ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລມຕ ຕ່າງປະເທດ ຫສລ ມຸ້ງໜ້າໄປ ຢູໂຣບ ເພາະເປັນຫ່ວງ ຫຼັງຈາກອັງກິດ ລົງປະຊາມະຕິ


ຜູ້ປະທ້ວງຄົນໜຶ່ງ ທີ່ປົກຄຸມດ້ວຍທຸງຂອງສະຫະພາບຢູໂຣບ ຫຼື EU ເຂົ້າຮ່ວມໃນການປະທ້ວງຄັດຄ້ານ ການຖອນຕົວ
ອອກ ຈາກ EU ຢູ່ທີ່ຈະຕຸລັດ ສະພາ ຫຼັງຈາກຜົນການລົງ
ປະຊາມະຕິ ໄດ້ປະກາດອອກມາ, ນະຄອນລອນດອນ, ວັນທີ 25 ມິຖຸນາ 2016.
ຜູ້ປະທ້ວງຄົນໜຶ່ງ ທີ່ປົກຄຸມດ້ວຍທຸງຂອງສະຫະພາບຢູໂຣບ ຫຼື EU ເຂົ້າຮ່ວມໃນການປະທ້ວງຄັດຄ້ານ ການຖອນຕົວ ອອກ ຈາກ EU ຢູ່ທີ່ຈະຕຸລັດ ສະພາ ຫຼັງຈາກຜົນການລົງ ປະຊາມະຕິ ໄດ້ປະກາດອອກມາ, ນະຄອນລອນດອນ, ວັນທີ 25 ມິຖຸນາ 2016.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ຈະທຳການ ຢ້ຽມຢາມ ນະຄອນຫຼວງ Brussels ແລະ London ຢ່າງບໍ່ປະກາດໃຫ້ຮູ້ ລ່ວງໜ້າ ໃນວັນຈັນມື້ອື່ນນີ້ ໃນຂະນະທີ່ນະຄອນຫຼວງວໍຊິຕັນ ພວມມີ ປະຕິກິລິຍາດ້ວຍຄວາມເປັນຫ່ວງຕໍ່ການລົງຄະແນນສຽງຂອງ ອັງກິດ ເພື່ອຖອນຕົວອອກຈາກ ສະຫະພາບ ຢູ່ໂຣບນັ້ນ.

ນັກການທູດຂັ້ນສູງຂອງ ສະຫະລັດທ່ານນີ້ ປັດຈຸບັນໄດ້ໄປຮອດນະຄອນຫຼວງ Rome ແລ້ວ ໃນວັນອາທິດມື້ນີ້ ເພື່ອປຶກສາຫາລື ກ່ຽວກັບສັນຕິພາບ ໃນຕາ ເວັນອອກກາງ ທີ່ໄດ້ຖືກຢຸດຊະງັກມາ. ບັນດາເຈົ້າໜ້າທີ່ ທີ່ເດີນທາງໄປກັບ ທ່ານ Kerry ກ່າວວ່າ ສະຖານທີ່ຢຸດແວ່ສອງແຫ່ງ ໃນຕາຕະລາງການຢ້ຽມ ຢາມທະວີບຢູໂຣບ ແມ່ນໄດ້ຖືກເພີ່ມໃສ່ຕື່ມ ໃນນາທີສຸດທ້າຍ.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ກ່າວສະແດງຄວາມ ເປັນຫ່ວງ ກ່ຽວກັບ ສິ່ງທີ່ເອີ້ນວ່າ ການລົງປະຊາມະຕິ Brexit ແລະ ສິ່ງທີ່ ມັນຈະບອກຄວາມໝາຍຕໍ່ບັນດາພັນທະມິດຕ່າງໆໃນປະເທດຕາເວັນຕົກ.

ການລົງຄະແນນສຽງຂອງ ອັງກິດ ເພື່ອຖອນຕົວອອກຈາກ EU ໄດ້ສ້າງຄວາມ ບໍ່ແນ່ນອນໃຫ້ແກ່ເສດຖະກິດໂລກ ແລະ ຄວາມຢ້ານກົວວ່າປະເທດອື່ນໆ ທີ່ ເປັນສະມາຊິກ EU ຢ່າງໜ້ອຍ ຈະທຳຕາມການນຳພາຂອງ ອັງກິດ ແລະ ຖອນຕົວອອກຈາກກຸ່ມ EU ໃນເວລານີ້.

ທ່ານ Kerry ຈະພົບປະກັບຫົວໜ້ານະໂຍບາຍການຕ່າງປະເທດ EU ທ່ານນາງ Federica Mogherini ໃນວັນຈັນມື້ອື່ນນີ້ ທີ່ສຳນັກງານໃຫຍ່ EU ໃນນະຄອນ ຫຼວງ Brussels, ຕໍ່ຈາກນັ້ນກໍຈະເດີນທາງໄປນະຄອນຫຼວງ London ເພື່ອ ການເຈລະຈາກັບລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານ Phillip Hammond ແລະ ບັນດາເຈົ້າໜ້າທີ່ຄົນອື່ນໆ.

ມັນບໍ່ທັນຊັດເຈນເທື່ອວ່າ ຈະມີຫຍັງແດ່ທີ່ທ່ານ Kerry ຈະສາມາດເຮັດໄດ້ ກ່ຽວກັບ ສະຖານະການທັງໝົດ, ແຕ່ວ່າ ນັບຕັ້ງແຕ່ ການລົງປະຊາມະຕິ ໄດ້ ຖືກປະກາດອອກມາ ໃນວັນສຸກແລ້ວນີ້, ນະຄອນຫຼວງ ວໍຊິງຕັນ ກໍໄດ້ກ່າວ ເຖິງສາຍຫົວພັນອັນຮັດແໜ້ນທີ່ກຳລັງມີຢູ່ກັບທັງ ອັງກິດ ແລະ ສະຫະພາບ ຢູໂຣບ.

ບັນດາລັດຖະມົນຕີການຕ່າງປະເທດຂອງ 6 ປະເທດກໍ່ຕັ້ງ EU ລວມມີ ເຢຍລະມັນ, ຝຣັ່ງ, ອິຕາລີ, ແບລຈຽມ, ລັກເຊັມເບີກ ແລະ ໂຮນລັງ ໄດ້ພົບ ປະກັນ ໃນນະຄອນນຫຼວງ ເບີລິນ ໃນວັນເສົາວານນີ້ ເພື່ອກຳນົດການຕອບ ຮັບຕໍ່ການລາອອກ ຂອງອັງກິດ. ບັນດາສະມາຊິກຄົນສຳຄັນ ຂອງກຸ່ມດັ່ງກ່າວ ຢືນຢັນວ່າມັນຈະບໍ່ຫຍັງຮ້າຍແຮງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG