ບັນດາສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ທີ່ນຳສະເໜີ ຮ່າງກົດໝາຍຄັ້ງຫຼ້າສຸດ
ທີ່ແນເປົ້າໝາຍໃສ່ ປັບປຸງໃໝ່ ລະບົບປະກັນສຸຂະພາບຂອງປະເທດ ຊຶ່ງໄດ້ທຳການ
ແກ້ໄຂໃໝ່ຫຼາຍຢ່າງ ທີ່ຈະສົ່ງເງິນຫຼາຍຂຶ້ນ ໄປຍັງລັດຕ່າງໆຈຳນວນນຶ່ງ ທີ່ສະມາຊິກ
ສະພາສູງ ເປັນຕົວແທນຂອງລັດ ເຊິ່ງການສະໜັບສະໜູນຂອງຕົນນັ້ນ ແມ່ນມີຄວາມ
ຈຳເປັນ ເພື່ອເຮັດໃຫ້ມາດຕະການນີ້ ຜ່ານສະພາໄປໄດ້.
ຮູບຮ່າງ ທີ່ພັກຣີພັບບລີກັນ ໄດ້ເຜີຍແຜ່ ໃນວັນອາທິດວານນີ້ ກ່າວວ່າ ສະບັບທີ່ໄດ້ຖືກ
ປັບປຸງໃໝ່ ຂອງຮ່າງກົດໝາຍ ຈະເພີ່ມທຶນຊ່ອຍເຫຼືອລ້າ ໃຫ້ແກ່ ລັດ Arizona
Kentucky Texas ແລະ Alaska.
ພັກຣີພັບບລີກັນ ມີສຽງສ່ວນຫຼາຍ ໃນສະພາສູງ 52 ຕໍ່ 48 ສຽງ ແລະ ໂດຍທີ່ບໍ່ຄາດຄິດ
ວ່າ ຈະໄດ້ຮັບການສະໜັບສະໜຸນຕໍ່ຄວາມພະຍາຍາມປັບປຸງໃໝ່ ຈາກພັກເດໂມແຄຣັດ
ຖ້າພຽງແຕ່ ສະມາຊິກພັກຣີພັບບລີກັນ ສາມທ່ານ ຫາກລົງຄະແນນສຽງຕໍ່ຕ້ານ ມັນກໍຈະ
ເປັນການລົ້ມແຫລວ.
ສະມາຊິກສະພາສູງ ຈາກລັດ Arizona ທ່ານ John McCain ແລະ ສະມາຊິກສະພາ
ສູງຈາກລັດ Kentucky ທ່ານ Rand Paul ກ່າວວ່າ ພວກເພິ່ນ ຈະບໍ່ສະໜັບສະໜູນ
ຮ່າງກົດໝາຍທີ່ວ່ານັ້ນ.
ສະມາຊິກສະພາສູງ ຈາກລັດ Texas ທ່ານ Ted Cruz ໄດ້ສະແດງທ່າທີຄັດຄ້ານ ຕໍ່
ຮ່າງກົດໝາຍນີ້ ໃນວັນອາທິດວານນີ້ ໂດຍກ່າວວ່າ “ດຽວນີ້ ພວກເຂົາເຈົ້າ ຈະບໍ່ໄດ້ຮັບ
ຄະແນນສຽງຂອງຂ້າພະເຈົ້າ.” ທ່ານກ່າວຕື່ມວ່າ ທ່ານບໍ່ຄິດວ່າ ສະມາຊິກສະພາສູງ
ຈາກລັດ Utah ທ່ານ Mike Lee ພ້ອມທີ່ຈະສະໜັບສະໜູນ ຮ່າງກົດໝາຍນີ້ ເຊັ່ນກັນ.
ພວກຝ່າຍຄ້ານ ໂດຍປະກອບມີພວກຄົນ ທີ່ຄິດວ່າ ຄວາມພະຍາຍາມປັບປຸງໃໝ່ ແມ່ນ
ຈະບໍ່ພຽງພໍ ທີ່ຈະນຳມາ ຊຶ່ງເງິນຄ່າໃຊ້ຈ່າຍສຳລັບປະກັນສຸຂະພາບ ຫຼື ຕັດລົງຫຼາຍເກີນ
ໄປ ຈາກໂຄງການ ທີ່ຈະຊ່ອຍໃຫ້ ປະກັນພວກຄົນທຸກໄດ້ ແລະ ພວກຄົນເຫຼົ່ານັ້ນ ກ່າວ
ວ່າ ມັນຈະບໍ່ຕັດຢ່າງພຽງພໍ ແລະ ແທນທີ່ຈະປ່ອຍມັນໄວ້ຫຼາຍເກີນໄປ ຈາກໂຄງການທີ່
ເປັນຂອງອະດີດປະທານາທິບໍດີ ບາຣັກ ໂອບາມາ.
ນອກຈາກນີ້ແລ້ວ ສະມາຊິກສະພາສູງ Lisa Murkowski ຈາກ ລັດ ອາລາສກາ ກໍໄດ້
ເວົ້າອອກມາ ແບບບໍ່ພໍໃຈປານໃດ ທີ່ຈະລົບລ້າງກົດໝາຍຮັກສາສຸຂພາບ ທີ່ຮູ້ກັນດີວ່າ ໂອບາມາແຄນັ້ນ.