ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ຈະສະໜັບ ສະໜູນ ຜົນປະໂຫຍດ ຂອງຂໍ້ຕົກລົງ ການຄ້າທີ່ສຳຄັນ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ທີ່ສະຫຼຸບຜົນ
ກອງປະຊຸມລັດຖະມົນຕີປະເທດ G7 ໃນເມືອງ ຮິໂຣຊິມາ, ປະເທດ ຍີ່ປຸ່ນ. 11 ເມສາ, 2016.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ທີ່ສະຫຼຸບຜົນ ກອງປະຊຸມລັດຖະມົນຕີປະເທດ G7 ໃນເມືອງ ຮິໂຣຊິມາ, ປະເທດ ຍີ່ປຸ່ນ. 11 ເມສາ, 2016.

ລັດຖະມົນຕີການຕ່າງປະເທດ ທ່ານ John Kerry ຈະສະໜັບສະໜູນຜົນປະໂຫຍດຈາກ ຂໍ້ຕົກລົງການຄ້າ 2 ສະບັບ ອຸບປະຖຳໂດຍຫ້ອງການຂອງທ່ານ ໂອບາມາ ໃນລະຫວ່າງ ການໃຫ້ຄຳປາໄສຕໍ່ລັດຖະບານ, ພົນລະເມືອງ, ແລະ ຜູ້ນຳດ້ານນະໂຍບາຍໃນວັນອັງ ຄານມື້ນີ້ ທີ່ນະຄອນ Los Angeles.

ກະຊວງການຕ່າງປະເທດກ່າວວ່າ ທ່ານ Kerry ຈະກ່າວຄຳປາໄສ ກ່ຽວກັບ ໂອກາດໃນ ຄວາມໝັ້ນຄົງແຫ່ງຊາດ ຂອງພາຄີຂ້າມມະຫາສະໝຸດປາຊີຟິກ ຫຼື TPP, ຂໍ້ຕົກລົງທີ່ເປັນ ເຫດການສຳຄັນ ລະຫວ່າງ ບັນດາປະເທດທີ່ຕັ້ງຕາມຂອບມະຫາສະໝຸດປາຊີຟິກ 12 ປະ ເທດ, ແລະ ຄູ່ຮ່ວມການຄ້າ ແລະ ການລົງທຶນ (T-TIP-) ເຊິ່ງເປັນຂໍ້ຕົກລົງທີ່ໄດ້ຮັບການ ເຈລະຈາ ລະຫວ່າງ ສະຫະລັດ ແລະ ສະຫະພາບ ຢູໂຣບ.

ທ່ານ Kerry ໄດ້ກ່າວຄຳປາໄສໃນປະເທດ ສິງກະໂປ ເມື່ອເດືອນສິງຫາທີ່ຜ່ານມາວ່າ “ພາ ຄີຂ້າມມະຫາສະໝຸດປາຊີຟິກ ແມ່ນຂໍ້ຕົກລົງທີ່ມີຫຼາຍກວ່າການສ້າງໂອກາດທາງດ້ານ ເສດຖະກິດ,” ທ່ານໄດ້ກ່າວເພີ່ມເຕີມວ່າ “ມັນ ກ່ຽວກັບ ການຍົກສູງມາດຕະຖານ.”

ສະຫະລັດ ແລະ ອີກ 11 ປະເທດ ທີ່ໄດ້ສ້າງຕັ້ງຂໍ້ຕົກລົງ TPP ແມ່ນມີຄວາມຮັບຜິດຊອບ ສຳລັບ 40 ເປີເຊັນຂອງ ເສດຖະກິດໂລກ. ບັນດາລັດຖະມົນຕີຈາກປະເທດດັ່ງກ່າວນັ້ນ ໄດ້ເຊັນຂໍ້ຕົກລົງໃນເດືອນກຸມພາທີ່ຜ່ານມາ ແຕ່ມັນຍັງຕ້ອງການ ການຮອງຮັບຈາກລັດຖະ ສະພາ ສະຫະລັດ ຢູ່.

ບັນດາສະມາຊິກສະພາສູງ ສະຫະລັດ ບາງຄົນ ໄດ້ກ່າວຄວາມເປັນຫ່ວງວ່າ ຂໍ້ຕົກລົງ TPP ຈະສົ່ງຜົນກະທົບຕໍ່ການຄ້າ ແລະ ການລົງທຶນຂອງ ສະຫະລັດ. ໃນຈົດໝາຍທີ່ສົ່ງ ເຖິງປະທານາທິບໍດີ ບາຣັກ ໂອບາມາ ໃນເດືອນມີນາທີ່ຜ່ານມາ, ກຸ່ມຂອງສະມາຊິກສະພາ ສອງພັກ ໃນນະຄອນ ນິວຢອກ ໄດ້ກ່າວວ່າ ພວກເຂົາເຈົ້າ “ມີຄວາມສົງໄສ” ວ່າຂໍ້ຕົກລົງ TPP ຈະ “ດຳເນີນໄປໄດ້ດີກວ່າຂໍ້ຕົກລົງການຄ້າໃນຄັ້ງທີ່ຜ່ານມາ.”

ພວກເຂົາເຈົ້າໄດ້ອ້າງອີງຂໍ້ກຳນົດຂອງຂໍ້ຕົກລົງການຄ້າເສລີ ອາເມຣິກາເໜືອ ຫຼື NAFTA ແລະ ໄດ້ກ່າວວ່າ ຂໍ້ຕົກລົງດັ່ງກ່າວນັ້ນໄດ້ສົ່ງຜົນໃຫ້ມີການສູນເສຍວຽກງານໄປເປັນຈຳ ນວນຫຼາຍພັນຕຳແໜ່ງໃນປະເທດຂອງພວກເຂົາເຈົ້າ.

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

XS
SM
MD
LG