ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຈົ້າເມືອງໂຂງ ເວົ້າ​ວ່າ ເຂື່ອນດອນສະຫົງ ຈະໃຫ້ປະໂຫຍດ ຢ່າງຫຼວງຫຼາຍ (ວີດີໂອ)


ພາບຈໍາລອງ ເຂື່ອນດອນສະຫົງ ໃນແຂວງຈໍາປາສັກ
ພາບຈໍາລອງ ເຂື່ອນດອນສະຫົງ ໃນແຂວງຈໍາປາສັກ
​ເຈົ້າ​ເມືອງ ໆ​ໂຂງ ຢືນຢັນ​ວ່າ ​ໂຄງການ​ກໍ່ສ້າງ​ ເຂື່ອນ​ດອນ​ສະ​ຫົງ​
ເທິງແມ່​ນໍ້າຂອງ​ ໃນ​ແຂວງ​ຈໍາປາ​ສັກ ຈະ​ສົ່ງ​ຜົນ​ປະ​ໂຫຍ​ດ ຢ່າງ​
ຫຼວງ​ຫຼາຍ ຕໍ່​ການ​ພັດທະນາ​ ຄວາມ​ເປັນ​ຢູ່ ຂອງ​ປະຊາຊົນ​ລາວ

please wait

No media source currently available

0:00 0:04:24 0:00
ລິງໂດຍກົງ

ທ່ານ ສະ​ນັ່ນສີພາ ພົມມະ​ຈັນ ​ເຈົ້າ​ເມືອງໆ​ໂຂງ ​ແຂວງ​ຈໍາປາ​ສັກ ຖະ​ແຫຼ​ງຢືນຢັນວ່າ ​ໂຄງການ​ສ້າງ​ເຂື່ອນ​ດອນ​ສະ​ຫົງ​ເທິງ​ແນວ​ແມ່​ນໍ້າຂອງ​ຢູ່​ເຂດ​ສີ​ພັນ​ດອນ-ຄອນ​ພະ​ເພັງ ​ໃນ​ແຂວງ​ຈໍາປາ​ສັກ ຈະ​ສົ່ງ​ຜົນ​ປະ​ໂຫຍ​ດຢ່າງ​ຫຼວງ​ຫຼາຍ​ຕໍ່​ການ​ພັດທະນາ​ເພື່ອ​ຍົກລະ ດັບ ສະພາບ​ຊີວິດ​ຄວາມ​ເປັນ​ຢູ່​ທີ່​ດີ​ຂຶ້ນຂອງ​ປະຊາຊົນ​ລາວ​ໃນ​ເຂດ​ເມືອງ​ໂຂງ.

ທັງ​ນີ້ ​ໂດຍນອກຈາກ​ການ​ກໍ່ສ້າງ​ເຂື່ອນ​ດອນ​ສະ​ຫົງ​ຈະ​ເປັນ​ການ​ເພີ່ມ​ຄວາມ​ອາດ​ສາ ມາດ ຂອງ​ການ​ຜະລິ​ດພະລັງງານ​ໄຟຟ້າ​ໃນ​ລາວ​ແລ້ວ ກຸ່ມ​ລົງທຶນ​ໃນ​ໂຄງການ​ກໍ​ຍັງ​ຈະ​ດໍາ​ເນີນ ການ​ພັດທະນາ​ພື້ນຖານ​ໂຄງການ​ຕ່າງໆ ຢູ່​ບັນດາ​ບ້ານ​ທີ່ຢູ່​ໃກ້​ກັບ​ໂຄງການ ທັງ​ຍັງ​ຈະ​ມີ ການຈັດ​ສັນ​ອາຊີບ​ຄົງ​ທີ່ ​ເພື່ອ​ທົດ​ແທນ​ອາຊີບ​ການ​ປະມົງ ອີກ​ດ້ວຍ ດັ່ງ​ທີ່ ທ່ານ​ສະ​ນັ່ນ ສີພາ ​ໄດ້​ໃຫ້ກາ​ນຊີ້​ແຈງ​ວ່າ:

“ຖ້າ​ໂຄງການ​ດັ່ງກ່າວ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ນີ້ ກໍ​ແມ່ນຈະ​ໄດ້​ນໍາ​ເອົາ​ຜົນ​ປະ​ໂຫຍ​ດທີ່​ໃຫຍ່​ຫຼວງ​ຫັ້ນ​ຫຼ່ະມາ​ໃຫ້​ແກ່​ປະຊາຊົນ​ຊາວ​ເມືອງ​ໂຂງ ​ເພາະ​ໂຄງ ການ​ດັ່ງກ່າວ​ນີ້ ຈະ​ມີ​ໂຄງການ​ອື່ນໆ​ທີ່​ເປັນ​ໂຄງການ​ຍ່ອຍ ​ເປັນ​ຕົ້ນ​ໂຄງການ​ຮ່າງ​ພື້ນຖານ​ຢູ່​ບັນດາ​ບ້ານ​ໃກ້ຄຽງ​ກັບ​ໂຄງການ ​ເຊັ່ນ​ເສັ້ນທາງ ​ແລ້ວ​ກະ​ມີ​ຂົວ​ ຂ້າມ​ແມ່​ນໍ້າຂອງ​ ຈາກ​ກຸ່ມ​ເວີນ​ຄາມ​-ບ້ານ ບຶງ​ງາມ ​ໄປ​ຫາ​ ບ້ານ​ດອນ​ສະ​ຄໍາ ​ແລະ​ກະກາ​ນກໍ່ສ້າງ​ໂຮງໝໍ​ ​ແລະ​ກະ​ໂຄງການ​ຈັດ​ສັນອາຊີບ​ຄົງ​ທີ່​ໃຫ້​ແກ່​ປະ ຊາຊົນ.” ​

ການຫາປາ ໃນແມ່ນໍ້າສະຫົງ ອັນເປັນວິຖິຊີວິດປະຈໍາວັນ
ການຫາປາ ໃນແມ່ນໍ້າສະຫົງ ອັນເປັນວິຖິຊີວິດປະຈໍາວັນ

ແຕ່​ຢ່າງໃດ​ກໍ​ຕາມ ​ໂຄງການ​ສ້າງ​ເຂື່ອນ​ດອນ​ສະ​ຫົງ​ກໍ​ຍັງ​ຈະ​ຕ້ອງ​
ປະ​ເຊີນ​ກັບ​ ການ​ຖືກ​ຄັດຄ້ານ​ ຈາ​ກບັນດາ​ອົງການ​ອະນຸລັກ​ສິ່ງ​
ແວດ​ລ້ອມຢ່າງກວ້າງຂວາງ ​ໂດຍ​ລ່າ​ສຸດ 103 ອົງການທີ່​ເຄຶ່ອນ​
ໄຫວ​ຢູ່​ໃນ​ໄທ ກໍ​ໄດ້​ຮ່ວມ​ກັນ​ສົ່ງ​ຈົດໝາຍ​ເຖິງ ທ່ານ ວິ​ເຊ​ດ ກະ​
ເສມທອງສີ ລັດຖະມົນຕີວ່າການ​ກະຊວງ​ຊັບພະຍາກອນ​ທໍາ​ມະ​
ຊາດ​ ແລະ​ສິ່ງ​ແວດ​ລ້ອມຂອງ​ໄທ ​ເພື່ອ​ຂໍ​ໃຫ້​ໃຊ້​ສິດ​ໃນ​ຖານະ​ຜູ້​
ແທນ​ຂອງ​ລັດຖະບານ​ໄທ ​ໃນ​ຄະນະ​ກໍາມາ​ທິ ການແມ່​ນໍ້າຂອງ
MRC ​ເພື່ອ​ຍັບ​ຢັ້ງໂຄງການ​ເຂື່ອນ​ດອນ​ສະ​ຫົງ​ໃນ​ລາວ​ຢ່າງ​ຮີບ​
ດ່ວນ​ທີ່​ສຸດ.

ທັງ​ນີ້ ​ໂດຍ​ບັນດາ​ອົງການ​ອະນຸລັກ ​ໄດ້​ໃຫ້​ເຫດຜົນ​ວ່າການ​ກໍ່ສ້າງ​ເຂື່ອນ​ດອນ​ສະ​ຫົງ​ຈະ ສົ່ງ​ຜົນ​ກະທົບ​ຕໍ່​ການ​ປະມົງ​ໃນ​ເຂດຕອນ​ລຸ່ມ​ຂອງແມ່​ນໍ້າຂອງ ຢ່າງ​ກວ້າງຂວາງ ​ເນື່ອງ ຈາກ​ວ່າ​ເຂື່ອນ​ຈະ​ປິດ​ຮູ​ນໍ້າສະ​ຫົງ ​ອັນເປັນ​ເສັ້ນທາງ​ສັນຈອນສໍາຄັນ​ທີ່​ສຸດ​ຂອງ​ປາ​ ລະ ຫວ່າງ​ເຂດ​ສີ​ພັນ​ດອນ ກັບ​ທະ​ເລ​ສາບ​ໃຫຍ່​ໃນ​ກໍາປູ​ເຈຍ ທີ່​ຖື​ເປັນ​ແຫຼ່ງປະມົງ​ນໍ້າ​ຈືດ​ທີ່​ມີ ຂະໜາດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ສ້າງ​ເຂື່ອນ​ດອນ​ສະ​ຫົງ​ ກໍ​ຍັງ​ຈະທໍາລາ​ຍ​ອາຊີບ​ປະມົງ ​ແລະກະ​ເສດ​ຕະກໍາ​ຂອງ​ປະຊາຊົນ​ ທັງ​ໃນ​ລາວ ກໍາປູ​ເຈຍ ​ແລະ​ຫວຽດນາມ ທີ່​ຈະ​ສົ່ງ​ຜົນ​ກະທົບ ຕໍ່​ເນື່ອງ​ເຖິງ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ຂອງ​ປະຊາຊົນ​ຫຼາຍ​ສິບ​ລ້ານ​ຄົນ​ອີກ​ດ້ວຍ ​ເພາະ ສະ​ນັ້ນຈຶ່ງ​ມີ​ຄວາມ​ຈໍາ​ເປັນ​ຢ່າງ​ຍິ່ງ​ທີ່​ລັດຖະບານ​ໄທ​ຈະ​ຕ້ອງ​ໃຊ້​ສິດ​ຍັບ​ຢັ້ງ​ດັ່ງກ່າວ ລວມທັງ​ຈະ​ຕ້ອງ​ກົດ​ດັນ​ລັດຖະບານ​ລາວ​ເພື່ອ​ໃຫ້​ນໍາ​ໂຄງການ​ເຂື່ອນ​ດອນ​ສະ​ຫົງ​ ສູ່​ກະບວນ​ການ​ປຶກສາ​ຫາລື ​ໃນ MRC ດ້ວຍ ​ເນື່ອງ​ຈາກ​ວ່າ​ ໃນ​ລະຍະ​ທີ່​ຜ່ານ​ມາ ລັດ ຖະບານ​ລາວ​ໄດ້​ດໍາ​ເນີນ​ການ​ພຽງ​ແຕ່​ແຈ້ງ​ໃຫ້​ປະ​ເທດ​ສະມາຊິກ MRC ດ້ວຍ​ກັນ​ໄດ້​ຮັບ​ຊາບ​ເທົ່າ​ນັ້ນ.

ກ່ອນ​ໜ້າ​ນີ້ 19 ອົງການ​ພັນທະ​ມິດເພື່ອ​ປົກ​ປ້ອງ​ແມ່​ນໍ້າຂອງ ຫຼື Save the Mekong River ກໍ​ໄດ້​ຮ່ວມ​ກັນ​ສົ່ງ​ຈົດໝາຍ​ເຖິງ​ນາຍົກລັດຖະມົນຕີລາວ ​ໄທ ກໍາປູ​ເຈຍ ​ແລະ​ຫວຽດນາມ ​ເພື່ອ​ຮຽກຮ້ອງ​ຂໍ​ໃຫ້​ຍົກ​ເລີກ​ໂຄງການ​ເຂື່ອນ​ດອນ​ສະ​ຫົງ ​ທີ່​ຈະ​ກໍ່ສ້າງ​ເທິງ​ແນວ​ແມ່​ນໍ້າຂອງໃນ​ແຂວງ​ຈໍາປາ​ສັກຂອງ​ລາວ ​ເມື່ອ​ວັນ​ທີ 1 ພະຈິກ ທີ່​ຜ່ານ​ມາ ໂດຍ​ໃຫ້​ເຫດຜົນ​ຢ່າງ​ດຽວ​ກັນ​ນີ້.

ແຕ່​ຢ່າງໃດ​ກໍ​ຕາມ ທ່ານ​ວີລະ​ພົນ ວີລະ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພະລັງ ງານ ​ແລະ​ບໍ່​ແຮ່ ກໍ​ໄດ້ໃຫ້ການຢືນຢັນ​ກັບ​ VOA ວ່າ​ ​ໂຄງການ​ເຂື່ອນ​ດອນ​ສະ​ຫົງ​ໄດ້ ຜ່ານ​ການ​ສຶກສາ​ອອກ​ແບບ​ກໍ່ສ້າງ ​ຢ່າງໄດ້​ມາດຕະຖານ​ສາກົນ​ໃນ​ທຸກ​ດ້ານ​ແລ້ວ ຈຶ່ງ​ເຊື່ອ ໝັ້ນ​ວ່າ ​ເຂື່ອນ​ດອນ​ສະ​ຫົງ​ຈະ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ໃນ​ເຂດ​ຕອນ​ລຸ່ມ​ແມ່​ນໍ້າຂອງ​ຢ່າງ​ແນ່ນອນ.

ທາງ​ດ້ານ​ບໍລິສັດ Mega First Corporation Berhad ຈາກ​ມາ​ເລ​ເຊຍ ຜູ້​ລົງທຶນ​ໃນ​ໂຄງການ ກໍ​ຖະ​ແຫຼ​ງຢືນຢັນ​ວ່າ ​ໄດ້​ຕັດສິນ​ໃຈ​ລົງທຶນ​ເຖິງ 600 ລ້ານ​ໂດ​ລ່າ ​ເພື່ອດໍາ​ເນີນ​ການ​ກໍ່ສ້າງ​ເຂື່ອນ​ດອນ​ສະ​ຫົງ​ ຂະໜາດ 260 MW ​ໃຫ້​ສໍາ​ເລັດ​ພາຍ​ໃນ​ປີ 2016.

ວີດີໂອ: ບັນດາຊ່ຽວຊານກ່າວວ່າ ເຂື່ອນດອນສະຫົງຈະສົ່ງຜົນກະທົບຕໍ່ສັດນໍ້າ:

XS
SM
MD
LG