ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີ່ປຶກສາຄົນສໍາຄັນຂອງ ນາຍົກ ຍີ່ປຸ່ນ ທີ່ລາອອກຈາກຕໍາແໜ່ງ ແຂ່ງຂັນກັນ ເພື່ອເປັນຜູ້ນໍາພາຂອງພັກ


ທ່ານ Yoshihide Suga ໃສ່ໜ້າກາກປິດປາກໃນຂະນະທີ່ຍ່າງໄປເຂົ້າຮ່ວມກອງປະຊຸມຖະແຫລງຂ່າວຂອງນາຍົກລັດຖະມົນຕີ Shizo Abe ຢູ່ຫ້ອງການສໍານັກງານນາຍົກໃນນະຄອນຫລວງໂຕກຽວໃນວັນທີ 28 ສິງຫາ 2020.
ທ່ານ Yoshihide Suga ໃສ່ໜ້າກາກປິດປາກໃນຂະນະທີ່ຍ່າງໄປເຂົ້າຮ່ວມກອງປະຊຸມຖະແຫລງຂ່າວຂອງນາຍົກລັດຖະມົນຕີ Shizo Abe ຢູ່ຫ້ອງການສໍານັກງານນາຍົກໃນນະຄອນຫລວງໂຕກຽວໃນວັນທີ 28 ສິງຫາ 2020.

ອົງການຂ່າວຕ່າງໆຂອງຍີ່ປຸ່ນເວົ້າວ່າ ທ່ານ ໂຢຊິໄຮເດະ ຊູກາ (Yoshihide Suga), ເລຂາທິການຂອງຫ້ອງການລັດຖະບານ ຈະຂຶ້ນຮັບຕໍາແໜ່ງເປັນ ນາ ຍົກລັດຖະມົນຕີຄົນຕໍ່ໄປຂອງຍີ່ປຸ່ນ ແທນທ່ານຊິນໂຊ ອາເບະ.

ທ່ານ ຊູກາ ຄາດວ່າຈະປະກາດກ່ຽວກັບເລື້ອງນີ້ໃນຕອນໃດຕອນນຶ່ງໃນອາທິດນີ້ ວ່າ ທ່ານຈະຫາທາງນໍາພາພັກເສລີປະຊາທິປະໄຕ ຫລື LDP ທີ່ກໍາລັງປົກຄອງ ປະເທດຢູ່ນີ້. ຜູ້ສະໝັກຄົນອື່ນໆ ທີ່ຄາດວ່າຈະພາກັນແຂ່ງຂັນເອົາຕໍາແໜ່ງ ດັ່ງກ່າວ ລວມມີ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ຊີເຈີຣູ ອິສຊີບະ (Shigeru Ishiba) ແລະອະດີດລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຟູມິໂອ ຄິດຊີດາ (Fumio Kishida).

ພາຍໃຕ້ລະບົບສະພາຂອງຍີ່ປຸ່ນນັ້ນ ພັກທີ່ປົກຄອງປະເທດແມ່ນເລືອກເອົາຄົນ ທີ່ຈະມາເປັນນາຍົກລັດຖະມົນຕີ, ຊຶ່ງຕາມປົກກຕິແລ້ວແມ່ນຜູ້ນໍາພາພັກ.

ການຢັ່ງຫາງສຽງຂອງປະຊາຊົນທົ່ວໄປໂດຍອົງການຂ່າວ ກຽວໂດ ສະແດງໃຫ້ ເຫັນວ່າ 34 ເປີເຊັນຂອງຄົນທີ່ຖືກຖາມຄໍາເຫັນຕອບວ່າ ຢາກໃຫ້ທ່ານ ອິສຊີບະ ເປັນນາຍົກລັດຖະມົນຕີຄົນຕໍ່ໄປ ໂດຍມີທ່ານ ຊູກາເປັນທີສອງທີ່ມີຄະແນນ ເຫັນດີ 14 ເປີເຊັນ ຊຶ່ງຫລຸດກັນຫລາຍ. ທ່ານ ອິສຊີບະ ແຂ່ງກັບທ່ານອາເບະໃນ ການເປັນປະທານພັກ LDP ແຕ່ບໍ່ສໍາເລັດໃນການແຂ່ງຂັນໃນປີ 2018 ນັ້ນ.

ແຕ່ຢ່າງໃດກໍຕາມ, ພວກນັກວິເຄາະເວົ້າວ່າ ທ່ານ ຊູກາ ຂ້ອນຂ້າງວ່າໄດ້ຮັບການ ສະໜັບສະໜຸນຫລາຍກວ່າຢູ່ໃນບັນດາສະມາຊິກຂອງສະພາ ແລະສາມາດທີ່ ຈະ ມີຜົນອອກມາກ່ອນໜ້ານັ້ນ ຖ້າການລົງຄະແນນສຽງຫາກຖືກຈໍາກັດໃຫ້ແຕ່ເຂົາ ເຈົ້າ ແລະເຈົ້າໜ້າທີ່ຂອງພັກເທົ່ານັ້ນລົງໄດ້.

ການລົງຄະແນນສຽງເພື່ອເອົາການນໍາພາຂອງພັກຈະຈັດຂຶ້ນໃນວັນທີ 14 ກັນຍາ ຈະມາເຖິງນີ້.

ທ່ານ ອາເບະ ໄດ້ປະກາດການລາອອກຢ່າງບໍ່ມີໃຜຄາດຝັນມາກ່ອນໃນວັນສຸກ ຜ່ານມາ ຊຶ່ງເປັນເວລາ 1 ປີກ່ອນສະໄໝປັດຈຸບັນ ຂອງການດໍາລົງຕໍາແໜ່ງຂອງ ທ່ານຈະໝົດອາຍຸໄປ, ໂດຍອ້າງເຖິງການເປັນໂຣກລໍາໃສ້ໃຫຍ່ອັກເສບກັບ ມາອີກ ຊຶ່ງລົບກວນທ່ານມາຕະຫລອດ. ການເຈັບປ່ວຍໄດ້ບັງຄັບໃຫ້ທ່ານຫລຸດ ໄລຍະການເປັນນາຍົກລັດຖະມົນຕີສະໄໝທໍາອິດໃນປີ 2007 ໃຫ້ສັ້ນລົງ ພາຍຫລັງທີ່ໄດ້ຮັບຕໍາແໜ່ງໄດ້ພຽງແຕ່ປີດຽວເທົ່ານັ້ນ.

ທ່ານອະເບະທີ່ມີອາຍຸໄດ້ 65 ປີ ໄດ້ກາຍເປັນນາຍົກລັດຖະມົນຕີ ທີ່ດໍາລົງຕໍາ ແໜ່ງດົນກວ່າໝູ່ທີ່ສຸຂອງຍີ່ປຸ່ນໃນວັນຈັນແລ້ວນີ້, ຊຶ່ງໄດ້ທໍາລາຍສະຖິຕິຂອງ ທ່ານ ອີໄອຊາກຸ ຊາໂຕ (Eisaku Sato), ອ້າຍຂອງພໍ່ຕູ້ທວດຂອງທ່ານ ທີ່ດໍາລົງ ຕໍາແໜ່ງໄດ້ 2,798 ມື້ ໃນລະຫວ່າງ 1964 ຫາ 1972.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG