ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Kerry ຢ້ຽມຢາມ ຈໍແດັນ ເພື່ອຫາທາງ ຫລຸດຜ່ອນ ຄວາມເຄັ່ງຕຶງ ຢູ່ພາກຕາເວັນອອກກາງ


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry (ຊ້າຍ) ພົບປະກັບປະທານາທິບໍດີ ປາແລສໄຕນ໌ ທ່ານ Mahmoud Abbas ທີ່ນະຄອນຫຼວງອຳມານ ຂອງຈໍແດັນ. (24 ຕຸລາ 2015)
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry (ຊ້າຍ) ພົບປະກັບປະທານາທິບໍດີ ປາແລສໄຕນ໌ ທ່ານ Mahmoud Abbas ທີ່ນະຄອນຫຼວງອຳມານ ຂອງຈໍແດັນ. (24 ຕຸລາ 2015)

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ກຳລັງຢູ່ທີ່ປະເທດຈໍແດັນບ່ອນທີ່ທ່ານໄດ້ພົບປະກັບຜູ້ນຳປາ
ແລສໄຕນ໌ ທ່ານ Mahmoud Abbas ອັນເປັນພາກສ່ວນນຶ່ງ ໃນການດຳເນີນຄວາມພະຍາຍາມເພື່ອຜ່ອນຄາຍຄວາມເຄັ່ງ
ຕຶງ ລະຫວ່າງອິສລາແອລແລະປາແລສໄຕນ໌.

ໃນຕອນເລີ້ມ ການເຈລະຈາຫາລື ເມື່ອເຊົ້າວັນເສົາມື້ນີ້ ທ່ານ
Abbas ກ່າວວ່າ “ພວກເຮົາມີຄວາມຫວັງຢູ່ຕະຫລອດເວລາ.
ພວກເຮົາບໍ່ໄດ້ໝົດຫວັງແຕ່ຢ່າງໃດເລີຍ.” ທ່ານ Kerry ກ່າວ
ຕື່ມວ່າ “ຂ້າພະເຈົ້າກໍມີຄວາມຫວັງເຊັ່ນກັນ”.

ໃນເວລາຕໍ່ມາ ທ່ານ Kerry ກໍພົບປະກັບກະສັດ Abdullah ແຫ່ງຈໍແດັນຊຶ່ງ ເປັນຜູ້ພິທັກ ຄຸ້ມຄອງວັດໃຫຍ່ Al-Aqsa ໃນພາກຕາເວັນອອກຂອງນະຄອນເຈຣູຊາແລັມ ທີ່ເປັນຈຸດ ໃຈກາງຂອງຄວາມວຸ້ນວາຍ ເມື່ອໄວໆມານີ້.

ການເຈລະຈາຫາລືດັ່ງກ່າວ ມີຂຶ້ນສອງມື້ຫລັງຈາກທ່ານ Kerry ໄດ້ພົບປະກັບນາຍົກລັດ
ຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ທີ່ນະຄອນເບີລິນ. ຫຼັງຈາກນັ້ນ ທ່ານ
Kerry ກ່າວວ່າ ການພົບປະດັ່ງກ່າວ ພາໃຫ້ທ່ານມີຄວາມຫວັງ ຢ່າງລະມັດລະວັງ ໄປໃນ ທາງທີ່ດີ ທີ່ວ່າບາດກ້າວຕ່າງໆແມ່ນມີທາງເປັນໄປ ໄດ້ເພື່ອຜ່ອນຄາຍຄວາມເຄັ່ງຕຶງ.

ໃນໄລຍະສອງສາມອາທິດທີ່ຜ່ານມານີ້ ມີຊາວອິສລາແອລຢ່າງໜ້ອຍ 10 ຄົນ ແລະຊາວ ປາແລສໄຕນ໌ 50 ຄົນ ໄດ້ເສຍຊີວິດ ຢູ່ໃນຄວາມວຸ້ນວາຍທີ່ເພີ້ມທະວີຂຶ້ນ.

ເຈົ້າໜ້າທີ່ອິສຣາແອລກ່າວວ່າ ເຫດຮ້າຍຫຼ້າສຸດ ເຮັດໃຫ້ຊາວປາແລສໄຕນ໌ຄົນນຶ່ງເສຍຊີ
ວິດ ໃນການປະທະກັນກັບເຈົ້າໜ້າທີ່ຮັກສາຄວາມສະຫງົບ ຢູ່ທີ່ດ່ານກວດ ໃນເຂດຝັ່ງຕາ
ເວັນຕົກຂອງແມ່ນ້ຳຈໍແດັນ.

ຄວາມວຸ້ນວາຍສ່ວນນຶ່ງ ແມ່ນເກີດມາຈາກຄວາມວິຕົກກັງວົນຂອງຊາວປາແລສໄຕນ໌ກ່ຽວ
ກັບການເຂົ້າໄປສູດມົນພາວະນາຢູ່ໃນເຂດວັດໃຫຍ່ Al-Aqsa ຊຶ່ງເປັນສະຖານທີ່ສັກສິດ ຂອງຊາວມຸສລິມ ແລະຍັງເປັນທີ່ສັກກາລະບູຊາ ຂອງຊາວຢິວ ທີ່ຮູ້ກັນໃນນາມວັດພູ ຫລື
Temple Mount ນັ້ນ.

Israel Palestinians
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG