທີ່' ກຸ່ມ​ລັດ​ອິ​ສ​ລາມ 2 ຄົນ ໃນ​ຊີ​ເຣຍ


ແຜນ​ທີ່​ຊີ​ເຣຍ
ແຜນ​ທີ່​ຊີ​ເຣຍ

ກຳ​ລັງ​ສະ​ຫະ​ລັດ​ໄດ້​ສັງ​ຫານ “ເຈົ້າ​ໜ້າ​ທີ່” ສອງ​ຄົນ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ​ໃນ​ການ​ໂຈມ​ຕີ​ເມື່ອ​ຄືນ​ແລ້ວ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ຊີ​ເຣຍ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ກອງ​ບັນ​ຊາ​ການ​ສະ​ຫະ​ລັດໃນ​ພາກ​ຕາ​ເວັນ​ອອ​ກາງ ອີງ​ຕາມ​ລາຍ​ງານ​ຂອງ
ອົງ​ການ​ຂ່າວ AFP ຂອງ​ຝ​ຣັ່ງ.

​ກອງ​ກຳ​ລັງ​ຫະ​ລັດ “ໄດ້​ປະ​ຕິ​ບັດ​ງານ​ບຸກ​ໂຈມ​ຕີ​ທາງ​ເຮ​ລີ​ຄອບ​ເຕີ້​ໂດຍ​ປະ​ສົບ​ຜົນ​ສຳ​ເລັດ​ຢູ່ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ ໃນ​ເວ​ລາ 2 ໂມງ 57 ນາ​ທີ​ຕອນ​ເຊົ້າ​ຫຼື 2357 ຕາມ​ເວ​ລາ​ມາດ​ຕະ​ຖານ​ສາ​ກົນໂດຍ​ໄດ້​ສັງ​ຫານ​ເຈົ້າ​ໜ້າ​ທີ່​ຂອງ​ກຸ່ມ ISIS ສອງ​ຄົນ” ອີງ​ຕາມ​ຖະ​ແຫຼງ​ການ​ ຂອງກອງ​ບັນ​ຊາ​ການກຳ​ລັງ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງຫຼື CENTCOM ​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ ໂດຍ​ໃຊ້​ຊື່​ຫຍໍ້​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ແລະ​ກໍ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດເພີ້ມ​ຕື່ມ​ຫຍັງ​ຫຼາຍ.

ຖະ​ແຫຼງ​ການ​ລະ​ບຸ​ວ່າ ນຶ່ງ​ໃນ​ຜູ້​ທີ່​ຖືກ​ຂ້າ​ຕາຍ​ມີ​ຊື່ “Ana” ສະ​ມາ​ຊິກ​ຂອງ​ກຸ່ມ​ລັດ​ອິ​ສ​ລາມຊຶ່ງ​ເປັນ “ເຈົ້າ​ໜ້າ​ທີ່​ລະ​ດັບ​ແຂວງຂອງຊີ​ເຣຍ” ທີ່​ພົວ​ພັນ​ກັບ “ການ​ວາງ​ແຜນ​ອຳ​ນວຍ​ຄວາມ​ສະ​ດວກ​ສຳ​ລັບ​ການ​ປະ​ຕິ​ບັດ​ງານ​ຢູ່​ໃນ​ພາກ​ຕ​ເວັນ​ອອກ​ຂອງ​ຊີ​ເຣຍ.”

ກຸ່ມ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ໃນ​ຊີ​ເຣຍ ຊຶ່ງ​ຕິດ​ຕາມ​ເບິ່ງ​ສົງ​ຄາມ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ​ເວົ້າ​ວ່າ ມັນ​ເປັນ​ການ​ປະ​ຕິ​ບັດ​ງານ ​ຕໍ່​ຕ້ານ​ກຸ່ມ​ລັດ​ອິ​ສ​ລາມ “ທີ່​ສຳ​ຄັນ​ສຸດ” ໃນ​ຮອບ​ສາມ​ອາ​ທິດ​ທີ່​ຜ່ານ​ມາ.

ຫົວ​ໜ້າ​ຂອງ​ກຸ່ມ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ ​ໃນ​ຊີ​ເຣຍ ທ່ານ​ຣາ​ມີ ອັບ​ແດ​ລ ຣາ​ມານ ກ່າວ​ວ່າ ໜ່ວຍຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍ​ທີ່​ນຳ​ພາ​ໂດຍ​ຊາວ​ເຄີດ SDF ກໍ​ໄດ້​ເຂົ້າ

ຮ່ວມ​ການ​ປະ​ຕິ​ບັດ​ໃນ​ມື້​ວັນ​ອາ​ທິດ​ວານນີ້ ຊຶ່ງ​ລະ​ບຸ​ຊື່​ບ້ານ​ວ່າ ອາ​ລ​-ຊໍ ໃນ​ແຂວງ ເດຍ ແອ​ລ​-ຊົວ ທີ່​ເປັນ​ເປົ້າ​ໝາຍ.

ກອງ​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ເອີ້ນ​ວ່າ “ເປັນ​ການ​ປະ​ຕິ​ບັດ​ງານ​ຕາມ​ລຳ​ພັງ” ແລະ​ກ່າວ​ເພີ້ມ​ວ່າ “ການ​ຊັ່ງ​ຊາ​ໃນ​ຂັ້ນ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ ບໍ່​ມີ​ພົນ​ລະ​ເຮືອນ​ເສຍ​ຊີ​ວິດ​ຫຼື​ໄດ້​ຮັບ​ບາດ​ເຈັບ.”

ສະ​ຫະ​ລັດ ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊາວ​ເຄີດ ​ຫຼື SDF ຊຶ່ງ​ເປັນ​ກອ​ງ​ທັບ​ຂອງ​ຊາວ​ເຄີດ​ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ ແລະ​ເປັນ​ຜູ້​ນຳ​ພາ​ການ​ສູ້​ລົບ​ຂັບ​ໄລ່​ກຸ່ມ​ລັດ​ອິ​ສ​ລາມ​ອອກ​ໄປ​ຈາກ​ດິນ​ແດນ​ຂອງ​ຊີ​ເຣຍ​ໃນ​ປີ 2019.

ຍັງ​ມີ​ທະ​ຫານ​ອາ​ເມ​ຣິ​ກັນ​ຫຼາຍ​ຮ້ອຍ​ຄົນ​ຢູ່​ໃນ​ປະ​ເທດ​ຊີ​ເຣຍ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ກຳ​ລັງ​ປະ​ສົມ​ນາໆ​ຊາດ​ເພື່ອ​ສູ້​ລົບ​ກັບ​ກຸ່ມ​ລັດ​ອິ​ສ​ລາມ​ທີ່​ຍັງ​ເຫຼືອ​ຢູ່.

ເທີ​ກີ​ກ່າວ​ວ່າ ຕົນ​ໄດ້​ເປີ​ດ​ສາກ​ໂຈມ​ຕີ​ຕໍ່​ທີ່​ໝັ້ນ​ຂອງ​ກຳ​ລັງ​ຊາວ​ເຄີດ ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ ແລະ​ອີ​ຣັກ ເມື່ອ​ວັນ​ທີ 20 ພະ​ຈິກ​ຜ່ານ​ມາ ຫຼັງ​ຈາກ​ໄດ້​ມີ​ການ​ວາງ​ລະ​ເບີດ​ທີ່​ຮ້າຍ​ແຮງ​ເມື່ອ​ເດືອນ​ແລ້ວ ທີ່​ນະ​ຄອນ​ອິ​ສ​ຕັນ​ບູ​ລ ທີ່​ມີ​ການ​ຖິ້ມ​ໂທດ​ໃສ່​ກຸ່ມ​ຊາວ​ເຄີດນັ້ນ.

XS
SM
MD
LG