ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ກຸ່ມທີ່ສຳຄັນ ຈະບໍ່ເຂົ້າຮ່ວມ ໃນການເຈລະຈາ ສັນຕິພາບ ຊີເຣຍ ທີ່ເປີດຄືນໃໝ່


Daniel Hernandez, seorang Muslim yang menjadi Imam bagi warga setempat, menghibur Dih-Anaa Forero dari Missouri City yang ketakutan, di dekat lokasi terjadinya penembakan massal di SMA Santa Fe, negara bagian Texas, Sabtu 19 Mei 2018.

ການເຈລະຈາທາງດ້ານການເມືອງ ລະຫວ່າງລັດຖະບານ ຊີເຣຍ ແລະ ພວກຕໍ່ຕ້ານແມ່ນ ມີກຳນົດທີ່ຈະ​ເລີ້ມຄືນ​ອີກຢ່າງເປັນທາງ ການໃນວັນພຸດມື້ນີ້, ເຖິງແມ່ນວ່າຈະບໍ່ມີພັກ​ຝ່າຍ​ທີ່ສຳຄັນເຂົ້າ ຮ່ວມນຳກໍຕາມ.

ໂຄສົກຂອງທູດພິເສດ ທ່ານນາງ Jessy Chahine ໄດ້ກ່າວວ່າ ທູດພິເສດສະຫະປະຊາ ຊາດ ຮັບຜິດ​ຊອບເລື່ອງຊີ​ເຣຍ ທ່ານ Staffan de Mistura ແລະ ກຸ່ມຂອງທ່ານ “ແມ່ນພ້ອມ​ແລ້ວ”
ທີ່​ຈະຕ້ອນຮັບບັນດາຜູ້ເຂົ້າຮ່ວມໃນນະຄອນ ເຈນີວາ.

ຜູ້ຢູ່ອາໄສຊ່ວຍກັນສ້ອມແປງຮ້ານຂາຍເຄື່ອງທີ່ເປ່ເພໃນເມືອງ Darat Izza, ແຂວງ Aleppo, ຊີເຣຍ. 28 ກຸມພາ 2016.
ຜູ້ຢູ່ອາໄສຊ່ວຍກັນສ້ອມແປງຮ້ານຂາຍເຄື່ອງທີ່ເປ່ເພໃນເມືອງ Darat Izza, ແຂວງ Aleppo, ຊີເຣຍ. 28 ກຸມພາ 2016.

ແນວໃດກໍຕາມ, ທ່ານນາງໄດ້ກ່າວເພີ່ມເຕີມວ່າຜູ້ເຂົ້າຮ່ວມເພີ່ມ
ເຕີມຈະບໍ່ເດີນທາງມາຮອດ ຈົນກວ່າວັນທີ 13 ຫຼື 14 ມີນາ. ອົງ
ການສະຫະປະຊາຊາດໄດ້ກ່າວວ່າ ການຈັດ​ແຈງ​ກ່ຽວ​ກັບ​ເລື່ອງ
ນີ້​ແມ່ນ​ມີ​ສ່ວນພາ​ໃຫ້​ມີ​ການ​ຊັກ​ຊ້າ.

​ໃນຖະແຫຼງການສະບັບໜຶ່ງຕໍ່ວີໂອເອ ​ກຸ່ມຕໍ່ຕ້ານທີ່ສຳຄັນຂອງ
ຊີເຣຍໄດ້ກ່າວວ່າ ຕົນ​ຈະ​ບໍ່​ເຂົ້າຮ່ວມ​ໃນການເລີ່ມຕົ້ນຂອງການ
ເຈລະຈາ.

ໂຄສົກຂອງກຸ່ມດັ່ງກ່າວໄດ້ກ່າວວ່າ “ຄະນະກຳມະການ ເຈລະ
ຈາລະດັບສູງ ຫຼື HNC ແມ່ນກຳລັງປຶກສາຫາລືກັນວ່າຈະເຂົ້າ ຮ່ວມໃນການເຈລະຈາສັບປະດານີ້ຫຼືບໍ່,”
ໂຄສົກ ໄດ້ກ່າວເພີ່ມເຕີມວ່າ ບໍ່ມີຕົວແທນຂອງກຸ່ມ HNC ຄົນໃດ ຈະເດີນທາງໄປນະຄອນ ເຈນີວາ ໃນວັນພຸດມື້ນີ້.

ລັດຖະບານ ຊີເຣຍ ກໍ​ໄດ້​ກ່າວວ່າ ພວກເຂົາເຈົ້າຈະບໍ່ເຂົ້າຮ່ວມຈົນກວ່າເວລາຕໍ່ມາ, ເຊິ່ງ ເປັນການສະແດງໃຫ້ເຫັນວ່າ ການເຈລະຈາເຊິ່ງໜ້າກັນຈະບໍ່ດຳເນີນໄປຢ່າງເຕັມທີ່ໃນ
ວັນທີ 14 ມີນານີ້.

ກະຊວງການຕ່າງປະເທດສະຫະລັດໄດ້ກ່າວວ່າ ພວກເຂົາເຈົ້າບໍ່ໄດ້ເປັນຫ່ວງຫຼາຍເກີນ
ໄປ ກ່ຽວກັບການ​ເປີດການເຈລະຈາຄືນ​ໃໝ່​ທີ່​ມີ​ການ​ຊັກ​ຊ້ານີ້, ມັນເປັນສະຖານະການ ທີ່ຄ້າຍຄືກັບສິ່ງທີ່ເຄີຍເກີດຂຶ້ນ ເມື່ອການເຈລະຈາໄດ້ໄຂຂຶ້ນ ໃນເດືອນກຸມພາທີ່ຜ່ານມາ.

Syria Peace Talks
please wait
Embed

No media source currently available

0:00 0:00:58 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG