ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ສະຫະລັດ ແລະຈີນ ເຫັນດີນຳພາ ການຕໍ່ສູ້ ຕ້ານຄວາມອົບເອົ້າ ຂອງດີນຟ້າອາກາດຂອງໂລກ


ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ຖະແຫລງຕໍ່ ກອງປະຊຸມດິນຟ້າອາກາດ ທີ່ ສະຫະປະຊາຊາດ

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry
ກ່າວ​ວ່າ ການ​ຕັດ​ສິນ​ໃຈທີ່ເປັນ​ຫລັກ​ໝາຍ​ເພື່ອ​ຕໍ່ສູ້ກັບ​ຄວາມ
ຮ້ອນອົບເອົ້າ​ຂອງ​ໂລກ​ຫວ່າງ​ມໍ່ໆ​ມານີ້ ​ທີ່ບັນລຸ​ກັນ ລະຫວ່າງ
ສະຫະລັດ ​ກັບຈີນ​ແມ່ນ “​ເປັນ​ປະຫວັດການ​ອັນ​ຍິ່ງ​ໃຫຽ່” ໃນ​
ການ​ຕໍ່ສູ້ຕ້ານຄວາມ​ຮ້ອນເອົ້າ​ຂອງ​ໂລກ.

ທ່ານ​ Kerry ​ໄດ້ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ທີ່ ກອງ​ປະຊຸມ
ເລື້ອງ​ການປ່ຽນ​ແປງ​ດິນ​ຟ້າ​ອາກາດ ສະຫະ​ປະຊາຊາດ ທີ່
ນະຄອນ Lima ປະ​ເທດ Peru ບ່ອນ​ທີ່​ມີ​ບັນດາ​ຜູ້​ຕາງໜ້າ​
ຈາກ 200 ປະ​ເທດ ທີ່​ໄດ້​ເລີ້ມຕໍ່​ລອງ​ກັນ​ເລື້ອງ​ດັ່ງກ່າວ ​ໃນ​
ຕົ້ນ​ເດືອນ​ທັນວາ ກ່ຽວ​ກັບ​ສົນທິສັນຍາ​ໃໝ່ ​ເພື່ອ​ຫລຸດຜ່ອນ​
ຄວາມຮ້ອນ​ເອົ້າ​ຂອງ​ໂລກ. ສົນທິສັນຍາ​ໃໝ່ນີ້ ຈະ​ທົດ​ແທນສັນຍາ Kyoto ຊຶ່ງ​ ເປັນ​ຂໍ້​ຕົກ
ລົງຂອງໂລກ​ ທີ່​ໄດ້​ໝົດກຳນົດ​ໄປໃນ​ປີ 2012. ກອງ​ປະຊຸມ​ທີ່ ນະຄອນ Lima ໄດ້ວາງ
​ເວ​ທີ​ໄວ້ ​ສຳ​ລັບໃຫ້ບັນລຸສົນທິສັນຍາ ໃນກອງປະຊຸມ​ເດືອນທັນ​ວາປີໜ້າ​ ທີ່ຈະ​ມີ​ຂື້ນ​ຢູ່
ນະຄອນ​ປາຣີ.

​ໃນ​ເດືອນແລ້ວ​ນີ້ ຈີນ ​ແລະ​ສະຫະ​ລັດ ຜູ້​ທຳ​ຄວາມເປື້​ອນ​ເປີ້​ທີ່​ສຸດ​ໃນ​ໂລກ ​ໄດ້​ລົງ​ນາມ​ຂໍ້​
ຕົກລົງສະ​ບັບນຶ່ງ. ສະຫະລັດ​ ​ໄດ້​ໝັ້ນ​ໝາຍ​ການ​ຫລຸດ​ຜ່ອນ​ເຮືອນ​ແກ້ວ ລະຫວ່າງ 26 ​ເປີ
​ເຊັນ ​ແລະ 28 ​ພາຍ​ໃນ​ປີ 2025. ​ແລະ​ປັນ​ເທຶ່ອທຳ​ອິດ ທີ່ ຈີນ​ໄດ້​ວາງ​ຕາຕະລາງ​ການ​ປະ
ຕິບັດ​ງານ​ຂອງ​ຕົນ ກ່າວ​ວ່າ ​ເຮືອນ​ແກ້ວ​ຈະ​ສູງ​ຂື້ນ​ສູງ​ສຸດ​ໃນ​ປີ 2030.

ທ່ານ Kerry ຍັງ​ກ່າວໃນ​ວັນ​ພະຫັດ​ວານ​ນີ້​ວ່າ ທຸກໆ​ປະ​ເທດຢູ່​ໃນ​ໂລກ ມີ​ຄວາມ​ຮັບຜິດ
ຊອບ ຕໍ່ສູ້​ກັບ​ການ​ປ່ຽນແປງດິນ​ຟ້າ​ອາກາດ​ ບໍ່​ພ່ຽງ​ແຕ່​ເປັນຜູ້​ທຳ​ຄວາມເປື້ອນ​ເປີ້ຢ່າງ​
ຫລວງຫລາຍ ຄື​ ສະຫະລັດ ​ແລະ​ຈີນ.

Climate change
please wait
Embed

No media source currently available

0:00 0:00:43 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG