ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນຜູ້ເສຍຊີວິດເພີ້ມສູງຂຶ້ນ ຫຼັງຈາກເຮືອບິນບໍ່ຄົນຂັບຂອງຣັດເຊຍ ໂຈມຕີໃສ່ ແຖວຕຶກອາພາດເມັນ ໃນເມືອງໂອເດຊາ


ປະຊາຊົນມີປະຕິກິລິຍາ ເມື່ອພວກເຂົາຢືນຢູ່ຕໍ່ໜ້າເຄື່ອງຫຼິ້ນ ແລະດອກໄມ້ ທີ່ວາງໄວ້ທາງນອກອາຄານທີ່ສູງຫຼາຍຊັ້ນ ທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກນ່ວງ ໃນເມືອງໂອເດຊາ, ວັນທີ 3 ມີນາ 2024.
ປະຊາຊົນມີປະຕິກິລິຍາ ເມື່ອພວກເຂົາຢືນຢູ່ຕໍ່ໜ້າເຄື່ອງຫຼິ້ນ ແລະດອກໄມ້ ທີ່ວາງໄວ້ທາງນອກອາຄານທີ່ສູງຫຼາຍຊັ້ນ ທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກນ່ວງ ໃນເມືອງໂອເດຊາ, ວັນທີ 3 ມີນາ 2024.

ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລມີເມຍ ເຊເລັນສກີ ຮຽກຮ້ອງໃຫ້ຊາວໂລກ “ຕອບໂຕ້ທຸກການກະທຳທີ່ຊົ່ວຮ້າຍຂອງຣັດເຊຍ ແລະຕໍ່ຕ້ານການກະທຳຂອງຣັດເຊຍ” ໃນຂະນະທີ່ຈຳນວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນ ໃນວັນອາທິດວານນີ້ ທີ່ເມືອງທ່າເຮືອ ໂອເດຊາ ຂອງຢູເຄຣນ ຫຼັງຈາກເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ໄດ້ໂຈມຕີຕຶກແຖວອາພາດເມັນ ໃນວັນເສົາ.

ໃນການປະກາດເມື່ອວັນອາທິດວານນີ້ ຢູ່ສື່ສັງຄົມ X, ທີ່ໃນເມື່ອກ່ອນ ແມ່ນ Twitter, ທ່ານ ເຊເລັນສກີ ຂຽນວ່າ ການໂຈມຕີດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງການສະຫນັບສະຫນູນແກ່ ຢູເຄຣນ.

"ພວກເຮົາຕ້ອງຊະນະສົງຄາມນີ້," ທ່ານກ່າວ.

ມາ​ຮອດ​ປັດຈຸ​ບັນນີ້ ​ມີ​ຜູ້​ເສຍ​ຊີວິດ​ແລ້ວ 10 ຄົນ, ​ໃນ​ນັ້ນ ​ມີ​ເດັກນ້ອຍ 3 ຄົນ, ຫຼັງ​ຈາກ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ກ່າວ​ວ່າ, ສົບ​ຂອງ​ເດັກນ້ອຍ​ຜູ້​ທີ 3 ໄດ້ຖືກ​ດຶງ​ອອກ​ຈາກ​ຊາກ​ຫັກ​ພັງ, ພ້ອມ​ກັບ​ແມ່​ຂອງ​ເດັກນ້ອຍ.

"ຣັດ​ເຊຍ​ໄດ້​ເຮັດ​ໃຫ້​ເດັກ​ນ້ອຍ​ຢູເຄຣນຕົກ​ເປັນ​ເປົ້າ​ຫມາຍ​ທາງ​ການ​ທະ​ຫານ," ທ່ານ ເຊເລັນສກີ ຂຽນ ​ຫຼັງ​ຈາກສົບ​ຂອງ​ເດັກ​ນ້ອຍທັງ​ສາມ​ຄົນ ໄດ້​ຖືກຄົ້ນພົບ​. ແອນ້ອຍ ມາກ (Mark), ອາຍຸ 3 ປີ, ແອນ້ອຍ ເຢລີຊາເວຕາ (Yelyzaveta) ອາຍຸ 8 ເດືອນ, ແລະ ແອນ້ອຍ ທີໂມຟີ (Tymofiy) ອາຍຸ 4 ເດືອນໄດ້ຖືກດຶງອອກມາຈາກກ້ອງຊາກຫັກພັງ.

ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຄາດ​ວ່າ​ ຕົວ​ເລກ​ຜູ້​ເສຍ​ຊີ​ວິດ​ຈະ​ເພີ່ມ​ຂຶ້ນ​ເນື່ອງຈາກ​ຍັງມີຜູ້ສູນຫາຍທີ່ບໍ່ສາມາດລະບຸໂຕໄດ້ເທື່ອ.

ຍັງມີອີກ 4 ຄົນ ທີ່ອາດຈະຕິດຢູ່ໃຕ້ຊາກຫັກພັງດັ່ງກ່າວ, ຫ້ອງການຂອງໜ່ວຍງານສຸກເສີນຫຼັກຂອງຢູເຄຣນໃນທ້ອງຖິ່ນ ກ່າວໃນການແຈ້ງສະຖານະການຫຼ້າສຸດຢູ່ເຟສບຸກ ໃນວັນອາທິດວານນີ້.

ໜ່ວຍກູ້ໄພ ແລະ ໜ່ວຍກູ້ຊີບ ຍັງສືບຕໍ່ຄົ້ນຫາ ຜ່ານຊາກຫັກພັງ ເພື່ອຊອກຫາຜູ້ລອດຊີວິດ ແລະ ຊາກສົບຂອງຜູ້ເສຍຊີວິດ ຕໍ່ໄປ, ທ່ານ ໂອເລ ຄີເປີ (Oleh Kiper), ຜູ້ປົກຄອງພາກພື້ນໂອເດຊາ ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG