ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອຳນາດການປົກຄອງ ແຂວງຄຳມ່ວນ ສັ່ງປິດ ໂຮງງານປຸງແຕ່ງໄມ້ 281 ແຫ່ງ


ໂຮງງານປຸງແຕ່ງໄມ້ ແຫ່ງນຶ່ງ ໃນລາວ
ໂຮງງານປຸງແຕ່ງໄມ້ ແຫ່ງນຶ່ງ ໃນລາວ

ອຳນາດການປົກຄອງແຂວງຄຳມ່ວນ ມີຄຳສັ່ງປິດໂຮງງານປຸງແຕ່ງໄມ້ 281 ແຫ່ງ
ຈາກທີ່ມີທັງໝົດ 370 ແຫ່ງໃນທົ່ວແຂວງດັ່ງກ່າວ ເນື່ອງຈາກກວດພົບ ວ່າ ໄດ້ມີ
ການດຳເນີນທຸລະກິດ ໂດຍຜິດກົດໝາຍ.

ທ່ານບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກຳ ແລະປ່າໄມ້ ແຂວງຄຳມ່ວນ ໄດ້ໃຫ້
ການຢືນຢັນວ່າ ອຳນາດການປົກຄອງແຂວງຄຳມ່ວນ ໄດ້ມີຄຳສັ່ງປິດໂຮງງານປຸງ
ແຕ່ງໄມ້ ທີ່ດຳເນີນທຸລະກິດໂດຍຜິດກົດໝາຍໄປແລ້ວ 281 ແຫ່ງ ຊຶ່ງໃນນີ້ ກໍລວມທັງ
11 ໂຮງງານ ທີ່ມີໃບອະນຸຍາດຢ່າງຖືກຕ້ອງ ຫາກແຕ່ໄດ້ມີການດຳເນີນທຸລະກິດ
ທີ່ບໍ່ເປັນໄປຕາມສັນຍາ ແລະໃນປັດຈຸບັນນີ້ ອຳນາດການປົກຄອງ ແຂວງຄຳມ່ວນ
ກໍຍັງຈະສືບຕໍ່ດຳເນີນການກວດກາ ບັນດາໂຮງງານປຸງແຕ່ງໄມ້ ທີ່ໄດ້ສັ່ງປິດໄປແລ້ວ
ອີກເທື່ອໃໝ່ວ່າ ໄດ້ປະຕິບັດຕາມຄຳສ່ັງຢ່າງແທ້ຈິງ ຫຼືບໍ່ອີກດ້ວຍ ດັ່ງທີ່ ທ່ານບຸນຈັນ
ໄດ້ໃຫ້ການຢືນຢັນວ່າ:

“ໃນປັດຈຸບັນນີ້ ທາງກອງເລຂາຂອງພວກເຮົາໄດ້ຕົກລົງກັນແລ້ວວ່າ ພາຍຫລັງ
ເຈົ້າແຂວງ ເພິ່ນໄດ້ອອກຂໍ້ຕົກລົງລົບລ້າງໄປແລ້ວນີ້ ພວກເຮົາຈະມີການກວດຄືນ
ວ່າ ມາດຕະການຂອງພວກເຮົາຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງທ່ານເຈົ້າແຂວງນີ້
ຈະໄປກວດເບິ່ງວ່າ ຢູ່ໃນ 281 ໂຮງນີ້ ໂຮງໃດຍັງມີການເຄື່ອນໄຫວ ຖ້າວ່າໂຮງໃດ
ຍັງມີການເຄື່ອນໄຫວ ພວກເຮົາກໍຈະມອບໃຫ້ ໂດຍສະເພາະແມ່ນທາງໄຟຟ້າ
ໃຫ້ໄປຕັດໄຟອອກ ແລ້ວກະດຳເນີນການຕໍ່ໄປເລື່ອງການຮື້ຖອນ.”

ທາງການລາວ ສາມາດຢຶດເຄື່ອງຈັກຕັດໄມ້ ໄດ້ຈຳນວນຫຼວງຫຼາຍ.
ທາງການລາວ ສາມາດຢຶດເຄື່ອງຈັກຕັດໄມ້ ໄດ້ຈຳນວນຫຼວງຫຼາຍ.

ທ່ານບຸນຈັນ ບອກວ່າ ໃນທົ່ວແຂວງຄຳມ່ວນ ມີໂຮງງານປຸງແຕ່ໄມ້ທັງໝົດ 370 ແຫ່ງ
ໂດຍໃນນີ້ ມີຢູ່ 89 ແຫ່ງທີ່ມີໃບອະນຸຍາດຢ່າງຖືກຕ້ອງ ຊຶ່ງໝາຍຄວາມວ່າ ຍັງຈະຕ້ອງ
ດຳເນີນການກວດກາ ແລະສັ່ງປິດໂຮງງານປຸງແຕ່ງໄມ້ ທີ່ບໍ່ປະຕິບັດຕາມສັນຍາຕໍ່
ໄປອີກ ນັ້ນເອງ.

ທາງດ້ານທ່ານໂອໄດ ສຸດາພອນ ເຈົ້າແຂວງ ແລະເລຂາພັກແຂວງຄຳມ່ວນ ຢືນຢັນ
ວ່າ ການກວດກາເພື່ອສະກັດກັ້ນ ແລະຕ້ານການສໍ້ລາດບັງຫລວງ ໃນແຂວງຄຳມ່ວນ
ໃນຊ່ວງປີ 2011-2015 ຜ່ານມາທີ່ໄດ້ດຳເນີນການກວດກາ 15 ເປົ້າໝາຍ ພົບວ່າ
ການສໍ້ລາດບັງຫລວງເຮັດໃຫ້ເກີດການເສຍຫາຍດ້ານລາຍຮັບຂອງພາກລັດໄປ
ຫລາຍກວ່າ 1,580 ຕື້ກີບ ຫຼື 197 ລ້ານໂດລາ ທັງກໍຍັງກວດພົບວ່າ ການລັກລອບ
ຄ້າໄມ້ຜິດກົດໝາຍນັ້ນມີປະລິມານລວມເກີນກວ່າ 4,760,000 ແມັດກ້ອນອີກດ້ວຍ.

ບັນດານາຍທຶນ ແລະພະນັກງານລັດ ຈຳນວນນຶ່ງໄດ້ຮ່ວມກັນວ່າ ຈ້າງປະຊາຊົນລາວ ໃນທ້ອງຖິ່ນໃຫ້ພາກັນເຂົ້າໄປລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດນາກາຍ.
ບັນດານາຍທຶນ ແລະພະນັກງານລັດ ຈຳນວນນຶ່ງໄດ້ຮ່ວມກັນວ່າ ຈ້າງປະຊາຊົນລາວ ໃນທ້ອງຖິ່ນໃຫ້ພາກັນເຂົ້າໄປລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດນາກາຍ.

ທັງນີ້ໄມ້ສ່ວນໃຫຍ່ຖືກລັກລອບຕັດຈາກເຂດປ່າສະຫງວນແຫ່ງຊາດນາກາຍ ໂດຍ
ບັນດານາຍທຶນ ແລະພະນັກງານລັດ ຈຳນວນນຶ່ງໄດ້ຮ່ວມກັນວ່າ ຈ້າງປະຊາຊົນລາວ
ໃນທ້ອງຖິ່ນໃຫ້ພາກັນເຂົ້າໄປລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດນາກາຍ
ແລະລັກລອບຂົນສົ່ງໃນເວລາກາງຄືນເພື່ອນຳໄປຊຸກເຊື່ອງໄວ້ກ່ອນທີ່ຈະລັກລອບຂົນ
ສົ່ງອອກໄປຊາຍແດນດ້ານຫວຽດນາມ ຊຶ່ງຈາກການກວດກາ ໃນໄລຍະທີ່ຜ່ານມາຍັງ
ພົບວ່າ ມີໂຮງງານແປຮູບໄມ້ຂອງເອກກະຊົນເຂົ້າໄປກ່ຽວຂ້ອງກັບການລັກລອບ
ດັ່ງກ່າວນີ້ດ້ວຍ.

ກ່ອນໜ້ານີ້ ທ່ານຈະເລີນ ເຢຍປາວເຮີ ໂຄສົກລັດຖະບານລາວ ຖະແຫລງວ່າ ກອງ
ປະຊຸມຄະນະລັດຖະບານລາວ ໄດ້ມີມະຕິຄຳສັ່ງໃຫ້ໜ່ວຍສະເພາະກິດ ຂອງລັດ
ຖະບານ ສືບຕໍ່ດຳເນີນມາດຕະການກວດກາ ການລັກລອບຕັດ ແລະຄ້າໄມ້ໂດຍຜິດ
ກົດໝາຍຕໍ່ໄປ ຢ່າງບໍ່ຢຸດຢັ້ງ ແລະໃຫ້ເພີ່ມປະສິດທິພາບໃນການປະຕິບັດຄຳສັ່ງ
ຂອງນາຍົກລັດຖະມົນຕີ ເລກທີ 15/ນຍ ວ່າດ້ວຍການຫ້າມສົ່ງອອກໄມ້ທ່ອນ ໄປຕ່າງ
ປະເທດຢ່າງເດັດຂາດ ທັງຍັງຈະຕ້ອງນຳໂຕຜູ້ກະທຳຜິດ ທັງທີ່ເປັນພະນັກງານລັດ
ແລະຜູ້ປະກອບການ ມາລົງໂທດຕາມກົດໝາຍ ໂດຍບໍ່ມີການຍົກເວັ້ນອີກດ້ວຍ.

ເຖິງແມ່ນວ່າ ຈະມີຄຳສັ່ງ ຂອງນາຍົກລັດຖະມົນຕີ ເລກທີ 15/ນຍ ວ່າດ້ວຍການເພີ່ມທະວີ ຄວາມເຂັ້ມງວດເຂົ້າໃນການຄຸ້ມຄອງ ແລະກວດກາການຂຸດຄົ້ນໄມ້ ເຄື່ອນຍ້າຍ ໄມ້ ແລະທຸລະກິດໄມ້ ກໍ່ຕາມ ຍັງມີການລັກລອບເຄື່ອນຍ້າຍໄມ້ຢູ່.
ເຖິງແມ່ນວ່າ ຈະມີຄຳສັ່ງ ຂອງນາຍົກລັດຖະມົນຕີ ເລກທີ 15/ນຍ ວ່າດ້ວຍການເພີ່ມທະວີ ຄວາມເຂັ້ມງວດເຂົ້າໃນການຄຸ້ມຄອງ ແລະກວດກາການຂຸດຄົ້ນໄມ້ ເຄື່ອນຍ້າຍ ໄມ້ ແລະທຸລະກິດໄມ້ ກໍ່ຕາມ ຍັງມີການລັກລອບເຄື່ອນຍ້າຍໄມ້ຢູ່.

ທາງການລາວໄດ້ຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມ
ທະວີຄວາມເຂັ້ມງວດເຂົ້າໃນການຄຸ້ມຄອງ ແລະກວດກາການຂຸດຄົ້ນໄມ້ ເຄື່ອນຍ້າຍ
ໄມ້ ແລະທຸລະກິດໄມ້ ນັບຈາກເດືອນພຶດສະພາ 2016 ເປັນຕົ້ນມາ ໂດຍມີຄຳສັ່ງປິດ
ໂຮງງານແປຮູບໄມ້ຂອງເອກກະຊົນ 28 ແຫ່ງ ຢູ່ໃກ້ເຂດປ່າສະຫງວນແຫ່ງຊາດ ໄປ
ກ່ອນໜ້ານີ້ ແລະສາມາດຍຶດໄມ້ໄດ້ 160,000 ແມັດກ້ອນໃນຊ່ວງ 4 ເດືອນທຳອິດ
ຂອງປະຕິບັດການດັ່ງກ່າວ ທັງຍັງກວດພົບໄມ້ຄ້າງສະໜາມອີກ 270,400 ແມັດກ້ອນ
ທີ່ຈະຕ້ອງຈັດເກບພາສີອາກອນ ໃຫ້ໄດ້ຢ່າງຄົບຖ້ວນ ເພາະທີ່ຜ່ານມາຈັດເກັບໄດ້ພຽງ
43 ຕື້ກີບ ແລະ 3 ລ້ານ 6 ແສນໂດລາ ເທົ່ານັ້ນ.

XS
SM
MD
LG