ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ມີຜູ້ເສຍຊີວິດ 10 ຄົນ ໃນອຸບັດຕິເຫດທາງເຮືອບິນ ຢູ່ມາເລເຊຍ


ແຟ້ມຮູບ-ບັນດາຜູ້ສືບສວນ ກໍາລັງກວດເບິ່ງຊີ້ນສ່ວນຂອງເຮືອບິນມາເລເຊຍ ຖິ້ວບິນ 17 ເກີດອຸບັນຕິເຫດໃກ້ກັບບ້ານ ຣາໂບບ (Hrabove), ພາກພື້ນດອນເນັດສ໌, ທາງພາກຕາເວັນອອກ, ຢູ່ເຄຣນ.
ແຟ້ມຮູບ-ບັນດາຜູ້ສືບສວນ ກໍາລັງກວດເບິ່ງຊີ້ນສ່ວນຂອງເຮືອບິນມາເລເຊຍ ຖິ້ວບິນ 17 ເກີດອຸບັນຕິເຫດໃກ້ກັບບ້ານ ຣາໂບບ (Hrabove), ພາກພື້ນດອນເນັດສ໌, ທາງພາກຕາເວັນອອກ, ຢູ່ເຄຣນ.

ມີຢ່າງໜ້ອຍ 10 ຄົນເສຍຊີວິດຢູ່ມາເລເຊຍໃນວັນພະຫັດວານນີ້ ເມື່ອເຮືອບິນອາຍພົ່ນ ເກີດອຸບັດຕິເຫດຢູ່ໃນທາງຫຼວງ ທາງພາກເໜືອຂອງນະຄອນຫຼວງກົວລາລໍາເປີ.

ຜູ້ເຄາະຮ້າຍລວມມີຜູ້ໂດຍສານ 6 ຄົນ ແລະພະນັກງານຂອງເຮືອບິນ 2 ຄົນ ພ້ອມດ້ວຍປະຊາຊົນຢູ່ເທິງພື້ນດິນອີກ 2 ຄົນ.

ເຮືອບິນ​ສາຍ​ການ​ບິດເຈັດວາເລັດ (Jetvalet) ໄດ້ບິນອອກຈາກສະໜາມບິນສາກົນລັງກາວີ ແລະໄດ້ມຸ້ງໜ້າໄປສະໜາມບິນຊຸລຕານ ອັບດຸນ ອາຊິສ ຊາ (Sultan Abdul Aziz Shah Airport).

ເຈົ້າໜ້າທີ່ການບິນພົນລະເຮືອນຂອງມາເລເຊຍ ກ່າວວ່າ ທໍາອິດເຮືອບິນລໍາດັ່ງກ່າວ ໄດ້ຕິດຕໍ່ຫໍຄວບຄຸມການສັນຈອນທາງອາກາດ ຊູບັງ (Subang) ໃນເວລາ 2:47 ຕອນສວາຍ ແລະໄດ້ຢັ້ງຢືນການລົງຈອ ດໃນເວລາ 2:48

ເຈົ້າໜ້າທີ່ຂອງສາຍການບິນກ່າວວ່າ ຫໍຄວບຄຸມແນມເຫັນ​ຄວັນ​ກຸ້ມ​ຂຶ້ນ ຈາກສະຖານທີ່ເກີດອຸ​ບັດເຫດໃນເວລາ 2:51 ຕອນສວາຍ, ແຕ່ບໍ່ໄດ້ຮັບການໂທມາກ່ຽວກັບເຫດການສຸກເສີນ Mayday ໃດໆ.

At least 10 people were killed Thursday in Malaysia when a jet crashed on a highway, north of Kuala Lumpur, the capital.

The victims included six passengers and the two crew members, plus two people on the ground.

The Jetvalet plane departed from Langkawi International Airport and was heading to Sultan Abdul Aziz Shah Airport.

The Civil Aviation Authority of Malaysia said the plane made first contact with the Subang Air Traffic Control Tower at 2:47 p.m. and landing clearance was given at 2:48 p.m.

The aviation authority said the control tower saw smoke from the crash site at 2:51 p.m., but there had been no Mayday call.

XS
SM
MD
LG