ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ ອີຣ່ານ ປະສົບ ຄວາມກ້າວໜ້າ ໃນການເຈລະຈາ ກ່ຽວກັບ ໂຄງການນິວເຄລຍ


Nuclear Negotiators Press Ahead Despite Uncertainty
please wait

No media source currently available

0:00 0:02:17 0:00

ເບິ່ງວີດີໂອກ່ຽວກັບ ລາຍງານເລື້ອງນີ້

ສະຫະ​ລັດ ​ແລະ ອີຣ່ານ​ ​ລາຍ​ງານ​ວ່າ​ພວກ​ເຂົາ​ເຈົ້າ​ໄດ້ ມີ “ຄວາມ
​ກ້າວໜ້າ​ໃນ​ບາງ​ສ່ວນ”
​ ເມື່ອ​ວັນ​ຈັນ​ວານ​ນີ້ ​ໃນ​ການ​ເຈ​ລະ​ຈາ​
ກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງ​ເຕຫະຣ່ານ ​ແຕ່ກ່າວວ່າ ຂໍ້​ຕົກ
​ລົງ​ນັ້ນ ​ແມ່ນ​ຍັງ​ຢູ່​ຫ່າງ​ໄກ​ຢູ່.

ທັງ​ສອງ​ຝ່າຍ ກ່າວເຖິງການ​ເຈລະຈາ​ໃນ​ມື້​ທີ​ສອງ ຢູ່​ທີ່ນະຄອນ
Geneva ລະຫວ່າງ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ທ່ານ
John Kerry ​ແລະ ລັດຖະມົນຕີ​ຕ່າງປະ​ເທດ​ອີຣ່ານ ທ່ານ
Mohammad Javad Zarif ວ່າ “ຈິງ​ຈັງຫຼາຍ ​ເປັນ​ຜົນ​ປະ​
ໂຫຍ​ດ ແລະ ສ້າງສັນ.”
​ ແຕ່​ທ່ານ Zarif ກ່າວ​ຕໍ່​ອົງການຂ່າວ
Fars ຂອງ​ທາງ​ການອີຣານ ວ່າ “ຍັງອີກ​ໄກຫຼາຍ ທີ່​ຈະ​ບັນລຸ​
ຂໍ້​ຕົກລົງຂັ້ນສຸດ​ທ້າຍ​ກັນ​ໄດ້.”

​ເຈົ້າໜ້າ​ທີ່​ອາວຸ​ໂສ​ກະຊວງ​ການ​ຕ່າງປະ​ເທດ​ຄົນ​ນຶ່ງ​ກ່າວ​ວ່າ ທັງ​ສອງ​ຝ່າຍ​ໄດ້​ເລັງ​ໃສ່​ບັນຫາ​ຕ່າງໆ ​ທັງຍັງ​ແກ້​ໄຂ​ຍັງ​ບໍ່​ໄດ້ ​ແຕ່​ວ່າ ພວກ​ເຂົາ​ເຈົ້າຈະ​ບັນລຸ​ຂໍ້​ຕົກລົງ​ກັນ​ໄດ້ ຫຼື ບໍ່​ນັ້ນ “ຍັງ​ຄົງ​ຕ້ອງ​ລໍຖ້າ​ເບິ່ງ​ອີກ​ຕໍ່​ໄປ.” ພວກ​ເຂົາ​ເຈົ້າພະຍາຍາມ​ພົບ​ປະກັນ​ ທີ່​ກຳນົດ​ເສັນຕາຍ​ ໃສ່​ວັນ
​ທີ 31 ມີນານີ້ ​ເພື່ອ​ໃຫ້​ບັນລຸຂອບຂໍ້​ຕົກລົງ​ ພ້ອມດ້ວຍ​ເສັ້ນຕາຍ ໃນວັນທີ 1 ກໍລະກົດ ​ເພື່ອ​ໃຫ້​ບັນລຸ​ຂໍ້​ຕົກລົງ​ຖາວອນ ​ທີ່​ຈະ​ຮັບປະກັນ​ວ່າ ກິດ​ຈະ​ກຳດ້ານ​ນິວ​ເຄລຍຕ່າງໆ ຂອງອີຣ່ານນັ້ນ
​ແມ່ນ​ມີເປົ້າ​ໝາຍ​ໃນທາງ​ສັນຕິ ​ເພື່ອ​ແລກປ່ຽນກັບ​ການ​ຍົກ​ເລີກ ​ການ​ລົງ​ໂທດ​ທາງ​ເສດ
ຖະກິດ ຂອງ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ທີ່​ໄດ້ເຮັດ​ໃຫ້​ເສດຖະກິດ​ຂອງ​ອີຣ່ານ ເປັນອຳມະພາດ
ໄປນັ້ນ.

ການ​ເຈລະຈາ​ຮອບ​ໃໝ່ ​ໄດ້​ກຳນົດ​ໃສ່​ວັນ​ຈັນ ອາ​ທິດ​ໜ້າ ຢູ່​ໃນ​ສະ​ວິສ​ເຊີ​ແລນ.

XS
SM
MD
LG