ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສັງກັດພັກຣີພັບບລິກັນ ‘ເຊື່ອ’ທ່ານ ໄບເດັນໃນເລື້ອງຂໍ້ຕົກລົງງົບປະມານ ກໍ່ສ້າງພື້ນຖານໂຄງລ່າງ


ລົດກໍາລັງແລ່ນຢູ່ຕາມຂົວທີ່ຫລຽວເຫັນເມື່ອແນມເບິ່ງຈາກປ່ອງຢ້ຽມລົດໄຟໃນຂະນະທີ່ຢູ່ໃນລັດນີວ ເຈີຊີ, ວັນທີ 18 ພຶດສະພາ, 2021
ລົດກໍາລັງແລ່ນຢູ່ຕາມຂົວທີ່ຫລຽວເຫັນເມື່ອແນມເບິ່ງຈາກປ່ອງຢ້ຽມລົດໄຟໃນຂະນະທີ່ຢູ່ໃນລັດນີວ ເຈີຊີ, ວັນທີ 18 ພຶດສະພາ, 2021

ສະມາຊິກລັດຖະສະພາທີ່ສຳ​ຄັນທ່ານນຶ່ງຈາກພັກຣີພັບບລີກັນກ່າວໃນວັນອາທິດວານນີ້ວ່າ ທ່ານໄດ້ເວົ້າຕາມຄໍາເວົ້າຂອງທ່ານປະທານາທິບໍດີ ໂຈ ໄບເດັນ ທີ່ບອກວ່າ ທ່ານບໍ່ມີເຈດຕະນາທີ່ຈະໃຊ້ສິດຢັບຢັ້ງ ຕໍ່ມາດຕະການພື້ນຖານໂຄງລ່າງທີ່ມີມູນຄ່າ 1 ພັນ 200 ຕື້ໂດລາ ທີ່ທ່ານໄບເດັນ ໄດ້ຕົກລົງເຫັນດີໃນອາທິດແລ້ວນີ້ ເຖິງແມ່ນວ່າຜູ້ນໍາສະຫະລັດຈະປະຕິເສດບໍ່ຍອມຮັບມັນຖ້າຫາກລັດຖະສະພາບໍ່ອະນຸມັດນິຕິກໍາໃນການໃຊ້ຈ່າຍທາງສັງຄົມກໍຕາມ.

ສະມາຊິກສະພາສູງ, ທ່ານ ມິດ ຣອມນີ (Mitt Romney) ຈາກລັດຢູທາ (Utah), ຊຶ່ງເປັນຜູ້ນຶ່ງໃນຈຳນວນ 5 ຄົນສັງກັດພັກຣີພັບບລີກັນສາຍກາງ ທີ່ໄດ້ເຈລະຈາກ່ຽວກັບໂຄງສ້າງພື້ນຖານໂຄງລ່າງກັບທ່ານໄບເດັນ ເພື່ອສ້ອມແປງຖະໜົນ ແລະຂົວທີ່ຊຸດໂຊມຂອງປະເທດ ໄດ້ກ່າວຕໍ່ອົງການຂ່າວ CNN ວ່າ “ຂ້າພະເຈົ້າບໍ່ເຊື່ອວ່າທ່ານປະທານາທິບໍດີ” ຈະເຊັນມາດຕະການເງິນງົບປະມານ ຖ້າຫາກລັດຖະສະພາໄດ້ເຫັນດີ ແຕ່ພຽງຝ່າຍດຽວໃນຫລາຍເດືອນຂ້າງຫນ້ານີ້.”

ທ່ານ ໄບເດັນ ໄດ້ສ້າງຄວາມສັບສົນກ່ຽວກັບການສະໜັບສະໜູນຂອງທ່ານ ຕໍ່ຮ່າງກົດໝາຍວ່າດ້ວຍຖະໜົນຫົນທາງ ແລະຂົວ ທີ່ໄດ້ຮັບການເຫັນດີທາງການ ເມືອງຈາກທັງສອງພັກ ໂດຍທໍາອິດໄດ້ກ່າວ ໃນວັນພະຫັດຜ່ານມາວ່າ ທ່ານຕົກ ລົງທີ່ຈະເຮັດວຽກຮ່ວມກັບບັນດາສະມາຊິກສະພາຈໍານວນນຶ່ງທີ່ຄັດຄ້ານຮ່າງກົດໝາຍນີ້. ຫລັງຈາກນັ້ນບໍ່ດົນ, ທ່ານ ໄບເດັນ ກໍກ່າວວ່າ ທ່ານຈະໃຊ້ສິດຢັບຢັ້ງມັນ ຖ້າຫາກວ່າ ມັນບໍ່ໄດ້ຖືກຮັບຮອງເອົາໂດຍລັດຖະສະພາພ້ອມກັນກັບເງິນຫລາຍພັນຕື້ໂດລາອີກ ເພື່ອໃຊ້ຈ່າຍໃນການຂະຫຍາຍຄວາມປອດໄພທາງສັງ ຄົມ ສຳລັບຄອບຄົວສະຫະລັດ ແລະເຮັດໃຫ້ການນຳໃຊ້ພະລັງງານທີ່ສະ ອາດມີຄວາມຄືບໜ້າໄປ.

ໃນວັນເສົາຜ່ານມາ, ທ່ານໄບເດັນ ກ່າວວ່າຄຳເຫັນຂອງທ່ານ "ສ້າງຄວາມປະທັບໃຈໃຫ້ຄົນຢູ່ບ່ອນວ່າ ຂ້າພະເຈົ້າກຳລັງອອກຄຳຂູ່ວ່າຈະໃຊ້ສິດຢັບຢັ້ງກ່ຽວກັບແຜນການທີ່ຂ້າພະເຈົ້າພຽງຫາກໍ່ໄດ້ເຫັນດີໄປ, ເຊິ່ງມັນບໍ່ແມ່ນເຈດຕະນາຂອງຂ້າພະເຈົ້າເລີຍ."

ທ່ານ ໄບເດັນ ກ່າວອີກວ່າ ທ່ານຫວັງວ່າ ລັດຖະສະພາຈະອະນຸມັດນິຕິກໍາທັງສອງສະບັບນັ້ນ, ເຖິງແມ່ນທ່ານຈະເຂົ້າໃຈດີຢູ່ວ່າພັກຣີພັບບລີກັນຈະຄັດຄ້ານການໃຊ້ຈ່າຍໃນການຮັກສາດ້ານຄວາມປອດໄພທາງສັງຄົມ, ໂດຍທີ່ນິຕິກໍາສະ ບັບນັ້ນອາດຈະໄດ້ຮັບການສະໜັບສະໜູນພຽງແຕ່ຈາກພັກເດໂມແຄຣັດເທົ່ານັ້ນ ຢູ່ໃນລັດຖະສະພາທີ່ມີຄວາມແຕກແຍກກັນທາງການເມືອງກໍຕາມ.

"ດັ່ງນັ້ນ, ເພື່ອໃຫ້ມັນຈະແຈ້ງ ຂໍ້ຕົກລົງຂອງທັງສອງພັກການເມືອງຂອງພວກເຮົາບໍ່ໄດ້ຂັດຂວາງພັກຣີພັບບລິກັນບໍ່ໃຫ້ດໍາເນີນຄວາມພະຍາຍາມທີ່ຈະທຳລາຍແຜນການດ້ານຄອບຄົວຂອງຂ້າພະເຈົ້າ; ເຊັ່ນດຽວກັນ, ພວກເຂົາເຈົ້າກໍບໍ່ຄວນມີການຄັດຄ້ານຕໍ່ຄວາມພະຍາຍາມຂອງຂ້າພະເຈົ້າທີ່ຈະອຸທິດຕົນທີ່ຈະເຮັດໃຫ້ແຜນຄອບຄົວອັນນັ້ນ ແລະຂໍ້ສະເໜີອື່ນໆໄດ້ຖືກຮັບຮອງເອົາໄປພ້ອມໆກັນ,” ນັ້ນຄືຄໍາເວົ້າຂອງທ່ານໄບເດັນ. ທ່ານກ່າວອີກວ່າ "ພວກເຮົາຈະປ່ອຍໃຫ້ປະຊາ ຊົນອາເມຣິກັນ ແລະລັດຖະສະພາ ເປັນຜູ້ຕັດສິນໃຈເອງ."

ທ່ານຣອມນີກ່າວວ່າ “ພວກເຮົາທີ່ສັງກັດພັກຣີພັບບລີກັນກຳລັງເວົ້າວ່າ “ບໍ່ ຢ່າງສິ້ນເຊີງເລີຍ” ຕໍ່ສິ່ງທີ່ພວກພັກເດໂມແຄຣັດກຳລັງເອີ້ນວ່າ ການໃຊ້ຈ່າຍ “ໃນພື້ນຖານໂຄງລ່າງຂອງມະນຸດ.” “ຢ່າເກັບອາກອນເພີ້ມຂຶ້ນ; ແກ້ໄຂບັນຫາພື້ນຖານໂຄງລ່າງ (ທີ່ເປັນຖະໜົນ ແລະຂົວ). "ເຮັດມັນແລ້ວ," ນັ້ນຄືຄໍາເວົ້າຂອງທ່ານຣອມນີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG