ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານອາຊະຍາກໍາສົງຄາມ ໃນກໍາປູເຈຍ ຕັດສິນໃຫ້ ປ່ອຍໂຕ ແມ່ຕູ້ ອ່ຽງ ທິຣິດ


ແມ່ຕູ້ ອ່ຽງ ທິຣິດ ອະດີດລັດຖະມົນຕີ ກິດສັງຄົມຂອງຂະເໝນແດງ ຖືກສານປ່ອຍໂຕ ເພາະຄວາມຈໍາເສື່ອມ ແລະຫລົງລືມ.
ແມ່ຕູ້ ອ່ຽງ ທິຣິດ ອະດີດລັດຖະມົນຕີ ກິດສັງຄົມຂອງຂະເໝນແດງ ຖືກສານປ່ອຍໂຕ ເພາະຄວາມຈໍາເສື່ອມ ແລະຫລົງລືມ.
ອະດີດ​ຜູ້​ນໍາ​ຂະ​ເໝນ​ແດງ​ຂັ້ນ​ສູງຄົນ​ນຶ່ງ ​ໄດ້​ຖືກ​ປ່ອຍ​ໂຕ​
ອອກ​ຈາກ​ຄຸກ​ທີ່ກໍາປູ ເຈຍ​ແລ້​ວ ຫລັງ​ຈາກສານ​ອາຊະ​ຍາ​
ກໍາ​ສົງຄາມ ​ໄດ້​ປະກາດ​ວ່າ ນາງບໍ່ຢູ່​ໃນ​ສະພາບ​ທີ່ສົມຄວນ​
ຈະ​ຖືກ​ດໍາ​ເນີນ​ຄະດີ.

​ແມ່ຕູ້ ​Ieng Thirith ອາຍຸ 80 ປີ ​ໄດ້ເປັນ​ອິດ​ສະລະ​ພາບ ຫລັງ​ຈາກ​ຖືກປ່ອຍ​ໂຕແບບ​ມີເງື່ອນ​ໄຂ ​ໃນ​ວັນ​ອາທິດມື້​ນີ້.

ແມ່ຕູ້ Thirith ​ແມ່ນຜູ້​ນຶ່ງໃນພວກ​ຜູ້​ນໍາ​ຂະ​ແໝນ​ແດງທີ່​ຍັງ​ເຫລືອ​ບໍ່​ຢູ່​ບໍ່​ເທົ່າ​ໃດ​ຄົນ ທີ່​ຖືກ​ນໍາ​ມາ​ຂື້ນ​ສານດໍາ​ເນີນ​ຄະດີ ​ຍ້ອນ​ຄວາມໂຫດຮ້າຍທີ່​ພວກ​ເຂົາ​ໄດ້​ກໍ່​ຂຶ້ນ​ໃນ​ຍຸກຂະ​ເໝນ​ແດງ ​ແຕ່​ລາຍ​ງານ​ເວົ້າ​ວ່່າ ລາວ​ເປັນ​ໂຣກ​ຄວາມ​ຈໍາ​ເຊື່ອມ ທີ່​ເຮັດ​ໃຫ້​ຈື່​ຫຍັງ​ບໍ່​ໄດ້.

ບັນດາໄອ​ຍະ​ການ​ ​ໄດ້​ອຸທອນ​ການ​ຕັດສິນ​ໃຈ ​ໃຫ້​ປ່ອຍ​ໂຕ ອະດີດລັດຖະມົນ​ຕີ​ກະຊວງກິດ​ສັງຄົມ ຂອງ​ອໍານາດ​ປົກຄອງ​ຂະ​ເໝນ​ແດງນັ້ນ.

ຈົນ​ກວ່າເວລາສານຮັບ​ຟັງຄໍາ​ອຸ​ທອນ​ດັ່ງກ່າວ ​ແມ່ຕູ້ Thirith ຕ້ອງ​ໄດ້​ຢູ່​ໃນ ກໍາປູ​ເຈຍ ​ເພື່ອລາຍ​ງານ​ໃຫ້​ເຈົ້າ​ໜ້າ​ທີ່​ຊາບ​ເຖິງ​ທີ່ຢູ່່​ຂອງ​ລາວ ​ແລະໄປລາຍ​ງານໂຕ​ຕໍ່​ສານ​ ​ໃນ​ທຸກເວລາ​ທີ່​ສານ​ຕ້ອງການ​ລາວ.

​ແມ່ຕູ້​ອ່ຽງ ທີ​ຣິດ ​ປະ​ເຊີ​ນ​ກັບຂໍ້​ຫາ ຫລາຍໆ​ກະ​ໂທ​ງ​ ທີ່​ພົວພັນ​ກັບ​ການ​ຕາຍ​ຂອງຊາວ​ກໍາປູ​ເຈຍ ​1.7 ລ້ານ​ຄົນ​ ພາຍ​ໃຕ້​ການ​ປົກຄອງ​ຂອງຂະ​ເໝນ​ແດງ ​ໃນຊຸມ​ປີ 1970 ນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG